ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຫອມຫວນດັ່ງດອກບົວຫຼວງ ແລະ ດວງຈຳປາທີ່ເບັ່ງບານ

- 493912146 1069477798563079 5498881085444775620 n - ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຫອມຫວນດັ່ງດອກບົວຫຼວງ ແລະ ດວງຈຳປາທີ່ເບັ່ງບານ
- kitchen vibe - ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຫອມຫວນດັ່ງດອກບົວຫຼວງ ແລະ ດວງຈຳປາທີ່ເບັ່ງບານ

ໂດຍ: ຜາຕຸງ

ໃນເວລາທີ່ ທ່ານ ເລືອງເກືອງ ປະທານປະເທດສສ ຫວຽດນາມໄດ້ຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການ ຢູ່ລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ, ເມືອວັນທີ 24-25 ເດືອນເມສາ 2025 ທ່ານ ເລືອງເກືອງ ໄດ້ກ່າວສູນທອນພົດຢູ່ໃນເວທີ ພົບປະມິດຕະພາບລາວ – ຫວຽດນາມໃນຫົວຂໍ້: “2 ຊາດລາວ-ຫວຽດໄດ້ ຝັງຄວາມຮັກໃນໃຈ ຮົງຮາ ທັງແມ່ຂອງ ບໍ່ເລິກປຸນປານໄດ້ “ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນວ່າ:

- Visit Laos Visit SALANA BOUTIQUE HOTEL - ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຫອມຫວນດັ່ງດອກບົວຫຼວງ ແລະ ດວງຈຳປາທີ່ເບັ່ງບານ

ໃນໄລຍະເດືອນເມສາ-ເດືອນພຶດສະພາ ການນຳ ແລະ ປະຊາຊົນ 2 ປະເທດພວກເຮົາໄດ້ພ້ອມກັນເບີກບານມ່ວນຊື່ນໃນບັນຍາກາດແຫ່ງການສະເຫຼີມສະຫຼອງໄຊຊະນະອັນສະຫງ່າລາສີຂອງ ແຕ່ລະປະເທດ ແລະ ໄຊຊະນະຮ່ວມກັນຂອງປະຊາຊົນສອງຊາດ ຫວຽດນາມ-ລາວ ພວກເຮົາຍິ່ງຈົດຈຳລ້ຳລຶກເຖິງບຸນຄຸນຜົນງານການປະກອບສ່ວນຂອງບັນດາຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາເປັນຕົ້ນແມ່ນ ປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ພ້ອມດ້ວຍບັນດາ ວິລະຊົນ ບັນດາສະຫາຍເພື່ອນຮ່ວມຮົບ ນັກຮົບຂອງສອງປະເທດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະິດຕໍ່ສູ້ປົດປ່ອຍຊາດເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ລະຫວ່າງ ວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ.

ປະທານໂຮ່ຈິມີນຜູ້ຍິ່ງໃຫຍ່, ຜູ້ລິເລີ່ມໄດ້ວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດສາຍພົວພັນຫວຽດນາມ ແລະ ລາວໄດ້ປະພັນບົດກອນອະມະຕະທີ່ວ່າ: “ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍ່ປີນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ ສອງຊາດລາວຫວຽດໄດ້ຝັງຄວາມຮັກໃນໃຈ ຮົງຮາທັງແມ່ຂອງ ບໍ່ເລິກປຸນປານໄດ້’’,  ປະທານໄກສອນພົມວິຫານກໍໄດ້ມີຄຳເວົ້າທີ່ມີຊື່ສຽງໃດ້ຊື່ວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ ແລະ ນ້ຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນຕິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”

ທຸກໆໄຊຊະນະຂອງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຫວຽດນາມໃນປະຈຸບັນ ແມ່ນລ້ວນແຕ່ໄດ້ຮັບການສະໜັບສະໜູນອັນລ້ຳຄ່າ ແລະ ປະຊາ ຊົນລາວອ້າຍນ້ອງ, ຂ້າພະເຈົ້າຍັງຈົດຈຳແລະຮູ້ສຶກປະທັບໃຈຢ່າງຍິ່ງ ໃນເວລາ ສະຫາຍທອງລຸນ ສີສຸລິດໄດ້ເວົ້າເຖິງ 4ຄຳ ນ້ຳໃຈໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ສາຍພົວພັນ ຄວາມສາມັກຄີອັນຍິ່ງໃຫຍ່ລະຫວ່າງປະຊາຊົນ2ຊາດນັ້ນແມ່ນ “ນ້ຳໃຈແຫ່ງຄວາມເປັນສະຫາຍ,ຄວາມເປັນອ້າຍນ້ອງ, ຄວາມສາມັກຄີພິເສດ ແລະ ຄວາມເປັນເພື່ອນ”  ພວກຂ້າພະເຈົ້າມີພັນທະໜ້າທີ່ໃນການຖ່າຍທອດພາລະກຳປະຫວັດສາດອັນສະຫງ່າອົງອາດນີ້ໃຫ້ແກ່ຄົນຮຸ່ນໜຸ່ມເພື່ອໃຫ້ເຂົາເຈົ້າເຂົ້າໃຈຢ່າງຈະແຈ້ງເຖິງຄຸນຄ່າ ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ ແລະ ລາວ.

ປະທານໂຮຈີມິນໄດ້ຢືນຢັນວ່າ: ປະຊາຊົນ2ຊາດຫວຽດນາມແລະລາວຮ່ວມດຳລົງຊີວິດຢູ່ຜືນແຜ່ນດິນອັນຽວກັນ ມີສາຍພູຫລວງຮ່ວມກັນ ປະຊາຊົນ2ຊາດເພິ່ງພາອາໃສກັນ ຊ່ວຍເຫຼືອກັນຄືອ້າຍນ້ອງ.ພວກເຮົາສາມາດຢືນຢັນໄດ້ວ່າຄວາມສາມັກຄີພິເສດຊື່ສັດບໍລິສຸດ ແລະ ໝັ້ນຄົງຂະໜົ້ງແກ່ນ, ຫວຽດນາມ ແລະ ລາວໄດ້ກາຍເປັນສັນຍາລັກແຫ່ງມິດຕະພາບອັນສູງສົ່ງ ແລະ ບໍລິສຸດຜຸດຜ່ອງ ເປັນຊັບສົມບັດອັນລ້ຳຄ່າ ເປັນກຳລັງແຮງອັນມະຫາສານທີ່ຊ່ວຍໃຫ້ພວກເຮົາຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເອົາຊະນະທຸກສັດຕູ ແລະ ສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສວາຍງາມ.

ນັ້ນແມ່ນຈິດໃຈຮ່ວມສຸກຮ່ວມທຸກ ເອື້ອເຟື້ອເຜື່ອແຜ່ ພັກ-ລັດ ແລະ ປະຊາຊົນຫວຽດນາມໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ: ບໍ່ວ່າສິ່ງໃດທີ່ຫວຽດນາມມີ ພວກເຮົາຍິນດີ ິບແບ່ງກັບສະຫາຍລາວດ້ວຍຄຳຂວັນປະຈຳໃຈທີ່ວ່າ:  “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ” ສະຫາຍ ເລຂາທິການໃຫຍ່ ໂຕເລິມໄດ້ກ່າວໄວ້ວ່າ “ຖ້າຫວຽດນາມມີທະເລ ແມ່ນ ລາວກໍມີທະເລ ໂຄງການ ທ່າເຮືອຫວຸ່ງອ່າງ ເປັນສັນຍາລັກ ແຫ່ງຄວາມສາມັກຄີ ບິແບ່ງ ປະກອບສ່ວນເຮັດໃຫ້ຄວາມມຸ່ງຫວັງໃນການໃຫ້ລາວມີທາງອອກສູ່ທະເລ ເພື່ອຊຸກຍູ້ການພັດທະນາເສດຖະກິດ ສັງຄົມລາວໄດ້ເປັນຄວາມຈິງ.

ນັ້ນແມ່ນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມແລະລາວຢ່າງບໍ່ຢຸດຢັ້ງ ຄວາມເຊື່ອໝັ້ນທາງດ້ານການເມືອງ ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ ການແລກປ່ຽນໄປມາຫາສູ່ຂອງປະຊາຊົນ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2ພັກ-ລັດ ແລະ ປະຊາຊົນ2ຊາດ ພິເສດຫວຽດນາມຈະຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ ຊ່ວຍເຫຼືອໃນການສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງລາວ ໄລຍະ2026-2035 ແລະ ມີສິໃສທັດຮອດປີ2045 ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງດິນແດນດອກຈຳປາທີ່ສວຍງາມ.

- 4 - ມິດຕະພາບການຮ່ວມມື ລາວ-ຫວຽດນາມ ຫອມຫວນດັ່ງດອກບົວຫຼວງ ແລະ ດວງຈຳປາທີ່ເບັ່ງບານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!