ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.

- kitchen vibe - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.

- Thu tuong Nguyen Xuan Phuc va Thu tuong Thongloun Sisoulith 1 300x201 - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.

ຕອບສະໜອງຕາມຄໍາເຊີນຂອງທ່ານ ທອງລຸນ ສີສຸລີດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງວັນ ທີ 26-27 ເມສານີ້  ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ​ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

- Visit Laos Visit SALANA BOUTIQUE HOTEL - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.

ການຢ້ຽມຢາມມີ​ຂຶ້ນໃນ​ໄລຍະເວລາທີ່ມີຄວາມໝາຍສໍາຄັນ, ຂະນະທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດກໍາລັງຕັ້ງໜ້າກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ.

ໂດຍເປັນສອງປະເທດເພື່ອນມິດທີ່ມີຄວາມໃກ້ຊິດສະໜິດແໜ້ນ ສອງຊາດ ລາວ-ຫວຽດນາມ ໄດ້ມີ​ຄວາມ ຜູກພັນສະໜິດສະໜົມມາແຕ່ດົນນານ,  ການພົວພັນແບບພິເສດ ລາວ-ຫວຽດນາມ ໂດຍປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນ ເປັນຜູ້ກໍ່ສ້າງ ນັບມື້ຍິ່ງພັດທະນາ ແລະ ກ້າວສູ່ບາດ ກ້າວໃໝ່.

ໃນໄລຍະຜ່ານມາ, ມູນເຊື້ອສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບມືຍິ່ງຜູກພັນ ເຊື່ອໝັ້ນ ແລະ ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ, ມີຄວາມ ເປັນເອກະພາບສູງໃນເວທີການຮ່ວມມືພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງ ປະເທດ ແລະ ການປົກປັກຮັກສາເອກະລາດ ຄວາມໝັ້ນຄົງ ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຫວຽດນາມໄດ້ສະໜັບສະໜູນຢ່າງມີປະສິດທິຜົນ ຊ່ວຍໃຫ້ລາວສໍາເລັດການເປັນປະທານອາຊຽນ 2016 ແລະ ສໍາເລັດການຈັດກອງປະຊຸມສຸດຍອດອາຊຽນໃນເດືອນ ກັນຍາ ປີ 2016.

ການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການທູດນັບມື້ແໜ້ນແຟ້ນ, ປາກົດຜົນ ເປັນຈິງ ແລະ ມີຫຼາຍຜົນສໍາເລັດ ປະກອບສ່ວນຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແຕ່ລະປະເທດ.

ວຽກງານກໍ່ສ້າງພະນັກງານ ແລະ ຊັບພະຍາກອນມະນຸດໃຫ້ລາວນັບມື້ເພີ່ມທະວີທັງຈໍານວນ ແລະ ຄຸນນະພາບ ດ້ວຍຫຼາຍວິທີການ ແລະ ຮູບການທີ່ຫຼາກຫຼາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ ຂອງລາວ. ພື້ນຖານການກໍ່ສ້າງນັກສຶກສາລາວຢູ່ຫວຽດນາມໄດ້ມີການເອົາໃຈໃສ່ລົງທຶນຍົກລະດັບ. ​ມາຮອດປັດຈຸ ບັນນີ້ ມີນັກສຶກສາລາວທີ່ກໍາລັງຮໍ່າຮຽນຢູ່ຫວຽດນາມຫຼາຍກວ່າ 14.000 ຄົນ, ໃນນັ້ນໄປຮຽນໃນຮູບແບບສັນຍາ ປະມານ 3.400 ຄົນ. ຂະນະ​ດຽວ​ກັນ ລັດຖະບານລາວກໍໄດ້ມອບທຶນການສຶກສາຈໍານວນບໍ່ໜ້ອຍໃຫ້ແກ່ພະນັກ ງານ, ນັກສຶກສາຫວຽດນາມມາສຶກສາຮໍ່າຮຽນຢູ່ລາວໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ບໍາລຸງໄລຍະສັ້ນ. ບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມກໍໄດ້ປະກອບສ່ວນສະໜັບສະໜູນວຽກງານກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວຕາມຄວາມອາດສາມາດຂອງຕົນ.

ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ມີລັກສະນະຕັ້ງໜ້າ, ນັບມື້ຫຼາກຫຼາຍ ແລະ ມີຜົນສໍາເລັດ; ບັນດາໂຄງການລົງທຶນໄດ້ມີການຍົກລະດັບທາງດ້ານຄຸນນະພາບ ແລະ ປະສິດທິພາບ. ສອງ ຝ່າຍໃຫ້ຄວາມສໍາຄັນຫຼາຍກວ່າເກົ່າໃນການປະສານສົມທົບ, ແນະນໍາ, ກວດກາ, ເປັນເຈົ້າການແກ້ໄຂຂໍ້ຫຍຸ້ງຍາກ ຂັດຂ້ອງ, ສ້າງຂອບເຂດນິຕິກໍາຄົບຊຸດ ເພື່ອສົ່ງເສີມການຮ່ວມມືເສດຖະກິດ, ການລົງທຶນ, ການຄ້າ; ຊຸກຍູ້ຜັນຂະ ຫຍາຍໂຄງການເຊື່ອມຕໍ່ເສັ້ນທາງຄົມມະນາຄົມຂົນສົ່ງໃນຂອບການຮ່ວມມືສອງຝ່າຍ ກໍຄືອະນຸພາກພື້ນ; ສືບຕໍ່ ຄົ້ນຄວ້າ, ຂະຫຍາຍຂອບເຂດການກວດກາ (ໜຶ່ງປະຕູ, ໜຶ່ງເທື່ືອຈອດ) ໄປຕາມບັນດາດ່ານຊາຍແດນສາກົນ ຕ່າງໆຂອງສອງປະເທດ. ການຮ່ວມມືລະຫວ່າງບັນດາຄະນະຂອງພັກ,​ ກະຊວງ, ຂະແໜງການ, ຄະນະກໍາມາທິ ການສະພາແຫ່ງຊາດ, ບັນດາກົມກອງ, ທ້ອງຖິ່ນ ແລະ ວິສາຫະກິດສອງຊາດນັບມື້ເປີດກວ້າງຫຼາກຫຼາຍ ແລະ ປາ ກົດຜົນເປັນຈິງ.

ພິເສດ, ເມື່ອວັນທີ 8 ກຸມພາ 2017,​ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຮ່ວມເປັນປະທານກອງປະຊຸມຄະນະກໍາມະການຮ່ວມມືລັດຖະບານ ຄັ້ງທີ 39 ກ່ຽວກັບການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ​ເຊິ່ງເປັນກອງປະຊຸມຄັ້ງທໍາອິດທີ່ທ່ານ ນາຍົກທັງສອງໄດ້ຮ່ວມເປັນປະທານ, ສະແດງໃຫ້ເຫັນວ່າລັດຖະບານທັງສອງໄດ້ໃຫ້ຄວາມສໍາຄັນເປັນພິເສດ ແລະ ເຮັດສຸດຄວາມສາມາດຂອງຕົນເພື່ອຍົກລະດັບສາຍພົວພັນຮ່ວມມືສອງຝ່າຍໃນການນໍາພາ,​ ບໍລິຫານ, ຜັນຂະ ຫຍາຍປະຕິບັດບັນດາຂໍ້ຕົກລົງການຮ່ວມມືລະຫວ່າງສອງຊາດ ໂດຍສະເພາະແມ່ນໃນປີ 2017 ສອງຊາດກໍາລັງກະ ກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ.

ໃນກອງປະຊຸມຄັ້ງທີ 39, ທ່ານນາຍົກທັງສອງໄດ້ຕົກລົງເປັນເອກະພາບ ໃນປີ 2017 ແມ່ນສຸມໃສປະຕິບັດທິດ ຊີ້ນໍາຂອງສອງກົມການເມືອງ, ຊຸກຍູ້ການພົວພັນການເມືອງ-ການທູດ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ເປີດກວ້າງຮ່ວມມືການກໍ່ສ້າງຊັບພະຍາກອນມະນຸດ, ລົງທຶນເຂົ້າໃນການກໍ່ສ້າງໂຄງລ່າງ ຄົມມະນາຄົມເຊື່ອມຕໍ່ສອງປະເທດ, ຮ່ວມມືຄຸ້ມຄອງການນໍາໃຊ້ແຫຼ່ງນໍ້າ ແລະ ຊັບພະຍາກອນທໍາມະຊາດແບບ ຍືນຍົງ, ຮ່ວມກັນຕັດສິນໃຈຈັດຕັ້ງເປັນຢ່າງດີ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017”, ສະເຫຼີມສະ ຫຼອງສອງວັນ​ປະຫວັດສາດ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 40 ປີ ບົນຈິດໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຊາດສະ ໜັບສະໜູນ ແລະ ຮ່ວມມືກັນເປັນຢ່າງດີໃນເວທີສາກົນ ແລະ ພາກພື້ນ.

ທ່ານນາຍົກທັງສອງກໍໄດ້ເປັນສັກຂີພະຍານໃນການເຊັນບົດບັນທຶກການຮ່ວມມືທີ່ສໍາຄັນຈໍານວນ 4 ສະບັບ ຄືສັນຍາວ່າດ້ວຍແຜນການຮ່ວມມືລະຫວ່າງສອງລັດຖະບານລາວ ແລະ ລັດຖະບານຫວຽດນາມ, ບົດບັນທຶກ ກອງປະຊຸມຄັ້ງທີ 39 ຂອງຄະນະກໍາມະການຮ່ວມມືລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ລາວ-ຫວຽດນາມ, ແຜນການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກໍ່ສ້າງຫວຽດນາມ ກັບກະຊວງສຶກສາທິການ ແລະ ກິລາ ລາວ, ບົດບັນທຶກຕົກລົງສ້າງຕັ້ງບໍລິສັດຮ່ວມທຶນລົງທຶນໂຄງການກໍ່ສ້າງສາຍສົ່ງໄຟຟ້າຄວາມແຮງ 500 ກິໂລໂວນ ລາວ-ຫວຽດນາມ.

ບັນດາເນື້ອໃນ ແລະ ທິດທາງທີ່ໄດ້ປຶກສາຫາລືໃນກອງປະຊຸມຄັ້ງທີ 39 ມີຄວາມໝາຍສໍາຄັນໃນການຈັດຕັ້ງປະ ຕິບັດການຮ່ວມມືຂັ້ນສູງ, ຊ່ວຍໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງຊາດມີຄວາມ ສະດວກໃນຂະບວນການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມື ເພື່ອໃຫ້ປະຕິບັດສໍາເລັດແຜນການຮ່ວມມືປີ 2017.

ໃນປີແຫ່ງຄວາມສາມັກຄີ ລາວ-ຫວຽດນາມ 2017, ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ສະແດງອອກ​ເຖິງການໃຫ້ຄວາມສໍາຄັນ ແລະ ສົ່ງ ເສີມມູນເຊື້ອສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບ ມື້ນັບພັດທະນາທັງລວງກວ້າງ ແລະ ລວງເລີກເປັນຮູບປະທໍາ ແລະ ມີຜົນສໍາເລັດ.

- 4 - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.
- 5 - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.
- 3 - ການຢ້ຽມຢາມຂອງທ່ານນາຍົກ ຫງວຽນ ຊວນ ຟຸກ: ຍົກລະດັບສາຍພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ.