ເກີດເຫດໄຟໄໝ້ຮຸນແຮງທີ່ຮ້ານອາຫານໃນປະເທດຈີນ ເສຍຊີວິດຢ່າງໜ້ອຍ 22 ຄົນ

- WhatsApp Image 2025 04 30 at 15 - ເກີດເຫດໄຟໄໝ້ຮຸນແຮງທີ່ຮ້ານອາຫານໃນປະເທດຈີນ ເສຍຊີວິດຢ່າງໜ້ອຍ 22 ຄົນ
- kitchen vibe - ເກີດເຫດໄຟໄໝ້ຮຸນແຮງທີ່ຮ້ານອາຫານໃນປະເທດຈີນ ເສຍຊີວິດຢ່າງໜ້ອຍ 22 ຄົນ

ວັນທີ 30 ເມສາ 2025 ສໍານັກຂ່າວ CNN ລາຍງານວ່າ: ວັນທີ 29 ເມສາ 2025 ນີ້ ເກີດເຫດໄຟໄໝ້ຮ້ານອາຫານແຫ່ງໜຶ່ງ ໃນເມືອງຫລຽວຢາງ ແຂວງຫລຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ ມີຜູ້ບາດເຈັບ 3 ຄົນ.

ຕາມລາຍງານຂ່າວຂອງສື່ທ້ອງຖິ່ນແຈ້ງວ່າ ໄຟໄດ້ລຸກໄໝ້ໃນເວລາປະມານ 12:25 ໂມງ ຕາມເວລາທ້ອງຖິ່ນ, ເຊິ່ງຕ້ອງໃຊ້ລົດດັບເພີງເຖິງ 22 ຄັນ ພ້ອມເຈົ້າໜ້າທີ່ດັບເພີງຫລາຍກວ່າ 80 ຄົນ ຈຶ່ງຄວບຄຸມສະຖານະການໄດ້. ເບື້ອງຕົ້ນເຈົ້າໜ້າທີ່ໄດ້ຄວບຄຸມຕົວເຈົ້າຂອງຮ້ານ ເພື່ອສອບສວນຫາສາເຫດທີ່ເກີດຂຶ້ນ.

ຕໍ່ເຫດການດັ່ງກ່າວ ປະທານປະເທດ ສີ ຈິ້ນຜິງ ໄດ້ອອກຖະແຫລງການສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ພ້ອມຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງເອົາໃຈໃສ່ຮັກສາຜູ້ບາດເຈັບຈາກເຫດການຄັ້ງນີ້ ໃຫ້ດີທີ່ສຸດ ແລະ ຖືເອົາເຫດການຄັ້ງນີ້ເປັນບົດຮຽນທີ່ສຳຄັນ ພ້ອມທັງເນັ້ນຢໍ້າໃຫ້ຍົກລະດັບມາດຕະການດ້ານຄວາມປອດໄພສາທາລະນະຂຶ້ນຕື່ມ.

- 3 - ເກີດເຫດໄຟໄໝ້ຮຸນແຮງທີ່ຮ້ານອາຫານໃນປະເທດຈີນ ເສຍຊີວິດຢ່າງໜ້ອຍ 22 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!