ຍີ່ປຸ່ນ-ຫວຽດນາມ ລົງນາມການຄ້າ ເນັ້ນລະບຽບການຄ້າເສລີ ທ່າມກາງສົງຄາມພາສີ

- 111 18 - ຍີ່ປຸ່ນ-ຫວຽດນາມ ລົງນາມການຄ້າ ເນັ້ນລະບຽບການຄ້າເສລີ ທ່າມກາງສົງຄາມພາສີ
- kitchen vibe - ຍີ່ປຸ່ນ-ຫວຽດນາມ ລົງນາມການຄ້າ ເນັ້ນລະບຽບການຄ້າເສລີ ທ່າມກາງສົງຄາມພາສີ

       ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີຍີ່ປຸ່ນ ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ພົບປະຫາລືກັບຜູ້ນໍາຫວຽດນາມ ໃນວັນທີ 28 ເມສານີ້ ໂດຍທັງສອງປະເທດຕົກລົງຈະສົ່ງເສີມການຄ້າແບບທະວີພາຄີ ແລະ ຢືນຢັນການສະໜັບສະໜູນກົດລະບຽບສາກົນວ່າດ້ວຍການຄ້າເສລີ, ໃນຂະນະທີ່ຕ່າງຝ່າຍຕ່າງກໍາລັງເຈລະຈາກັບອາເມລິກາ ເພື່ອຫລີກລ່ຽງມາດຕະການເກັບພາສີນໍາເຂົ້າກະທັນຫັນ.

         ການຢ້ຽມຢາມຫວຽດນາມຄັ້ງນີ້ຖືເປັນການເດີນທາງຢ້ຽມຢາມຫວຽດນາມຄັ້ງທໍາອິດຂອງທ່ານ ອິຊິບະ ແລະ ທ່ານຍັງມີກໍານົດຢ້ຽມຢາມຟີລິບປິນ ໃນວັນທີ 29 ເມສາ. ຖືເປັນການເດີນທາງພົບປະຜູ້ນໍາໃນພາກພື້ນອາຊີຕາເວັນອອກ ທ່າມກາງຄວາມບໍ່ແນ່ນອນທາງເສດຖະກິດໂລກທີ່ທະວີຄວາມຮຸນແຮງຈາກໄພຄຸກຄາມການເກັບພາສີຂອງອາເມລິກາ.

- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນ-ຫວຽດນາມ ລົງນາມການຄ້າ ເນັ້ນລະບຽບການຄ້າເສລີ ທ່າມກາງສົງຄາມພາສີ

      ທ່ານ ອິຊິບະ ກ່າວຕໍ່ນັກຂ່າວພາຍຫລັງພົບກັບທ່ານ ຝາມມິງຈິງ ນາຍົກລັດຖະມົນຕີຂອງຫວຽດນາມວ່າ: ເສດຖະກິດໂລກກໍາລັງຜະເຊີນຄວາມບໍ່ແນ່ນອນເພີ່ມຂຶ້ນ ແລະ ຜົນກະທົບຕໍ່ພາກພື້ນອາຊີຕາເວັນອອກສຽງໃຕ້ກໍເລີ່ມຊັດເຈນ.

        ຂະນະທີ່ຕົ້ນເດືອນເມສາຜ່ານມາ, ທໍານຽບຂາວປະກາດເກັບພາສີທະວິພາຄີ 46% ຕໍ່ສິນຄ້າຫວຽດນາມ ແລະ 24% ຕໍ່ສິນຄ້າຍີ່ປ່ນ. ເຖິງຢ່າງໃດກໍຕາມ, ມາດຕະການດັ່ງກ່າວໄດ້ຖືກໂຈະໄວ້ຊົ່ວຄາວຈົນຮອດເດືອນກໍລະກົດ ລະຫວ່າງທີ່ມີການເຈລະຈາ. ນອກຈາກນີ້ ສິນຄ້າທຸກປະເພດທີ່ນໍາເຂົ້າອາເມລິກາຍັງຖືກເກັບພາສີພື້ນຖານ 10% ເຊິ່ງກະທົບຕໍ່ຫວຽດນາມ ແລະ ຍີ່ປຸ່ນ.

        ທັງນີ້, ຫວຽດນາມຖືເປັນຖານການຜະລິດສໍາຄັນຂອງບໍລິສັດຍີ່ປຸ່ນລາຍໃຫຍ່ເຊັ່ນ: ຮອນດ້າ, ແຄນນອນ ແລະ ພານາໂຊນິກ ໂດຍຂໍ້ມູນຈາກກະຊວງການເງິນຫວຽດນາມລະບຸວ່າ: ປັດຈຸບັນມີເງິນລົງທຶນຈາກຍີ່ປຸ່ນຢູ່ຫວຽດນາມຫລາຍກວ່າ 78,000 ລ້ານໂດລາສະຫະລັດ. ນອກຈາກນີ້ ທະນາຄານຍີ່ປຸ່ນຍັງຖືຫຸ້ນໃນທະນາຄານຊັ້ນນໍາຂອງຫວຽດນາມຫລາຍແຫ່ງ.

        ໂດຍສອງຜູ້ນໍາໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື 4 ສະບັບ ຄວບຄຸມການສົ່ງເສີມການຄ້າໃນສິນຄ້າດ້ານການປ່ຽນຜ່ານພະລັງງານ ແລະ ການວິໄຈພັດທະນາກ່ຽວກັບເຊມິຄອນດັກເຕີ. ເຖິງຢ່າງໃດກໍຕາມ, ເນື້ອໃນລະອຽດຂອງຂໍ້ຕົກລົງເຫລົ່ານີ້ຍັງບໍ່ໄດ້ຮັບການເປີດເຜີຍ ແລະ ຣອຍເຕີບໍ່ສາມາດຢືນຢັນໄດ້ວ່າມີຂໍ້ຜູກພັນທາງການເງິນລວມຢູ່ນໍາ ຫລື ບໍ່.

ອ້າງອີງ:

- 3 - ຍີ່ປຸ່ນ-ຫວຽດນາມ ລົງນາມການຄ້າ ເນັ້ນລະບຽບການຄ້າເສລີ ທ່າມກາງສົງຄາມພາສີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!