BYD ເລີ່ມສ້າງໂຮງງານປະກອບລົດ EV ຢູ່ກໍາປູເຈຍ


ສະພາເພື່ອການພັດທະນາກໍາປູເຈຍລາຍງານວ່າ: BYD ຜູ້ຜະລິດລົດໄຟຟ້າຂອງຈີນ ໄດ້ເລີ່ມຕົ້ນກໍ່ສ້າງໂຮງງານປະກອບຍານພາຫະນະຢູ່ເຂດເສດຖະກິດພິເສດສີໜຸວິວ ແຂວງພຣະສີໜຸນ ຂອງກໍາປູເຈຍ ໃນວັນທີ 28 ເມສາຜ່ານມາ.
ຮອງນາຍົກລັດຖະມົນຕີກໍາປູເຈຍກ່າວວ່າ: ໂຮງງານແຫ່ງນີ້ຈະເປັນອີກໜຶ່ງຜົນໄດ້ຮັບຈາກການຮ່ວມມື ກໍາປູເຈຍ-ຈີນ ພາຍໃຕ້ແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ແລະ ເຄື່ອງຢືນຢັນຄວາມເຊື່ອໝັ້ນຂອງນັກລົງທຶນຈີນຕໍ່ສະພາບແວດລ້ອມທາງທຸລະກິດ ແລະ ການລົງທຶນຂອງກໍາປູເຈຍ ໂດຍໂຮງງານແຫ່ງນີ້ຈະເປັນສູນກາງຖ່າຍທອດທັກສະ ແລະ ເຕັກໂນໂລຊີໃໝ່ໆໃນຂະແໜງລົດໄຟຟ້າຕໍ່ບຸກຄະລາກອນກໍາປູເຈຍ.
ອາຈານປະຈໍາສະຖາບັນການຕ່າງປະເທດ ແລະ ນະໂຍບາຍສາທາລະນະ ມະຫາວິທະຍາໄລພູມິນພະນົມເປັນ ກ່າວວ່າ: ໂຮງງານແຫ່ງນີ້ຖືເປັນກົນລະຍຸດການນໍາໃຊ້ປະໂຫຍດຈາກປະສິດທິພາບທາງອຸດສາຫະກໍາ ແລະ ຕະຫລາດລົດໄຟຟ້າທີ່ກໍາລັງເຕີບໃຫຍ່ໃນອາຊຽນ ແລະ ສອດຄ່ອງກັບຄວາມຕັ້ງໃຈຂອງກໍາປູເຈຍໃນການເປັນສູນກາງອຸດສາຫະກໍາລົດລະດັບພາກພື້ນ ພ້ອມໄດ້ຮັບຜົນປະໂຫຍດຈາກຂໍ້ໄດ້ປຽບທາງການຄ້າພາຍໃຕ້ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ (RCEP).
ທັງນີ້, ກະຊວງໂຍທາທິການ ແລະ ຂົນສົ່ງຂອງກໍາປູເຈຍ ລະບຸວ່າ: BYD ເປັນຍີ່ຫໍ້ລົດໄຟຟ້າຍອດນິຍົມຢູ່ກໍາປູເຈຍ ຮອງລົງມາແມ່ນໂຕໂຍຕ້າຈາກຍີ່ປຸ່ນ ແລະ ເທສລາຈາກອາເມລິກາ ໂດຍຈໍານວນການຈົດທະບຽນລົດໄຟຟ້າໃນປີ 2024 ມີທັງໝົດ 2,253 ຄັນ ເພີ່ມຂຶ້ນຈາກ 313 ໃນປີ 2023 ແລະ ກໍາປູເຈຍຕັ້ງເປົ້າໝາຍເພີ່ມຈໍານວນເປັນ 30,000 ຄັນ ໃນປີ 2030.