ສປ ຈີນ ມອບເງິນທຶນຊ່ວຍເຫລືອ4.4 ລ້ານໂດລາ ໃຫ້ປະເທດກຳປູເຈຍ ເພື່ອເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານ ສປ ຈີນ ປະກາດມອບເງິນທຶນຊ່ວຍເຫລືອ 4.4 ລ້ານໂດລາ ໃຫ້ປະເທດກຳປູເຈຍ ເພື່ອດຳເນີນໂຄງການເກັບກູ້ລະເບີດບໍ່ທັນແຕກ ເປັນໄລຍະເວລາ 1 ປີ, ພາຍຫລັງທີ່ສະຫະລັດອາເມລິກາລະງັບການຊ່ວຍເຫລືອດ້ານຕ່າງປະເທດ ລວມເຖິງງົບປະມານສະໜັບສະໜູນ ສຳລັບສູນເກັບກູ້ລະເບີດບໍ່ທັນແຕກໃນກຳປູເຈຍ (CMAC) ໃນວັນທີ 24 ມັງກອນ 2025 ເຮັດໃຫ້ສູນດັ່ງກ່າວຕ້ອງປະກາດຢຸດຕິການປະຕິບັດໜ້າທີ່ໃນ 8 ແຂວງ ເປັນໄລຍະເວລາ 85 ມື້.
ປະເທດກຳປູເຈຍ ຖືເປັນປະເທດໜຶ່ງທີ່ມີລະເບີດບໍ່ທັນແຕກ ຫລາຍທີ່ສຸດໃນໂລກ (UXOs) ໂດຍສະເພາະລະເບີດທີ່ຕົກຄ້າງຈາກສົງຄາມຫວຽດນາມ ແລະ ສົງຄາມກາງເມືອງໃນທົດສະວັດທີ 1980. ການລະງັບເງິນທຶນສະໜັບສະໜູນຈາກສະຫະລັດອາເມລິກາ ອາດຈະເຮັດໃຫ້ປະເທດກຳປູເຈຍ ບໍ່ສາມາດບັນລຸເປົ້າໝາຍການເກັບກູ້ລະເບີດບໍ່ທັນແຕກໃຫ້ໝົດໄດ້ຢ່າງສິ້ນເຊີງໄດ້ ໃນທ້າຍປີ 2025.
ການທີ່ ສປ ຈີນ ໃຫ້ເງິນທຶນສະໜັບສະໜູນແກ່ກຳປູເຈຍໃນໄລຍະນີ້, ຈະຊ່ວຍຍົກລະດັບຄວາມຮ່ວມມືລະຫວ່າງ ສປ ຈີນ ແລະ ກຳປູເຈຍ. ດ້ານອະດີດເອກອັກຄະລັດຖະທູດສະຫະລັດອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງກະຊວງການຕ່າງປະເທດຂອງສະຫະລັດ ເພື່ອຮຽກຮ້ອງໃຫ້ທົບທວນການລະງັບຄວາມຊ່ວຍເຫລືອ ໂດຍເນັ້ນຢໍ້າວ່າການເກັບກູ້ລະເບີດບໍ່ທັນແຕກ ນອກຈາກຈະຊ່ວຍຊີວິດຂອງຜູ້ຄົນແລ້ວ, ຍັງເປັນການສົ່ງເສີມເສດຖະກິດ ແລະ ຄວາມໝັ້ນຄົງໃນລະດັບພາກພື້ນ.
ທີ່ມາ: MGR online