ແອັສປາຍ-ປັອກຕຸຍການ ໄຟດັບຄັ້ງໃຫຍ່ ເລັ່ງສອບສວນຫາສາເຫດ ເນັ້ນຍັງບໍ່ພົບຫລັກຖານໂຈມຕີທາງໄຊເບີ

- 222 14 - ແອັສປາຍ-ປັອກຕຸຍການ ໄຟດັບຄັ້ງໃຫຍ່ ເລັ່ງສອບສວນຫາສາເຫດ ເນັ້ນຍັງບໍ່ພົບຫລັກຖານໂຈມຕີທາງໄຊເບີ
- kitchen vibe - ແອັສປາຍ-ປັອກຕຸຍການ ໄຟດັບຄັ້ງໃຫຍ່ ເລັ່ງສອບສວນຫາສາເຫດ ເນັ້ນຍັງບໍ່ພົບຫລັກຖານໂຈມຕີທາງໄຊເບີ

         ເກີດໄຟຟ້າດັບຄັ້ງໃຫຍ່ຢູ່ແອັສປາຍ, ປັອກຕຸຍການ ລວມທັງບາງພື້ນທີ່ຂອງຝຣັ່ງ ສົ່ງຜົນເຮັດໃຫ້ເກີດຄວາມວຸ້ນວາຍຢ່າງກວ້າງຂວາງ, ທາງການກໍາລັງເລັ່ງສອບສວນຫາສາເຫດ ແລະ ຟື້ນຟູລະບົບໃຫ້ກັບມາຈ່າຍໄຟໄດ້ໂດຍໄວ, ເບື້ອງຕົ້ນຜູ້ນໍາທັງສອງປະເທດເນັ້ນວ່າ: ຍັງບໍ່ມີສັນຍານວ່າເຫດໄຟດັບຄັ້ງໃຫຍ່ນີ້ກ່ຽວຂ້ອງກັບການໂຈມຕີໄຊເບີ.

         ທ່ານ ຄຣິສຕຽນ ຣູບີ້ ຈາກ Eurelectric ອົງກອນຕົວແທນຂະແໜງອຸດສາຫະກໍາໄຟຟ້າຂອງເອີຣົບ ໃຫ້ສໍາພາດຕໍ່ BBC ວ່າ: ສາເຫດສ່ວນໜຶ່ງອາດເກີດຈາກບັນຫາການເຊື່ອມຕໍ່ສາຍສົ່ງໄຟຟ້າລະຫວ່າງຝຣັ່ງ ແລະ ແອັສປາຍ ໂດຍບັນຫາທີ່ Interconnection (ສາຍສົ່ງໄຟຟ້າຂ້າມປະເທດ) ບໍ່ອາດຈະເປັນສາເຫດດຽວ ໂດຍອາດຈະມີປັດໄຈອື່ນໆກ່ຽວຂ້ອງນໍາ.

- Visit Laos Visit SALANA BOUTIQUE HOTEL - ແອັສປາຍ-ປັອກຕຸຍການ ໄຟດັບຄັ້ງໃຫຍ່ ເລັ່ງສອບສວນຫາສາເຫດ ເນັ້ນຍັງບໍ່ພົບຫລັກຖານໂຈມຕີທາງໄຊເບີ

       ລົດໄຟຫລາຍເສັ້ນຢຸດໃຫ້ບໍລິການ, ໄຟຈະລາຈອນຢຸດເຮັດວຽກ, ບໍລິການຕ່າງໆ, ຢູ່ສະໜາມບິນເກີດຄວາມຊັກຊ້າ, ໄຟຟ້າຖືກຕັດຂາດຈາກຮ້ານຄ້າ, ຮ້ານອາຫານ ແລະ ທີ່ພັກອາໄສ ເຮັດໃຫ້ມີການປະກາດສະຖານະການສຸກເສີນໃນຫລາຍພື້ນທີ່. ຫລ້າສຸດເລີ່ມທະຍອຍຟື້ນຟູລະບົບ ແລະ ກັບມາຈ່າຍໄຟຟ້າໃນບາງພື້ນທີ່ໄດ້ແລ້ວ.

ອ້າງອີງ:

- 5 - ແອັສປາຍ-ປັອກຕຸຍການ ໄຟດັບຄັ້ງໃຫຍ່ ເລັ່ງສອບສວນຫາສາເຫດ ເນັ້ນຍັງບໍ່ພົບຫລັກຖານໂຈມຕີທາງໄຊເບີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!