ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ

- 485802337 1203557831772928 750178233626914379 n - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ
- kitchen vibe - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ

ອຸປະຕິເຫດເທິງທ້ອງຖະໜົນ ທີ່ມີໃຫ້ເຫັນສ່ວນຫລາຍ ແມ່ນຜູ້ຈັບຂີ່ບໍ່ປະຕິບັດກົດລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ ພາໃຫ້ເສຍຊັບ ຫລື ບາງທີເຖິງຂັ້ນຊີວິດອິນຊີ ຍັງມີໃຫ້ເຫັນເປັນປະຈຳ ແມ່ນແຕ່ປະເທດທີ່ຈະເລີນທາງວັດຖຸ ແລະ ເຕັກໂນໂລຊີ ກໍໜີບໍ່ມົ້ມກົ້ມບໍ່ຫວິດບັນຫາຫຍຸ້ງເຫຍີງທີ່ກ່ຽວ ຂ້ອງກັບການຈະລາຈອນໂດຍເຫັນແຈ້ງສະຖິຕິການເສຍຊີວິດຍ້ອນອຸປະຕິເຫດທາງຖະໜົນທຽບໃສ່ການເສຍຊີວິດຍ້ອນພະຍາດຮ້າຍລຳດັບຕົ້ນໆຫລາຍກວ່າ.

ສະພາບການຈະລາຈອນຢູ່ເສັ້ນໃນນະຄອນຫລວງວຽງຈັນ ຍ່ານຊານເມືອງທີ່ພວມພັດທະນາຄຶກຄັກ ຄຶກຄະນອງ ຂາດລະບຽບການ ແບບຂີ້ຄ້ານມັກງ່າຍ ເຖິງວ່າເຈົ້າໜ້າທີ່ຕໍາຫລວດຈະລາຈອນເຂດກ່ຽວຂ້ອງ ໄດ້ເອົາໃຈໃສ່ກວດກາເປັນປະຈໍາ, ແຕ່ກໍຍັງພົບເຫັນການຂັບຂີ່ຂັດກົດຈະລາຈອນທາງບົກ ບໍ່ວ່າຈະເປັນການຂັບລົດ ຜິດຊ່ອງທາງຈະລາຈອນ, ຂັບຂີ່ຊ້າແນບຊ້າຍສຸດ, ບັນທຸກດິນ-ຊາຍລົ້ນລົດບໍ່ມີຜ້າປົກຫຸ້ມ ຫລື ປົກແຕ່ບໍ່ຫຸ້ມ…ກໍເກີດອຸປະຕິເຫດກໍມີ ເຊິ່ງສະພາບເຫລົ່ານີ້ເຮັດໃຫ້ຜູ້ຂັບຂີ່ຮ່ວມຖະໜົນຕົກອົກຕົກ ໃຈ ອົກສັ່ນຂວັນໜີກໍມີຫລາຍ.

ຕົວຢ່າງຖະໜົນ 450 ປີ ເປັນເສັ້ນທາງໃຫຍ່ ເຊິ່ງກ່ອນໜ້ານີ້ 4-5 ປີ ເກືອບເປັນຖະໜົນປ່ຽວເພາະລົດທຽວບໍ່ທັນຫລາຍ, ສ່ວນຫລາຍແມ່ນລົດຂົນສົ່ງຈາກຕ່າງປະເທດ ເຊິ່ງເຖິງຍາມຄ້ອຍຄໍ່າຍາມແລງ ລົດພວງຂະໜາດຕ່າງໆໄດ້ຂົນວັດຖຸສິ່ງຂອງມາສົ່ງ, ບວກກັບການພັດທະນາເສັ້ນທາງລົດໄຟ ລາວ-ຈີນ, ລາວ-ໄທ, ລົດທຽວ ປາກົດວ່າຫລາຍຂຶ້ນໂດຍສະເພາະລົດບັນທຸກຕູ້ສິນຄ້ານັບທັງລົດຂົນຊີມັງ-ລົດໂມ້, ລົດລາກ, ລົດຂົນດິນ-ຫີນ-ຊາຍ… ເທົ່າທີ່ສັງເກດຄຶກຄັກກວ່າໝູ່ເຫັນຈະເປັນເຂດພັດທະນາສະຖານີວຽງຈັນໃຕ້ ລົດໄຟ ລາວ-ຈີນ ທີ່ເຊື່ອມໃສ່ທ່າບົກທ່ານາແລ້ງ, ສະຖານີລົດໄຟ ລາວ-ໄທ ເຂດເມືອງໄຊເສດຖາ ແລະ ຫາດຊາຍຟອງ.

- Visit Laos Visit SALANA BOUTIQUE HOTEL - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ
- Visit Laos Visit SALANA BOUTIQUE HOTEL - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ

ຍົກບັນຫາເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງຕໍ່ການເກີດອຸປະຕິເຫດໂດຍນັກຂັບຂີ່ຈໍານວນໜຶ່ງ ບໍ່ຄ່ອຍປະຕິບັດກົດຈະລາຈອນ ເນື່ອງຈາກເຫັນວ່າ ເປັນທາງກວ້າງໃຫຍ່ກໍເລັ່ງຄວາມໄວ ແລະ ບໍ່ສົນໃຈໃຊ້ຊ່ອງຈະລາຈອນຖືກຕາມການກໍານົດ. ຂະນະທີ່ນັກຂັບຂີ່ບໍ່ວ່າລົດບັນທຸກໃຫຍ່ລົດນ້ອຍຈໍານວນໜຶ່ງກໍບໍ່ຄ່ອຍສົນໃຈວ່າ ເວລາຂັບຊ້າ ຕ້ອງຢູ່ຊ່ອງຈາລະຈອນໃດ ເຊິ່ງມີບໍ່ໜ້ອຍ ຂັບຊ້າພາກັນແນບຊ້າຍ ເຮັດໃຫ້ລົດທີ່ຕ້ອງການແຊງຂຶ້ນໜ້າຕ້ອງເຮັດຜິດກົດຈະລາຈອນໄປນໍາກັນຍ້ອນລົດຄັນທາງໜ້າ ບໍ່ຍອມແນບຂວາເພື່ອປ່ອຍທາງໃຫ້ແຊງ ເຊິ່ງຂັດຕໍ່ກົດຈະລາຈອນບ້ານເຮົາ, ສ່ຽງຕໍ່ການເກີດອຸປະຕິເຫດ ແລະ ອື່ນໆ.

ການແກ້ໄຂສະພາບເຫລົ່ານີ້ ບໍ່ຍາກ ພຽງແຕ່ນັກຂັບຂີ່ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າກົດໝາຍໃນການຂັບຂີ່, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ເຂດກ່ຽວຂ້ອງ ຕ້ອງກວດກາປົກກະຕິຕາມຈຸດທີ່ເຫັນວ່າສ່ຽງ ບໍ່ຄວນເຮັດແບບເອົາຫູໄປນາເອົາຕາໄປໄຮ່. ສຸດທ້າຍແລ້ວ ອຸປະຕິເຫດ ບໍ່ມີ ຫລື ມີໜ້ອຍ, ຜູ້ຂັບຂີ່ ຕ້ອງປະຕິບັດກົດຈະລາຈອນເຄັ່ງຄັດ, ມີມາລະຍາດ ເປັນສິ່ງປະເສີດທີ່ສຸດ.

- 3 - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ
- 5 - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ
- 4 - ຂັບຂີ່ລົດ ບໍ່ໃສ່ໃຈກົດລະບຽບການຈະລາຈອນ ນຳຄວາມເດືອດຮ້ອນສູ່ຕົນເອງ ແລະ ສັງຄົມ