ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ

- 111 14 - ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ
- kitchen vibe - ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ

         ນາຍົກລັດຖະມົນຕີ ຮຸນ ມາເນດ ຂອງກໍາປູເຈຍ ປະກາດຢຸດຊື້ໄຟຟ້າ ແລະ ອິນເຕີເນັດຈາກໄທນັບແຕ່ທ່ຽງຄືນຜ່ານມາ ໂດຍລະບຸເຫດຜົນເພື່ອບໍ່ໃຫ້ເກີດຄວາມລໍາບາກໃຈຂອງຝ່າຍໄທ ພາຍຫລັງເກີດກະແສຂ່າວກະຈາຍໃນໂຊຊຽວມີເດຍກ່ຽວກັບຄໍາຂູ່ຕັດໄຟຟ້າ ແລະ ອິນເຕີເນັດໃນກໍາປູເຈຍຈາກຊາວໄທບາງກຸ່ມ.

         “ມີຂ່າວແຜ່ກະຈາຍໃນໂຊຊຽວມີເດຍຈໍານວນຫລາຍໃນໄລຍະນີ້ ກ່ຽວກັບຄໍາຂູ່ຈາກກຸ່ມຫົວຮຸນແຮງໄທບາງກຸ່ມທີ່ຈະຕັດໄຟຟ້າ ແລະ ອິນເຕີເນັດຢູ່ກໍາປູເຈຍ”.

- Visit Laos Visit SALANA BOUTIQUE HOTEL - ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ

        “ເພື່ອບໍ່ໃຫ້ຍືດເຍື້ອ ຫລື ເຮັດໃຫ້ເກີດຄວາມຍາກລໍາບາກໃນການຕັດສິນໃຈຂອງຝ່າຍໄທວ່າຈະຕັດ ຫລື ບໍ່ ຫລື ຕອນໃດ ກໍາປູເຈຍຈຶ່ງຕັດສິນໃຈຈະຈັດຫາໄຟຟ້າ ແລະ ອິນເຕີເນັດເອງໂດຍບໍ່ຕ້ອງອາໄສການຊື້ຈາກໄທ”.

         ສ່ວນທ່ານ ວັນເດ ເຊຍ ລັດຖະມົນຕີວ່າການກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງກໍາປູເຈຍ ຢືນຢັນວ່າ: ການທີ່ກໍາປູເຈຍຢຸດຊື້ອິນເຕີເນັດຈາກໄທຖືເປັນການສູນເສຍຂອງຝ່າຍໄທທີ່ສູນເສຍລາຍໄດ້ຫລາຍຮ້ອຍລ້ານໂດລາ.

         “ເນື່ອງຈາກຝ່າຍໄທຂູ່ຈະຕັດການໃຫ້ບໍລິການອິນເຕີເນັດແກ່ກໍາປູເຈຍ ຜູ້ໃຫ້ບໍລິການໂທລະຄົມມະນາຄົມຂອງກໍາປູເຈຍທັງໝົດຈຶ່ງຢຸດໃຊ້ອິນເຕີເນັດຈາກໄທ ເຊິ່ງຈະເຮັດໃຫ້ໄທສູນເສຍລາຍໄດ້ຫລາຍຮ້ອຍລ້ານໂດລາ ສາເຫດນີ້ເກີດຈາກຝ່າຍໄທຂູ່ຈະຕັດການໃຫ້ບໍລິການອິນເຕີເນັດແກ່ກໍາປູເຈຍ ເຊິ່ງໄທເປັນຄົນເວົ້າ ແຕ່ກໍາປູເຈຍລົງມືປະຕິບັດ”.

           ທາງກະຊວງຂໍ້ມູນຂ່າວຍັງອອກປະກາດຢ່າງເປັນທາງການເຖິງເຈົ້າຂອງສະຖານີໂທລະພາບທຸກສະຖານີໃນກໍາປູເຈຍ ກ່ຽວກັບການຢຸດອອກອາກາດຮູບເງົາໄທທຸກປະເພດ ເລີ່ມແຕ່ທ່ຽງຄືນວັນທີ 12 ມິຖຸນາ 2025 ເປັນຕົ້ນໄປ, ພ້ອມທັງຮຽກຮ້ອງໃຫ້ເຈົ້າຂອງສະຖານີໂທລະພາບທຸກສະຖານີດໍາເນີນຕາມຄໍາສັ່ງຫ້າມນີ້ດ້ວຍຄວາມຮັບຜິດຊອບ ເພື່ອປັບຕົວເຂົ້າກັບສະຖານະການທີ່ແທ້ຈິງ ແລະ ປົກປ້ອງຄວາມໝັ້ນຄົງຂອງປະເທດ.

         ນອກຈາກນີ້, ກະຊວງວັດທະນະທໍາ ແລະ ສິລະປະກໍາປູເຈຍ ຍັງໄດ້ປະກາດຢຸດການນໍາເຂົ້າ ແລະ ສະແດງຮູບເງົາໄທໃນໂຮງຮູບເງົາທຸກແຫ່ງຂອງກໍາປູເຈຍ ເລີ່ມແຕ່ເວລາ 12:00 ໂມງ ຂອງວັນທີ 13 ມິຖຸນາ.

         ທັງນີ້, ການປະກາດດັ່ງກ່າວເກີດຂຶ້ນຫລັງຈາກທ່ານ ຮຸນ ເຊນ ປະທານວຸດທິສະພາ ແລະ ອະດີດນາຍົກລັດຖະມົນຕີກໍາປູເຈຍ ໂພສຂໍ້ຄວາມໃນໂຊຊຽວມີເດຍ ວັນທີ 12 ມິຖຸນາ ສະເໜີໃຫ້ຢຸດການອອກອາກາດຮູບເງົາໄທທາງໂທລະພາບກໍາປູເຈຍ ແລະ ອາດຢຸດການນໍາເຂົ້າສິນຄ້າໄທ ເພື່ອຕອບສະໜອງຕໍ່ຄວາມເຄັ່ງຕຶງກັບປະເທດໄທທີ່ທະວີຄວາມຮຸນແຮງຂຶ້ນ.

ອ້າງອີງ:

- 4 - ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!