ປະທານປະເທດ ເຂົ້າຮ່ວມພິທີສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ


ວັນທີ 30 ເມສາ 2025 ນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025) ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ເຊິ່ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດ ນາມ ໄດ້ຈັດຂຶ້ນ ໂດຍມີ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍປະທານປະເທດ ເລືອງ ເກືອງ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ສະຫາຍປະທານະພາແຫ່ງຊາດ ເຈີນ ແທງ ເໝີນ, ສະຫາຍປະທານສູນກາງແນວໂຮມປະເທດຊາດ ໂດ໊ວັນຈຽນ ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາ ຂັ້ນສູງ ພັກ, ລັດ ສສ ຫວຽດນາມ, ແຂກພາຍໃນ ແລະ ຕ່າງປະເທດ, ຈຳນວນຫລາຍຄະນະໄດ້ເຂົ້າຮ່ວມ. ສໍາລັບຄະນະຜູ້ແທນຈາກ ສປປ ລາວ, ນອກຈາກ ຄະນະຜູ້ແທນຈາກຄະນະຜູ້ແທນຈາກສູນກາງແລ້ວ ຍັງມີຄະນະຜູ້ແທນຈາກກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ແຂວງຈໍາປາສັກ, ສະຫວັນນະເຂດ ແລະ ຫົວພັນ ເຂົ້າຮ່ວມ.


ການຈັດພິທີສະເຫລີມສະຫລອງໃນຄັ້ງນີ້, ເປັນການຈັດພິທີລະດັບຊາດ ໂດຍມີການສວນສະໜາມ ຢູ່ຖະໜົນ ເລຢວັ້ນ-ທໍານຽບເອກະລາດ ນະຄອນໂຮ່ຈີ່ມິງ ເຊິ່ງມີກ້ອນກໍາລັງຕ່າງໆເຂົ້າຮ່ວມສວນສະໜາມ ຫລາຍກວ່າ 13 ພັນຄົນ. ໃນນັ້ນ, ມີກ້ອນກໍາລັງຂອງ ກອງທັບປະຊາຊົນລາວ ແລະ ກ້ອນກໍາລັງຈາກປະເທດອື່ນເຊັ່ນ: ກອງທັບປະຊາຊົນຈີນ ແລະ ກອງທັບຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມສວນສະໜາມ. ນອກນັ້ນ, ໃນພິທີຍັງມີການຍິງປືນໃຫຍ່ 21 ນັດ, ມີເຮືອບິນ ເອເລກົບ ຈໍານວນ 13 ລໍາ, Yal-130 ຈໍານວນ 9 ລໍາ ແລະ Su-30MK2 ຈໍານວນ 7 ລໍາ ຂອງກອງທັບອາກາດຫວຽດນາມ ເຂົ້າຮ່ວມບິນສວນສະໜາມ ຊົມເຊີຍ ເທິງນ່ານຟ້າຂອງ ນະຄອນໂຮ່ຈີມິງ.


ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາຂັ້ນສູງພັກ, ລັດ ສປປ ລາວ ໄດ້ພົບປະກັບ ສະຫາຍເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ເຂົ້າຮ່ວມພິທີປະດັບການຍ້ອງຍໍ ຫລຽນໄຊ ຈາກລັດຖະບານ ສປປ ລາວ ໃຫ້ແກ່ ຮອງປະທານປະເທດ ແລະ ອະດີດຮອງປະທານປະເທດຂອງ ຫວຽດນາມ ທີ່ໄດ້ມີບັນດາຜົນງານດີເດັ່ນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍ ສະຫາຍປະທານປະເທດ ເລືອງເກືອງ.ນອກນັ້ນ, ຍັງພົບປະກັບຄະນະຜູ້ແທນຂັ້ນສູງຂອງ ສ ກູບາ ນໍາໂດຍ ສະຫາຍ ຊານວາດໍຣ ວານເດັສ ເມສາ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສ ກູບາ ທີ່ເດີນທາງມາຮ່ວມພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ເຊັ່ນດຽວກັນ.
ທີ່ມາ: ໜັງສືພິມປະເທດລາວ