ວຽກງານການທະຫານທ້ອງຖິ່ນມີບົດບາດສໍາຄັນຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ


ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ກ່າວໃນກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດ ຄັ້ງທີ V ໃນວັນທີ 3 ມີນາ 2022 ນີ້ທີ່ກະຊວງປ້ອງກັນປະເທດ ວ່າ:
ວຽກງານການທະຫານທ້ອງຖິ່ນມີບົດບາດສໍາຄັນຫລາຍໃນແນວທາງການທະຫານຂອງພັກ ແລະ ຕະຫລອດໄລຍະການປະຕິວັດຂອງປະເທດເຮົາ ບໍ່ວ່າຍາມສົງຄາມ ກໍຄືຍາມສັນຕິພາບ, ພັກເຮົາເວລາໃດກໍຍຶດໝັ້ນ ແລະ ຖືເອົາການປະຕິບັດໜ້າທີ່ ປກຊ-ປກສ ທົ່ວປວງຊົນ, ອີງໃສ່ປະ ຊາຊົນ, ຈາກປະຊາຊົນ, ເອົາກໍາລັງແຮງຂອງມະຫາຊົນ ແລະ ກໍາລັງແຕ່ລະບໍລິເວນທ້ອງຖິ່ນເພື່ອຕີເອົາຊະນະສັດຕູ ແລະ ເປັນກໍາລັງແກ່ນສານປົກປັກຮັກສາ, ພັດທະນາທ້ອງຖິ່ນ.
ຂະນະດຽວກັນ, ວຽກງານການທະຫານທ້ອງຖິ່ນ ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຂອງພັກ ຊຶ່ງເວລາໃດກໍຕິດພັນກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ແລະ ຂອບເຂດໃນທົ່ວປະເທດ.
ໃນກອງປະຊຸມ, ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນ 5 ປີຜ່ານມາ ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບຢູ່ທ້ອງຖິ່ນ, ການກໍ່ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ, ການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຂັ້ນພື້ນຖານ ແລະ ວຽກງານປ້ອງກັນຄວາມສະຫງົບປອດໄພ.
ນອກນີ້, ແຕ່ລະທ້ອງຖິ່ນຍັງໄດ້ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ ເຊິ່ງສະແດງອອກມີຫລາຍກົມກອງໄດ້ມີການປູກ-ການລ້ຽງຢ່າງເປັນຂະບວນເປັນຕົ້ນການປູກໄມ້ອຸດສາຫະກໍາ, ໄມ້ໃຫ້ໝາກ ແລະ ປູກພືດລົ້ມລຸກ, ລ້ຽງງົວ, ຄວາຍ, ແບ້, ໝູ, ປາ ແລະ ອື່ນໆ, ຫລາຍກົມກອງສາມາດເອົາຜົນຜະ ລິດຂອງຕົນມາຮັບໃຊ້ກົມກອງ, ຍົກລະດັບຊີວິດການເປັນຢູ່ຂອງພະນັກງານນັກຮົບດີຂຶ້ນເທື່ອລະກ້າວ.