5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ

- 504020549 1294614879340992 6880771945447080837 n rotated - 5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ
- kitchen vibe - 5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ

ກະຊວງການເງິນ ລາຍງານວັນທີ 4 ມິຖຸນາ 2025 ຜ່ານມານີ້ວ່າ: ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ລາຍງານວ່າ: ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບຕົວເລກລາຍຮັບຈາກພາສີປະຈຳແຂວງ 1,778 ຕື້ກີບ. ຜ່ານການປະຕິບັດເກັບລາຍຮັບເດືອນ 1-5 ປີ 2025  ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 772.04 ຕື້ກີບ ຫລື ເທົ່າກັບ 43,42% ຂອງແຜນການປີ. ທຽບໃສ່ໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15,75% ຄິດເປັນເງິນປະມານ 105,07 ຕື້ກີບ. ເຊິ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກຄ່າເຊັກພິເສດສົ່ງອອກ, ພາສີອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫລ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກຕໍ່ ແລະ ຄ່າທໍານຽມຕ່າງໆ.

- WhatsApp Image 2025 06 07 at 11 - 5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ

ສຳລັບທິດທາງແຜນການໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ2 ແລະ ທ່າບົກສະຫວັນນະເຂດ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານ ດ້ວຍການບຸກລະທຸຫັນເປັນທັນສະໄໝ ໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນ ລະບົບແຈ້ງພາສີໂດຍສັງເຂບ, ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (Master List), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາສະເພາະ ແລະ ກຳນົດແຜນວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.

- Visit Laos Visit SALANA BOUTIQUE HOTEL - 5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ

ທີ່ມາ: ກະຊວງການເງິນ

- 4 - 5 ເດືອນຕົ້ນປີ2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!