ອົງການກວດກາແຫ່ງລັດ ຮ່ວມກັບ UNODC ສຳມະນາແຜນຍຸດທະສາດຕ້ານການສໍ້ລາດບັງຫລວງ ແຕ່ປີ 2025-2035


ວາລະສານກວດກາ ລາຍງານວ່າ: ວັນທີ 29-30 ເມສາ 2025 ຜ່ານມານີ້ ອົງການກວດຫາແຫ່ງລັດ ຮ່ວມກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ຈັດກອງປະຊຸມສຳມະນາກ່ຽວກັບແຜນຍຸດທະສາດຕ້ານການສໍ້ລາດບັງຫລວງ ປີ 2025-2035 ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ ແລະ ທ່ານ ສາງ ໂຮ ວາງ (Sung Ho HWANG) ຫົວໜ້າຫ້ອງການ UNODC ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.
ກອງປະຊຸມສຳມະນາ ກ່ຽວກັບຮ່າງແຜນຍຸດທະສາດຕ້ານການສໍ້ລາດບັງຫລວງ ແລະ ຮ່າງແຜນປະຕິບັດງານຕ້ານການສໍ້ລາດບັງຫລວງ ແຕ່ປີ 2025—035, ຄໍາແນະນຳກ່ຽວກັບແຜນການຍຸດທະສາດ ຊຶ່ງຈະໄດ້ລົງເລິກການປຶກສາຫາລືທີ່ກ່ຽວຂ້ອງກັບແຕ່ລະຂົງເຂດພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ອື່ນໆໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນຕໍ່ໜ້າໃຫ້ກວ້າງຂວາງ ແລະ ມີປະສິດຕິຜົນ.
ນອກຈາກນີ້ ຍັງຈະສືບຕໍ່ຄົ້ນຄວ້າ ຫາລື ກ່ຽວກັບຮູບແບບ, ກົນໄກ, ວິທີການຕ່າງໆໃນການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫລວງ ເພື່ອກຳນົດແນວທາງໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນແຕ່ລະໄລຍະເຊັ່ນ: ການສ້າງ ແລະ ປັບປຸງນິຕິກຳພາຍໃນ ເພື່ອໃຫ້ສອດຄ່ອງກັບ ສະພາບການພາກພື້ນ ແລະ ສາກົນ.
ທີ່ມາ: ວາລະສານກວດກາ