ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ - 481932209 1210118091124005 4554253195456284865 n - ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ - kitchen vibe - ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ

ວັນທີ 6 ມີນາ 2025 ທີ່ ກະຊວງການ ຕ່າງປະເທດ, ໄດ້ຈັດພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ, ເຊິ່ງເປັນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຂົວ ໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ມູນຄ່າ 1,707 ລ້ານ ເຢນ ຫຼື ປະມານ 11,3 ລ້ານໂດລາສະຫະລັດ, ຕາງໜ້າລັດຖະ ບານລາວ ຮ່ວມລົງນາມໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu), ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີພາກສ່ວນກຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກ ຂີພິຍານ.

ໂຄງການຊ່ວຍເຫລືອດັ່ງກ່າວ, ເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ແລະ ສາກົນ, ໂດຍສະເພາະ ເພື່ອປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບ ຂົວແຫ່ງຕ່າງໆ ພາຍໃນ ສປປ ລາວ ທີ່ເປ່ເພ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດທີ່ເກີດຂຶ້ນ ເປັນຕົ້ນແມ່ນ ແຜ່ນດິນໄຫວ, ພາຍຸ ແລະ ນໍ້າຖ້ວມ ເຊິ່ງເຮັດໃຫ້ພື້ນຖານໂຄງລ່າງຂອງບັນດາຕົວເມືອງ ແລະ ການຄົມມະ ນາຄົມຂົນສົ່ງເປ່ເພເສຍຫາຍ.

ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນ ວຽກງານກໍ່ສ້າງພື້ນຖານໂຄງລ່າງຂອງ ສປປ ລາວ, ໂດຍສະເພາະ ຂົວຂ້າມນໍ້າຂອງ ແຫ່ງທີ II, ຂົວປາກເຊ, ໂຄງການປັບປຸງເສັ້ນທາງເລກ 9, ເສັ້ນທາງເລກ 1 ນະຄອນຫລວງວຽງຈັນ ແລະ ໂຄງການອື່ນໆອີກຫລາຍໂຄງການ.

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ - 3 - ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ - 5 - ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ - 4 - ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ມູນຄ່າ 1,707 ລ້ານເຢນ