ສະພາຫວຽດນາມຮັບຮອງແຜນປະຢັດງົບປະມານ ຄວບລວມແຂວງເຫລືອ 34 ແຫ່ງ


ສະພາຫວຽດນາມມີມະຕິເຫັນພ້ອມແຜນຫລຸດຈໍານວນແຂວງໃນປະເທດເກືອບສອງເທົ່າເຫລືອພຽງ 34 ແຫ່ງ ເຊິ່ງຈະນໍາໄປສູ່ການປົດເຈົ້າໜ້າທີ່ເກືອບ 80,000 ຄົນ ເພື່ອປະຢັດງົບປະມານຂອງປະເທດ.
ສະພາແຫ່ງຊາດຫວຽດນາມມີມະຕິສຽງສ່ວນຫລາຍ 461 ຕໍ່ 1 ສຽງ ແລະ ງົດອອກສຽງ 3 ສຽງ ຮັບຮອງແຜນການຂອງລັດຖະບານໃນການຫລຸດຈໍານວນແຂວງ ແລະ ມະຫານະຄອນເຊິ່ງເປັນເຂດປົກຄອງພິເສດທີ່ມີສະຖານະທຽບເທົ່າແຂວງ ຈາກ 63 ແຫ່ງໃນປັດຈຸບັນ ລົງເຫລືອພຽງ 34 ແຫ່ງ ເພື່ອປະຢັດງົບປະມານສູນກາງ ແຕ່ຈະເປັນການເລີກຈ້າງບຸກຄະລາກອນເກືອບ 80,000 ຄົນ.
ມະຕິຂອງສະພາແຫ່ງຊາດຫວຽດນາມໃນເລື່ອງດັ່ງກ່າວມີຜົນບັງຄັບໃຊ້ທັນທີ, ແຂວງ ແລະ ເມືອງທຸກແຫ່ງທີ່ຕ້ອງເຂົ້າສູ່ຂະບວນການຄວບລວມ ຕ້ອງປະກາດລາຍຊື່ຄະນະຜູ້ບໍລິຫານຊຸດໃໝ່ ພາຍໃນວັນທີ 30 ມິຖຸນາ ແລະ ເລີ່ມງານບໍລິຫານຢ່າງເປັນທາງການໃນວັນທີ 1 ກໍລະກົດນີ້ ໂດຍມີພຽງແຂວງ ແລະ ເມືອງ 11 ແຫ່ງເທົ່ານັ້ນທີ່ໄດ້ຮັບການຍົກເວັ້ນ ລວມທັງນະຄອນຫລວງຮ່າໂນ້ຍ, ເມືອງເວ້ ແຂວງກວາງນິງ, ແຂວງດຽນບຽນ, ແຂວງຫ່າຕິງ ແລະ ແຂວງເຫງະອານ. ສ່ວນເມືອງໂຮ່ຈີມິງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ຕ້ອງລວມເມືອງຂະໜາດນ້ອຍກວ່າເຂົ້າມາຈໍານວນໜຶ່ງ.
ທັງນີ້, ສະພາແຫ່ງຊາດຫວຽດນາມມີມະຕິໃນເດືອນກຸມພາຜ່ານມາ ເຫັນພ້ອມແຜນປະຕິຮູບໂຄງຮ່າງການບໍລິຫານອົງກອນ ເຊິ່ງລວມທັງການຍຸບໜ່ວຍງານທີ່ມີໜ້າທີ່ຄ້າຍຄືກັນ ຫລື ປະຕິບັດງານຊໍ້າຊ້ອນໃຫ້ເປັນໜ່ວຍງານດຽວກັນ ເພື່ອສົ່ງເສີມປະສິດທິພາບຂອງການຂັບເຄື່ອນນະໂຍບາຍ ແລະ ອໍານວຍຄວາມສະດວກໃຫ້ເກີດການກະຕຸ້ນເສດຖະກິດ ໂດຍເປັນການຫລຸດຈໍານວນກະຊວງຈາກ 30 ແຫ່ງ ເຫລືອ 22 ແຫ່ງ ທີ່ເປັນການເລີກຈ້າງບຸກຄະລາກອນ 23,000 ຄົນ.