ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ
ໂດຍ: ຜາຕຸງ ຜ່ານມາເຮົາໄດ້ຍິນເລື້ອຍໆກ່ຽວກັບຂ່າວທີ່ຈັບແຮງງານຄົນຕ່າງດ້າວທີ່ລັກລອບປະກອບອາຊີບທີ່ສະຫງວນໄວ້ສຳລັບຄົນໃນປະເທດນັ້ນໆ ແລະ ນັ້ນ ມັນແມ່ນສັດຈະທຳໃນການປົກປ້ອງສິດຂອງພົນລະເມືອງພາຍໃນຊາດຂອງຕົນ ແລະ ເລີ່ມຕົ້ນເດືອນເມສາເຂົ້າມາ ໄດ້ເຫັນສໍານັກຂ່າວທາງໄທ ໄດ້ລົງຂ່າວວ່າ ເຈົ້າໜ້າທີຕຳຫຼວດກວດຄົນເຂົ້າເມືອງ ໄດ້ຈັບກຸມຕົວບຸກຄົນຕ່າງດ້າວ ທີ່ລັກລອບເຮັດວຽກໂດຍທີ່ບໍ່ໄດ້ຮັບອານຸຍາດຈາກລັດຖະບານໄທ ເວົ້າງ່າຍໆແມ່ນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຜິດກົດໝາຍ ຫລື ເຮັດວຽກໃນລັກສະນະຍາດແຍ່ງອາຊີບທີ່ລັດຖະບານປະເທດເພິ່ນສະຫງວນໄວ້ໃຫ້ຄົນຂອງເພິ່ນເຮັດເອງ. ເຊິ່ງເຫດການຫລ້າສຸດມີຄົນສັນຊາດລາວ ອາຍຸ 32 ປີ,…