FDI ອະນຸມັດຊຸດກວດ ມະເຮັງປາກມົດລູກ ດ້ວຍຕົນເອງ


ສໍານັກງານຄະນະກໍາມະການອາຫານ ແລະ ຢາຂອງອາເມລິກາ (FDI) ອະນຸມັດຊຸດກວດມະເຮັງປາກມົດລູກຢູ່ເຮືອນ ເພື່ອເປັນທາງເລືອກແທນການກວດແປບສະເມຍໂດຍພະແນກພະຍາດຍິງ.
Teal Vand ເຊິ່ງເປັນຊຸດເກັບຕົວຢ່າງຈາກຊ່ອງຄອດ ທີ່ມີລັກສະນະຄ້າຍຄືຜ້າອະນາໄມແບບສອດ ໄດ້ຮັບການພັດທະນາໂດຍບໍລິສັດ ທີລ ເຮລ ແລະ ມີກໍານົດວາງຈໍາໜ່າຍທາງອອນລາຍ ສໍາລັບຜູ້ທີ່ມີອາຍລະຫວ່າງ 25-65 ປີ ເຊິ່ງມີຄວາມສ່ຽງຕໍ່ມະເຮັງປາກມົດລູກໃນລະດັບປານກາງ.
ຜູ້ໃຊ້ບໍລິການສາມາດຂໍຮັບຊຸດກວດອອນລາຍ ຜ່ານການປະເມີນສິດກັບຜູ້ໃຫ້ບໍລິການທາງໄກ ກ່ອນການສັ່ງຈ່າຍຊຸດກວດ ແລະ ສົ່ງກັບໄປຫ້ອງປະຕິບັດການ ເພື່ອວິເຄາະຫາເຊື້ອຮິວແມນແພບພິລໂລມາໄວຣັສ ຫລື ເຮຊພີວີ ເຊິ່ງຄວາມແນ່ນອນຈະທຽບໄດ້ຕໍ່ການກວດແປບສະເມຍແບບດັ້ງເດີມ.
ເຖິງຢ່າງໃດກໍດີ, ທີລ ເຮລ ຍັງບໍ່ໄດ້ເປີດເຜີຍລາຄາຂອງຊຸດກວດ, ແຕ່ລະບຸວ່າ: ກໍາລັງເຈລະຈາກັບບໍລິສັດປະກັນໄພ ເພື່ອໃຫ້ປະຊາຊົນສາມາດຊື້ໄດ້ເອງ ແລະ ຈະເປີດຕົວຢ່າງເປັນທາງການຄັ້ງທໍາອິດ ໃນລັດແຄລິຟໍເນຍ ເດືອນມິຖຸນານີ້.