ກຳຈັດການສໍ້ລາດບັງຫລວງ ເຊື້ອມະເຮັງຮ້າຍທີ່ທຳລາຍຊາດ ແລະ ສັງຄົມ

ໂດຍ: ຜາຕຸງ ການສໍ້ລາດບັງຫລວງເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ທົ່ວໄປ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນຈົນສ້າງຄວາມເລື່ອມລໍ້າທາງສັງຄົມ. ການສໍ້ລາດບັງຫລວງ ປຽບເໝືອນພະຍາດມະເຮັງຊໍາເຮື້ອແພ່ລາມໄປທົ່ວສັງຄົມເຊິ່ງບໍ່ຕ່າງຫຍັງກັບປວກເຈາະໄມ້ ມອດເຈາະເຮືອນປະໄວ້ດົນເທົ່າໃດຕົ້ນໄມ້ນັ້ນກໍຈະລົ້ມ ເຮືອນຫລັງນັ້ນກໍຈະເພພັງ ປະເທດຊາດປະສົບບັນຫາວິກິດດ້ານເສດຖະກິດ-ການເງິນ ເພາະເງິນຂອງລັດທຸກກີບທຸກອັດຈໍານວນບໍ່ໜ້ອຍມັນໄປເຂົ້າຖົງບຸກຄົນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ເພື່ອກຳຈັດປັດເປົ່າເຊື້ອມະເຮັງອັນບໍ່ດີ ຈຳນວນມອດ ຈຳນວນປວກທີ່ຄອຍກັດແຫ້ນໄມ້ແຫ້ນເຮືອນ ແຫ້ນຊັບສົມບັດຂອງຊາດໃຫ້ຄ່ອຍໆໝົດໄປນັ້ນ…

ຢ່າເອົາທາງຫລວງ ເປັນສະໜາມແຂ່ງລົດ

ໂດຍ: ຜາຕຸງ ເສັ້ນທາງການສັນຈອນ ເປັນພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກແກ່ການສັນຈອນ ເຮັດໃຫ້ການໄປມາຫາສູ່ ເຊິ່ງກັນແລະກັນ ໂລ່ງລ່ຽນສະດວກສະບາຍ, ຖະໜົນຫົນທາງ ແມ່ນຊັບສົມບັດຂອງຊາດ ທຸກຄົນມີສິດນຳໃຊ້ ແລະ ມີໜ້າທີ່ໃນການປົກປັກຮັກສາ ບໍແມ່ນກຳມະສິດຂອງບຸກຄົນ ຫຼື ພາກສ່ວນໃນໜຶ່ງ ແຕ່ຜ່ານມາຍັງມີບາງຜູ້ປະກອບການຍັງສວຍໂອກາດນຳໃຊ້ເສັ້ນທາງໃນລັກສະນະເປັນຂອງຕົນເອງ, ບາງກຸ່ມຄົນ ນຳໃຊ້ເສັ້ນທາງເປັນສະໜາມແຂ່ງລົດ ໃຊ້ເປັນທາງໄປໃນທາງທີ່ບໍ່ຖືກຕ້ອງ ໂດຍບໍ່ເກງກົວຫວັ່ນໄຫວຕໍ່ສາຍຕາ…

ອາຊີບສະຫງວນສຳລັບຄົນລາວ ແຕ່ພວກເຮົາຍັງເຫັນຄົນປະເທດອື່ນເຮັດ

ໂດຍ: ຜາຕຸງ ຜ່ານມາເຮົາໄດ້ຍິນເລື້ອຍໆກ່ຽວກັບຂ່າວທີ່ຈັບແຮງງານຄົນຕ່າງດ້າວທີ່ລັກລອບປະກອບອາຊີບທີ່ສະຫງວນໄວ້ສຳລັບຄົນໃນປະເທດນັ້ນໆ ແລະ ນັ້ນ ມັນແມ່ນສັດຈະທຳໃນການປົກປ້ອງສິດຂອງພົນລະເມືອງພາຍໃນຊາດຂອງຕົນ ແລະ ເລີ່ມຕົ້ນເດືອນເມສາເຂົ້າມາ ໄດ້ເຫັນສໍານັກຂ່າວທາງໄທ ໄດ້ລົງຂ່າວວ່າ ເຈົ້າໜ້າທີຕຳຫຼວດກວດຄົນເຂົ້າເມືອງ ໄດ້ຈັບກຸມຕົວບຸກຄົນຕ່າງດ້າວ ທີ່ລັກລອບເຮັດວຽກໂດຍທີ່ບໍ່ໄດ້ຮັບອານຸຍາດຈາກລັດຖະບານໄທ ເວົ້າງ່າຍໆແມ່ນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຜິດກົດໝາຍ ຫລື ເຮັດວຽກໃນລັກສະນະຍາດແຍ່ງອາຊີບທີ່ລັດຖະບານປະເທດເພິ່ນສະຫງວນໄວ້ໃຫ້ຄົນຂອງເພິ່ນເຮັດເອງ. ເຊິ່ງເຫດການຫລ້າສຸດມີຄົນສັນຊາດລາວ ອາຍຸ 32 ປີ,…

ປາບປາມການສໍ້ລາດບັງຫລວງ ທວງຄືນຄວາມຍຸດຕິທຳ ນຳພາປະເທດຊາດສູ່ຄວາມຈະເລີນ

ໂດຍ: ທິດກໍ່າ ເມື່ອເວົ້າເຖິງເລື່ອງການສໍ້ລາດບັງຫລວງ ນັບວ່າເປັນສິ່ງທີ່ສັງຄົມໂລກລັງກຽດ ແຕ່ທຸກໆປະເທດໃນໂລກຊໍ້າພັດມີການສໍ້ລາດບັງຫລວງຢູ່ຢ່າງທົ່ວເຖິງ ຕ່າງແຕ່ຈະມີໜ້ອຍຫລາຍ ແລະ ການປາບປາມແຕກຕ່າງກັນໄປ ເຊິ່ງທັງໝົດນັ້ນມັນເກີດຈາກຄວາມເຫັນແກ່ຕົວຂອງບຸກຄົນ, ກຸ່ມຄົນ ຈົນສ້າງຄວາມເລື່ອມລໍ້າທາງສັງຄົມ ແລະ ພາໃກ້ເກີດມີຊົນຊັ້ນຢ່າງຊັດເຈນ. ການສໍ້ລາດບັງຫລວງ ເປັນພະຍາດມະເຮັງຊໍາເຮື້ອແພ່ລາມໄປໃນທົ່ວສັງຄົມລາວ ເຮັດໃຫ້ກົດໝາຍບໍ່ສັກສິດ ທັງເຮັດໃຫ້ວຽກງານກວດກາພັກ-ລັດບໍ່ເຂັ້ມແຂງເດັດຂາດລວາດແຂ້ວເຕົ່າຖືກຂູດເກົາເຜົາລ້າງເທົ່າໃດມັນກໍບໍ່ຕື່ນ, ບໍ່ຄັນ, ບໍ່ເຈັບ, ບໍ່ປວດ…

ຈອດລົດມັກງ່າຍ ອາດກາຍເປັນບັນຫາໜັກໜ່ວງຕໍ່ສັງຄົມ

ໂດຍ: ຜາຕຸງ ຄວາມມັກງ່າຍຂອງຄົນເຮົາມັນບໍ່ມີມື້ສິ້ນສຸດເປັນ ນອກຈາກຄວາມມັກງ່າຍໃນການຖິ້ມສິ່ງເສດເຫຼືອຂອງຈຳພວກຂີ້ເຫຍື່ອນັ້ນແລ້ວ ການໃຊ້ລົດໃຊ້ຖະໜົນກໍເຊັ່ນດຽວກັນ ກໍຍັງມີຫຼາຍໆຄົນຄວາມມັກ ງ່າຍໄດ້ກາຍເປັນເງົາຕາມຕົວຂອງຜູ້ຂັບລົດໄປແລ້ວ ເຊິ່ງມັນສະແດງອອກຫຼາຍຮູບແບບໃນເວລາຂັບລົດຕາມຖະໜົນຫົນທາງ ເປັນຕົ້ນ ແລ່ນລົດຕາມໃຈດ້ວຍຄວາມໄວເກີນກຳນົດ, ແລ່ນແຊງຊ້າຍແຊງຂວາ, ແລ່ນສວນທາງ (ຢ້ອນສອນ), ລ້ຽວລົດກະທັນຫັນຕັດໜ້າລົດຄັນອື່ນ, ແລ່ນລົດຕາມທາງຄົນຍ່າງ. ນອກຈາກນັ້ນແລ້ວສິ່ງທີ່ຄົນຂັບລົດຈຳນວນໜຶ່ງທີ່ມັກງ່າຍນັ້ນ ແມ່ນການຈອດລົດຢູ່ທາງຄົນຍ່າງ, ຈອດລົດບໍ່ແນບຂອບທາງ ຊ້ຳບໍ່ໜຳເວລາຈອດລົດພໍແຕ່ມີຫວ່າງກໍຫົວສຸບເຂົ້າປ່ອຍທ້າຍລົດອອກມາໃສ່ຫົນທາງສ້າງການກີດຂວາງໃຫ້ຜູ້ທີ່ສັນຈອນໄປມາ ຊຶ່ງການກະທຳທັງໝົດນີ້ແມ່ນເກີດຈາກຄວາມຂີ້ຄ້ານມັກງ່າຍ…

ອັບເດດມີຜູ້ເສຍຊີວິດຢ່າງໜ້ອຍ 694 ຄົນ ຈາກເຫດການແຜ່ນດິນໄຫວທີ່ປະເທດມຽນມາ

ສໍານັກຂ່າວຣອຍເຕີລາຍງານວັນທີ 29 ມີນາ 2025 ຕາມການລາຍງານຂອງສະຖານີໂທລະພາບ MRTV ຕໍ່ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນໃນສູນກາງຂອງປະເທດມຽນມາ ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 694 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 1,670 ຄົນ ເຊິ່ງຄາດວ່າຈໍານວນຜູ້ເສຍຊີວິດ ແລະ ບາດເຈັບຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄວາມເສຍຫາຍຈາກແຜ່ນດິນໄຫວ ສ່ວນໃຫຍ່ເກີດຂຶ້ນໃນເມືອງມັນທະເລ…

ມົນລະພິດຮອບດ້ານ ອັນຕະລາຍຮອບທິດ ກາຍເປັນບັນຫາທີ່ຍັງຕ້ອງແກ້ໄຂໄລຍະຍາວ

ໂດຍ: ຜາຕຸງ ມົນລະພິດເກີດຈາກຫຼາຍປັດໃຈ ມີທັງມົນລະພິດທາງສຽງທີ່ເກີດຈາກການເປີດເພງດັງເກີນກຳນົດ, ເກີດຈາກສຽງລົດລາງພາຫະນະ, ມົນລະພິດທາງອາກາດ ທີ່ເກີດຈາກການເຜົາໄໝ້ຂອງເຄື່ອງຈັກເຄື່ອງຍົນ ຈາກໂຮງຈັກໂຮງງານ ຈາກການຈູດເຜົາຂີ້ເຫຍື້ອສິ່ງເສດເຫຼືອ ຈາກການຈູດໄຮ່ຈູດສວນ ລວມທັງເກີດຈາກໄຟໄໝ່ລາມປ່າ ທັງໝົດນັ້ນລ້ວນແລ້ວແຕ່ສ້າງມົນລະພິດທີ່ສົ່ງຜົນກະທົບຕໍ່ຄົນເຮົາໂດຍທາງກົງ ແລະ ທາງອ້ອມ ຊຶ່ງນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ການມີທຸລະກິດຂະຫຍາຍຕົວກໍຖືວ່າ ເປັນການດີຕໍ່ເສດຖະກິດປະເທດ, ມີແຕ່ຕ້ອງຄຳນຶງເຖິງຄວາມເປັນລະບຽບຮຽບຮ້ອຍ ເນື່ອງຈາກວ່າ ການເປີດບໍລິການຮອດ…

ນໍ້າປະປາຢູ່ນະຄອນຫຼວງຂາດແຄນ ຈະໃຫ້ເພິ່ງນໍ້າບາດານແທນ ຄືບໍ ?

ໂດຍ: ມຶກບໍ່ແຫ້ງ ຕະຫລອດໄລຍະ 2-3 ເດືອນຜ່ານມາ ການຂາດນໍ້າປະປາ ທີ່ແກ່ຍາວ ໄດ້ສ້າງຄວາມຫຍຸ້ງຍາກແກ່ປະຊາຊົນບໍ່ໜ້ອຍ ໂດຍສະເພາະ ຍາມວັນເສົາ ອາທິດ ທີ່ຕ້ອງໄດ້ໃຊ້ນໍ້າຫຼາຍ ໃນການຊັກລ້າງ ແຕ່ນໍ້າປະປາກໍງຽບຫາຍບໍ່ກາຍມາໃຫ້ໄດ້ຊົມໃຊ້, ມີຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ. ດັ່ງທີ່ພວກເຮົາຮູ້ກັນວ່າ ນໍ້າແມ່ນປັດໄຈພື້ນຖານທີ່ສຸດໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ບໍ່ວ່າ ຈະເປັນການດື່ມ…

ປະຢັດ ບໍ່ຟູມເຟືອຍ ເມື່ອປະສົບຄວາມຫຍຸ້ງຍາກຂັດສົນ

ໂດຍ: ລຳເງິນ ຕົ້ນທຶນຊີວິດຂອງຄົນບໍ່ຄືກັນ ການດໍາລົງຊີວິດຍ່ອມປະສົບທັງຫຍຸ້ງຍາກ ຫລື ອ່າວສະດວກໜ້ອຍຫລາຍຕ່າງກັນ, ແຕ່ທີ່ຍົກບັນຫານີ້ຂຶ້ນມາໃນທ່າມຄວາມຫຍຸ້ງຍາກ, ທຸກການໃຊ້ຈ່າຍຕ້ອງຄໍານຶງເຖິງການປະຢັດ ບໍ່ຟູມເຟືອຍ ແລະ ພະຍາຍາມຫາລາຍຮັບ ທີ່ປອດໃສຂາວສະອາດມາຕື່ມ (ຫລາຍຄົນອາດຄັນແຂ້ວວ່າ“ຈະເອົາຫຍັງມາປະຢັດ ມັນມີຈໍາກັດຢູ່ແລ້ວ ເວົ້າເລື່ອງເງິນ ຫລື ຈະປະຢັດແນວໃດ ມັນບໍ່ມີຮອດຈະຈ່າຍຊໍ້າ”. ຄວາມຈິງແລ້ວ, ການປະຢັດ…

ພັກປະຊາຊົນປະຕິວັດລາວ ກໍາເນີດ ແລະ ເຕີບໃຫຍ່ບົນເສັ້ນທາງການຕໍ່ສູ້ປະຕິວັດ

ໂດຍ: ທິດກໍ່າ ມາຮອດປີ 2025 ພັກເຮົາມີອາຍຸຄົບຮອບ 70 ປີພໍດີ (22/3/1955 – 22/3/2025) ພັກປະຊາຊົນປະຕິວັດລາວມີຕົ້ນກໍາເນີດຈາກພັກກອມມູນິດອິນດູຈີນ ເຊິ່ງນໍາພາໂດຍປະທານ ໂຮ່ຈີມິງ ພາລະກິດໃນໄລຍະນັ້ນແມ່ນເຮັດໜ້າທີ່ຕີຕ້ານຈັກກະພັດຝຣັ່ງທີ່ເຂົ້າມາຮຸກຮານຢຶດເອົາສາມປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເປັນຫົວເມືອງຂຶ້ນ. ຕໍ່ມາພາຍຫລັງພັກກອມມູນິດອິນດູຈີນມີການເຕີບໃຫຍ່ຂະຫຍາຍຕົວຈຶ່ງໄດ້ແຍກພັກອອກມາເປັນສາມພັກພໍໃຜພໍມັນຈົນມາຮອດປັດຈຸບັນນີ້….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!