ສະຫວັນນະເຂດສຶກສາການສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ 2 ແຫ່ງ
ແຂວງສະຫວັນນະເຂດໄດ້ອະນຸຍາດໃຫ້ບໍລິສັດ ຄຳວຽງງາມ ຈຳກັດຜູ້ດຽວ ລົງທຶນດຳເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ 2 ແຫ່ງຢູ່ສາຍນ້ຳເຊກອກ, ເມືອງວິລະບູລີ ແລະ ຫ້ວຍເບລິ້ມ, ເມືອງນອງ, ຊຶ່ງພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອດໍາເນີນໂຄງການດັ່ງກ່າວມີຂຶ້ນເມື່ອທ້າຍອາທິດຜ່ານມາລະຫວ່າງທ່ານ ບຸນຕາ ຈິມມາລາ ຮອງຫົວໜ້າພະແນກພະລັງງານ-ບໍ່ແຮ່ແຂວງ ແລະ ທ່ານ ປາຈິດ ຄຳວຽງງາມ ອຳນວຍການບໍລິສັດຄຳວຽງງາມຈຳກັດຜູ້ດຽວ, ໂດຍມີທ່ານຮອງເຈົ້າແຂວງສະຫວັນນະເຂດ ທ່ອນແກ້ວ ພຸດທະໄກຍະລາດ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານອຳນວຍການບໍລິສັດຄຳວຽງງາມໃຫ້ຮູ້ວ່າ: ຕົນມີຄວາມພ້ອມທີ່ຈະດຳເນີນການສຶກສາຄວາມເປັນໄປໄດ້ເພື່ອສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍທັງສອງແຫ່ງ, ໂດຍໄລຍະທຳອິດຈະເລີ່ມສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ເພື່ອໃຫ້ຮັບປະກັນຫລີກລ້ຽງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມໃນຂອບເຂດໂຄງການ, ທັງຮັບປະກັນການພັດທະນາແບບຍືນຍົງຕາມທິດສີຂຽວຂອງລັດຖະບານ. ສໍາລັບເຂື່ອນຫ້ວຍເບລິ້ມຈະມີກຳລັງການຕິດຕັ້ງ ປະມານ 8 ເມກາວັດ ແລະ ນ້ຳສາຍເຊກອກອາດມີກຳລັງຕິດຕັ້ງບໍ່ຕ່ຳກວ່າ 12 ເມກາວັດ. ຫາກມີຄວາມເປັນໄປໄດ້ໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກໃນສອງຈຸດດັ່ງກ່າວ, ຈະເຮັດໃຫ້ມີຄວາມສາ ມາດຜະລິດກະແສໄຟຟ້າສະໜອງຄວາມຕ້ອງການຂອງການຊົມໃຊ້ພາຍສອງເມືອງເປັນຢ່າງດີຕາມແນວທາງນະໂຍບາຍຂອງພັກ-ລັດຖະບານວາງໄວ້.