ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ


ອີງຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ວັນທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ວັງວຽງແມ່ນໜຶ່ງໃນສີ່ເມືອງຍອດນິຍົມ ແລະ ເປັນປາຍທາງການທ່ອງທ່ຽວສຳຄັນທີ່ສຸດຂອງລາວ, ຄຽງຄູ່ກັບນະຄອນຫຼວງວຽງຈັນ, ຫລວງພະບາງ ແລະ ຈຳປາສັກ. ນອກນີ້ໃນອາທິດຜ່ານມາອໍານາດການປົກຄອງແຂວງວຽງຈັນໄດ້ອະນຸມັດໃຫ້ບໍລິສັດ ອີຈິນ ວິສະຫະກຳກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບໂຄງການພັດທະນາສະໜາມບິນເກົ່າເມືອງວັງວຽງໃຫ້ກາຍແຫລ່ງທ່ອງທ່ຽວແບບຍືນຍົງ, ຊຶ່ງຄາດວ່າຈະມີການລົງທຶນຫລາຍກວ່າ 200 ລ້ານໂດລາສະຫະລັດ, ກວມເນື້ອທີ່ຫລາຍກວ່າ 15 ເຮັກຕາເພື່ອສ້າງຫ້ອງວາງສະແດງສິລະປະ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງສໍາລັບເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ, ເຊິ່ງກິດຈະກໍາທັງໝົດຕ້ອງໄດ້ມີການຮັບຮອງຈາກພາກລັດຕາມລະບຽບກົດໝາຍ, ຖ້າໂຄງການດັ່ງກ່າວເກີດຂຶ້ນຈິງຍິ່ງຈະເຮັດໃຫ້ວັງວຽງສາມາດດຶງດູດນັກທ່ອງທ່ຽວໄດ້ຫລາຍຂຶ້ນຕື່ມອີກ.