ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ

- 493843941 9432987916823015 3259006063161999555 n - ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ
- kitchen vibe - ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ

ໂດຍ : ຜາຕຸງ

ຫົນທາງດີ ຫົນທາງງາມ ການໄປມາສະດວກສະບາຍ ເປັນພື້ນຖານໂຄງລ່າງ ຂອງການພັດທະນາປະເທດຊາດ, ເສດຖະກິດໃຫ້ຂະຫຍາຍຕົວ ນຳເອົາຄວາມສະດວກສະບາຍຄວາມຈະເລີນທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ປະຊາຊົນມີຊີວິດຄວາມເປັນຢູ່ດີຂຶ້ນ ແຕ່ໃນຂະນະດຽວກັນຄວາມຈະເລີນທາງດ້ານຈິດໃຈຂອງຄົນຈຳນວນບໍ່ໜ້ອຍ ພັດບໍ່ຈະເລີນຕາມໄປເໝືອນເງົາຕາມຕົວ ໃນທີ່ສຸດເລີຍຂາດຄວາມຮັບ ຜິດຊອບຕໍ່ສັງຄົມ ຕໍ່ສິ່ງແວດລ້ອມອ້ອມຂ້າງ ສ້າງຄວາເປື້ອນເປິ ຮົກເຮື້ອ ໂດຍສະເພາະ ແມ່ນສ້າງນ້ຳເປື້ອນສົ່ງກິ່ນເໝັນຕາມຖະໜົນຫົນທາງ ສຸດທ້າຍກາຍເປັນການສ້າງມົນລະພິດຕ່ໍສິ່ງແວດລ້ອມທຳມະຊາດ ທັງຄົນ ແລະ ສັດ.

- Visit Laos Visit SALANA BOUTIQUE HOTEL - ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ

ໃນແຕ່ລະວັນປະຊາຊົນຢູ່ໃນຕົວເມືອງໃຫຍ່ ໄດ້ສ້າງຂີ້ເຫຍື້ອສິ່ງເສດເຫຼືອຈາກຄົວເຮືອນເປັນຈຳນວນມະຫາສານ ບາງບ່ອນບໍ່ມີການກຳຈັດຢ່າງຖືກຕ້ອງ ເຖິງຈະມີລົດຈາກຫົວໜ່ວຍທີ່ໄດ້ຮັບສຳປະທານເກັບມ້ຽນຂີ້ເຫຍື້ອມາເກັບມ້ຽນ ແລະ ເອົາໄປຖິ້ມແລ້ວກໍຕາມ ແຕ່ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຮັດໃຫ້ປະຊາຊົນໃຊ້ວິທີການຈູດແບບຊະຊາຍ ແລະ ຖິ້ມແບບຊະຊາຍ ຢັງຢາຍໄປທົ່ວຕາມຄອກແຄແຈຮົ້ວ ລາມອອກໄປທົ່ວຖະໜົນຫົນທາງ ຕາມຄອງນໍ້າຕ່າງໆຢ່າງຫຼວງຫຼາຍ ທັງນອກຕົວເມືອງ ແລະ ໃນເມືອງ ກາຍເປັນບັນຫາທີ່ໜ້າເປັນຫ່ວງ.

ອີກກໍລະນີໜຶ່ງ ປະຊາຊົນໄດ້ນຳເອົາຂີ້ເຫຍື້ອມາໄວ້ຈຸດລົດມາຮັບ ແຕ່ກ່ອນລົດຈະມາເກັບກໍຕ້ອງໃຊ້ເວລາຫຼາຍວັນຈຶ່ງຕົກໃສ່ຮອບ ຫຼື ມີບາງຄັ້ງເມື່ອຮອບຮອບວຽນແລ້ວລົດກໍບໍ່ມາເອົາຈຳເປັນຕ້ອງຖ້າໄປອີກຫຼາຍວັນ ພາໃຫ້ເສດຂີ້ເຫຍື້ອຈຳນວນໜຶ່ງເນົ່າເປື່ອຍສົ່ງກິ່ນເໝັນຄັບທີບກໍມີ ລາຍບໍ່ດີຖືກສັດສາວາສິ່ງເຂ່ຍ ກັດອອກມາຊະ ລົມພັດປິວກະຈັດກະຈາຍໄປກໍມີ. ບັນຫາທີ່ຕາມມາ ເວລາລົດມາເກັບຂີ້ເຫຍື້ອກໍອ່າວໃຊ້ເວລາດົນແດ່, ຈອດບ່ອນໃດ ນ້ຳເປື້ອນກໍຍ້ອຍລົງໃສ່ບ່ອນນັ້ນ ຍິ່ງເປັນຫົນທາງປູຢາງ ຫຼື ປູຊີມັງ ກໍຍິ່ງເຮັດໃຫ້ນ້ຳເປື້ອນກະຈາຍເປັນວົງກວ້າງ ສົ່ງກິ່ນ ເໝັນສ້າງຄວາມລຳຄານຕໍ່ມວນຊົນທີ່ສັນຈອນໄປມາເປັນເວລາຫຼາຍມື້ຈຶ່ງເຫືອດແຫ້ງຈືດຈາງໄປ ເມື່ອເຫັນແລ້ວມັນເປັນພາບທີ່ບໍ່ຄັກປານໃດ ບໍ່ສົມກັບຄຳວ່າ ສ.ສະອາດ ເລື່ອງພັດທະນາຍັງຫ່າງໄກ.

ກໍລະນີນໍ້າເປື້້ອນຍ້ອຍໃສ່ທາງ ອາດເປັນຍ້ອນພາຫານະທີ່ຫົວໜ່ວຍທຸລະກິດທີ່ນຳມາໃຊ້ບໍລິການນັ້ນສ່ວນຫຼາຍເປັນພາຫານະທີເກົ່າແກ່ໃຊ້ງານມາດົນແລ້ວ ຖັງເກັບມ້ຽນຂີ້ເຫຍື້ອໂດກ, ຂາດ ເຮັດໃຫ້ມີນ້ຳເປື້ອນຍ້ອຍຍາດລົງຕາມທາງເປັນສາຍໄປສ້າງຄວາມເປື້ອນເປິໃສ່ຖະໜົນຫົນທາງ ຫຼື ຊຸມຊົນສ້າງມົນລະພິດກະທົບຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນຢ່າງກວ້າງຂວາງ.

ຢ່າງໃດກໍຕາມ ໃນຂອດຄວາມຮັບຜິດຊອບຂອງຜູ້ສຳປະທານໂດຍກົງ ຕ້ອງຮັບຜິດຊອບເລື່ອງການເກັບມ້ຽນຂີ້ເຫຍື້ອຕາມໂມງເວລາ, ພາຫະນະຂົນສົ່ງຕ້ອງຮັບປະກັນດ້ານຄວາມສະອາດ ລວມທັງພະນັກງານຜູ້ເຮັດໜ້າທີ່ບໍລິການເກັບມ້ຽນຄວນເພີ່ມທະວີຄວາມຮັບຜິດຊອບ ສ່ວນເບື້ອງປະຊາຊົນເຮົາກໍຕ້ອງມັດຫໍ່ຂີ້ເຽືຫຍື້ອສິ່ງເສດເຫຼືອໃຫ້ແໜ້ນໜາ, ບໍ່ຖິ້ມຊະຊາຍ, ບໍ່ຈູດໄປທົ່ວທີບ ບັນຫານີ້ພວກເຮົາຕ້ອງຮີບຮ້ອນແກ້ໄຂຊ່ວຍກັນ ເຊິ່ງທັງໝົດນັ້ນກໍເພື່ອເຮັດໃຫ້ບ້ານເມືອງເຮົາມີຄວາມສະອາດງາມຕາເປັນລະບຽບຮຽບຮ້ອຍ ເປັນທີ່ເອກອ້າງຕໍ່ສາຍຕາຂອງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວ ມີຄວາມປະທັບໃຈ ຫຼົງໃຫຼໃນມົນສະເໜ່ຂອງເມືອງລາວຕະຫຼອດໄປ.

- 5 - ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!