ກອງປະຊຸມສະພາຂໍໃຫ້ເລັ່ງລັດແກ້ໄຂບັນຫາຂອງຊາດ


ໂດຍ: ທິດກ່ຳ
ດັ່ງທີ່ຮູ້ນຳກັນແລ້ວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາຮອດວາລະສຸດທ້າຍແລ້ວ, ໃນໂອກາດກອງປະຊຸມຄັ້ງນີ້, ສັງເກດເຫັນໄດ້ວ່າມີອັນກ້າວໜ້າພັດທະນາດີຂຶ້ນຫລາຍເທົ່າ, ສິ່ງທີ່ໂດດເດັ່ນທີ່ສຸດ ກໍແມ່ນການປະກອບຄຳເຫັນຂອງບັນດາຜູ້ແທນແຕ່ລະເຂດເລືອກຕັ້ງ ມີລັກສະນະກົງໄປກົງມາ, ມີການສະເໜີໃນທຸກໆບັນຫາທີ່ຕ້ອງໄດ້ແກະໄງ້ອອກມາເວົ້າວ່າໃຫ້ມີການແກ້ໄຂບຸກທະລຸຢ່າງຈິງຈັງ ແລະ ເປັນຮູບປະທຳດີຂຶ້ນ.
ບັນຫາພົ້ນເດັ່ນທີ່ບັນດາຜູ້ແທນໄດ້ຍົກມາເປັນປະເດັນຫລັກໆກໍແມ່ນເລື່ອງທີ່ດິນ, ເລື່ອງຂອດພະນັກງານລັດສໍ້ລາດບັງຫລວງ, ເລື່ອງການເກັບລາຍຮັບບໍ່ໄດ້ຕາມແຜນຍ້ອນຫລາຍສາເຫດ, ເລື່ອງໜີ້ສິນ, ເລື່ອງກົນໄກບໍລິການປະຕູດຽວ, ແຜນລາຍຮັບ-ລາຍຈ່າຍ, ຕະຫລອດການປະກອບຄຳເຫັນຂອງສະພາຕໍ່ລັດຖະບານ ແລະ ຮັບຮອງເອົາກົດໝາຍໃໝ່, ກົດໝາຍສະບັບປັບປຸງໄດ້ຫລາຍສະບັບ.
ແນວໃດກໍຕາມ, ໃນບັນຫາຕ່າງໆທີ່ໄດ້ຍົກເອົາມາເວົ້າວ່າຢູ່ໃນສະພາຄັ້ງນີ້, ມັນລ້ວນແລ້ວແຕ່ພົວພັນເຖິງຊາຕາກຳຂອງປະເທດຊາດ, ເຊິ່ງພວກເຮົາທັງໝົດທຸກຄົນພາຍໃນຊາດຈະຕ້ອງມີຄວາມຮັບຜິດຊອບເພື່ອຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ.
ສ່ວນຜູ້ທີ່ນຳພາເຮັດນຳພາສ້າງ ກໍບໍ່ມີໃຜນອກຈາກພັກ ແລະ ລັດຖະບານ, ໂດຍມີອົງການ, ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ພາກັນເລັ່ງຂຸ້ນຂ້ຽວປະຕິບັດ ຈຶ່ງຈະໄດ້ຮັບໝາກຮັບຜົນເປັນຕົນເປັນຕົວອອກມາ.
ຜູ້ທີ່ຕັດສິນຊີ້ຂາດໃນພາລະກິດແທ້ໆ ກໍແມ່ນເຈົ້າພະນັກງານທີ່ເປັນຫົວຈັກຫລັກແຫລ່ງຕ້ອງເປັນເຈົ້າການນຳໜ້າພາທາງມີຄວາມຮັບຜິດຊອບສູງ ແລະ ສັດຊື່ບໍລິສັດຕໍ່ຜົນປະໂຫຍດລວມຂອງຊາດນັ້ນເປັນທີ່ຕັ້ງ, ເທົ່າທີ່ຜ່ານມາບັນຫາຕ່າງໆທີ່ມັນຍັງອຶດອາດ, ເກີດປາກົດການຫຍໍ້ທໍ້ພາຍໃນມັນລ້ວນແລ້ວແຕ່ແມ່ນເຈົ້າພະນັກງານ, ບັນດາສະຫາຍສະມາຊິກພັກຈໍານວນໜຶ່ງ ເປັນຜູ້ພາເພເພາະຈະເຮັດອັນໃດລົງໄປ ຜິດ ຫລື ຖືກ ກໍເລີ່ມມາຈາກອົງຄະນະພັກ, ບັນດາສະຫາຍສະມາຊິກພັກຢູ່ບ່ອນນັ້ນໆ ເປັນຕົ້ນເຫດ ແລະ ຕັດສິນບັນຫາ.
ໃນຄວາມເປັນຈິງແລ້ວ, ໃນທຸກອົງກອນ ແລະ ບັນດາຂະແໜງການຂອງລັດບໍລິຫານພວກເຮົາກໍມີອົງການຈັດຕັ້ງຂອງພັກ, ຂອງລັດຢ່າງແໜ້ນໜາຮັດກຸມ. ນອກຈາກນັ້ນ, ກໍຍັງມີໜ່ວຍງານກວດກາຂອງພັກ, ໜ່ວຍງານກວດກາຂອງລັດຢ່າງຄົບຊຸດ, ແຕ່ເປັນຫຍັງບັນດາປາກົດການຫຍໍ້ທໍ້ຢູ່ພາຍໃນບາງບ່ອນຫລືຕາມຂະແໜງການກົມກອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈຶ່ງເກີດມີບັນຫາປາກົດການຫຍໍ້ທໍ້ເກືອບວ່າກາຍເປັນຊຳເຮື້ອ, ອັນສາເຫດຕົ້ນຕໍກໍເນື່ອງມາຈາກກະໂຕສະມາຊິກພັກ, ພະນັກງານ ແລະ ແກນນຳຢູ່ບ່ອນນັ້ນເປັນຕົ້ນເຫດ ຫລື ຮ້າຍແຮງກວ່ານັ້ນຍັງນຳພາໝູ່ເຮັດພາໝູ່ໄປ ອັນເປັນການກະທຳຜິດຕໍ່ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
ເຖິງຢ່າງໃດກໍດີ, ໃນເມື່ອກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດທີ VIII ຄັ້ງນີ້ໄດ້ສຳເລັດເສັດຊິ້ນໄປແລ້ວບັນຫາການຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກ ຫລື ມະຕິຕ່າງໆ ທີ່ຜ່ານສະພາຮັບຮອງໄປແລ້ວຕ້ອງໄດ້ປະຕິບັດໃຫ້ເກີດດອກອອກຜົນເປັນຮູບປະທຳອອກມາຢ່າງໜ້າເພິ່ງພໍໃຈ.
ໄປຄຽງຄູ່ກັນນັ້ນ, ການຜັນຂະຫຍາຍມະຕິຄັ້ງທີ X ຂອງພັກ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດກໍໄດ້ຍ່າງກ້າວເຂົ້າມາທ້າຍສະໄໝແລ້ວ. ນັບແຕ່ໄລຍະນີ້ຫາກອງປະຊຸມໃຫຍ່ຄັງທີ XI ຂອງພັກຂະບວນການຕ່າງໆ ທີ່ປິ່ນອ້ອມເພື່ອສ້າງຜົນງານຕ້ອນຮັບກໍແມ່ນກອງປະຊຸມສາມຂັ້ນ, ໂດຍສະເພາະແມ່ນກອງປະຊຸມອົງຄະນະພັກຂັ້ນເມືອງ, ຂັ້ນແຂວງ, ຂັ້ນກະຊວງທະບວງກົມທີ່ພວມທະຍອຍສືບຕໍ່ຈົນກວ່າສຳເລັດ ແລ້ວກໍແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ.
ຜ່ານກອງປະຊຸມໃຫຍ່ສາມຂັ້ນທີ່ກ່າວມານີ້ຈະສາມາດແກ້ໄຂບັນດາບັນຫາຂັ້ນຂອດທີ່ຄົງຄ້າງຕ່າງໆ ອັນເກົ່າ ແລະ ສືບຕໍ່ແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ຂອງແຕ່ລະກົມກອງທ້ອງຖິ່ນກ້າວໃຫ້ກ້າວໄປໜ້າ ແລະ ເຫັນປະຈັກຕາຢ່າງບໍ່ຢຸດຢັ້ງ.
ເພາະສະນັ້ນ, ກອງປະຊຸມສະພາຄັ້ງນີ້, ຈຶ່ງເປັນຄັ້ງສຳຄັນຕໍ່ພາລະກຳປະຫວັດສາດ ກໍຄືພາລະກິດຂອງຊາດ, ເຊິ່ງຄົນລາວທັງມວນຕ້ອງພ້ອມກັນຕິດຕາມ, ຮັບຮູ້ເຊື່ອມຊຶມ ແລະ ນຳໄປຜັນຂະຫຍາຍໂດຍທົ່ວເຖິງກັນ.