ຈົ່ງໃສ່ໃຈ ຄົນທຳມະດາທົ່ວໄປ ບໍ່ຄວນນຳໃຊ້ ເຄື່ອໝາຍຂອງຕຳຫຼວດ


ໂດຍ: ຜາຕຸງ 10.4.25
ຕະຫຼອດໄລຍະຜ່ານມາຫຼາຍປີ ມີບາງຄົນມັກສວມໃສ່ເຄື່ອງນຸ່ງຂອງ ຕຳຫຼວດໄປທຳມາຫາກິນ ບາງພວກກໍທຳມາຫາກິນດ້ວຍຄວາມສຸດຈະລິດດ້ວຍການກະສິກຳອອກແຮງງານເພີ່ມພູນຜະລິດຜົນ, ບາງຄົນບາງພວກກໍນຳມາປະກອບການດຳເນີນທຸລະກິດສ້າງຄວາມລໍ້າລວຍໃຫ້ຕົນເອງ ນັ້ນກໍຍັງພໍໄຄແດ່ ແຕ່ມີບາງພາກສ່ວນຊ້ຳພັດສວມໃສ່ເຄື່ອງນຸ່ງຂອງຖື ທີ່ມີສັນຍະລັກ ຫຼື ໂລໂກ ຂອງຕຳຫຼວດ ແລ້ວໄປກະທຳສິ່ງທີ່ບໍ່ດີຜິດຕໍ່ຂໍ້ຫ້າມ ແລະ ລະບຽບກົດໝາຍຂອງບ້ານເມືອງ ສ້າງຄວາມເສື່ອມເສຍຕໍ່ອົງກອນ ຍັງບໍ່ແລ້ວ ພັດຍັງເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈຜິດ ແລະ ຄວາມບໍ່ເຊື່ອໝັ້ນຕໍ່ອົງກອນນັ້ນໆ.
ດັ່ງນັ້ນ, ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າ ຕໍ່ອົງກອນຕຳຫຼວດໃຫ້ນັບມື້ເດັ່ນຂຶ້ນນ ແລະ ປ້ອງກັນບໍ່ໃຫ້ບຸກຄົນໃດໜຶ່ງນຳໃຊ້ເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບຕຳຫຼວດ ນຳໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ ອັນຈະສ້າງຄວາມເສື່ອມເສຍຕໍ່ອົງກອນຕໍ່ໄປອີກ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເລກທີ 09/ປກສ ວັນທີ 24 ມີນາ 2025 ໂດຍຫ້າມນາຍ ແລະ ພົນຕຳຫຼວດ, ກົມກອງ, ການຈັດຕັ້ງ ພາຍໃນກຳລັງ ປກສ ແລະ ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍທີ່ອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ນໍາໃຊ້ໂລໂກ, ເຄື່ອງໝາຍ, ລາຍຊື່ ປກສ ໄປນຳໃຊ້ ແລະ ຜະລິດຕິດໃສ່ຜະລິດຕະພັນຕ່າງໆ ເປັນຕົ້ນ, ໂສ້ງ, ເສື້ອ, ໝວກ ແລະ ອື່ນໆ ແລ້ວນໍາມາຈໍາໜ່າຍຢ່າງເດັດຂາດ.
ບໍ່ອະນຸຍາດ ໃຫ້ນໍາເອົາເຄື່ອງແບບຂອງກໍາລັງປ້ອງກັນຄວາມສະຫງົບ ທຸກປະເພດໄປຜະລິດ, ດັດແປງເຄື່ອງ, ຈຳໜ່າຍ ແລະ ແອບອ້າງເປັນເຈົ້າໜ້າທີ່ ເຮັດໃຫ້ເສຍບົດບາດກໍາລັງປ້ອງກັນຄວາມສະຫງົບເດັດຂາດ.
ບໍ່ອະນຸຍາດໃຫ້ນໍາເອົາບັນຊີ ລາຍຊື່ຂອງນາຍ ແລະ ພົນຕຳຫຼວດ ໄປຜະລິດ ຢູ່ທາງນອກ ໂດຍເດັດຂາດ (ໃຫ້ມາ ຜະລິດ ຢູ່ກົມປ້ອງກັນກຳລັງ ກົມໃຫຍ່ການເມືອງປ້ອງກັນຄວາມສະ ຫງົບ ຕາມຮູບແບບທີ່ກະຊວງປ້ອງກັນຄວາມສະຫງົບໄດ້ຕົກລົງ) ແລະ ຖ້ານາຍ ແລະ ພົນຕຳຫຼວດ, ກົມ, ກອງ, ການຈັດຕັ້ງ ພາຍໃນກຳລັງ ປກສ ແລະ ບຸກຄົນ, ນິຕິບຸກຄົນ, ຫົວ ໜ່ວຍທຸລະກິດ, ນັກທຸ ລະກິດ, ຜູ້ປະກອບການ, ຊາວຄ້າຂາຍທີ່ອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ຝ່າຝືນ, ລະເມີດ ຈະຖືກປະຕິບັດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ.
ບັນຫາການນຸ່ງຫົ່ມເຄື່ອນຸ່ງຂອງເຈົ້າໜ້າທີ່ ໃນຖັນແຖວປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເມື່ອເບິ່ງໂດຍລວມແລ້ວອາດເຫັນວ່າເປັນເລື່ອງປົກກະຕິເພາະຢູ່ບັນດາປະເທດອ້ອມຂ້າງເຮົາກໍມີຫຼາຍ ແຕ່ຖ້າເບິ່ງເລິກລົງໄປແລ້ວເຫັນວ່າມັນເປັນເລື່ອງທີ່ລະອຽດອ່ອນ ຂອງປະເທດຊາດ ມັນພົວພັນເຖິງຄວາມເປັນເອກະລາດຂອງຊາດໃຫ້ມີຄວາມສະຫງົບ, ການທີ່ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການນີ້ມາແມ່ນເປັນສິ່ງດີທີ່ ໃນການປ້ອງກັນບໍ່ໃຫ້ມີກຸ່ມຄົນສວຍໃຊ້ອົງກອນສ້າງຄວາມບໍ່ສະຫງົບໃນສັງຄົມ ແລະ ເພື່ອປົກປັກຮັກສາຄວາມເປັນເອກະລາດຂອງຊາດໃຫ້ໝັ້ນຄົງຕະຫຼອດໄປ.