ໄພໃກ້ຕົວທີ່ໜ້າຕິດຕາມ “ສົງຄາມແດນໄກໃນຕາເວັນອອກກາງ”

- 20231009500953 - ໄພໃກ້ຕົວທີ່ໜ້າຕິດຕາມ “ສົງຄາມແດນໄກໃນຕາເວັນອອກກາງ”
- kitchen vibe - ໄພໃກ້ຕົວທີ່ໜ້າຕິດຕາມ “ສົງຄາມແດນໄກໃນຕາເວັນອອກກາງ”

ໂດຍ: ປ.ປັດເຈກ

ສະໜາມຮົບ “ຕາເວັນອອກກາງ” ພື້ນທີ່ທະເລຊາຍຟົດເດືອດອີກເທື່ອໃໝ່ ໃນວັນທີ 13 ມິຖຸນາ 2025 ທີ່ຜ່ານມາ ແລະ ຍິ່ງທະວີຄວາມດຸເດືອດຂຶ້ນຊັກໄຊ້ ເມື່ອອີຣານ ແລະ ອິດສະຣາແອນໂຕ້ຕອບກັນໄປມາ ເຊິ່ງນັກວິເຄາະລະດັບໂລກຫຼາຍຝ່າຍຕ່າງໂຈດຈາກັນວ່າ ໝາກກະດານສົງຄາມຄັ້ັງນີ້ ອາດເປັນເງື່ອນໄຂສຳຄັນນຳໄປສູ່ສົງຄາມໂລກຄັ້ງໃໝ່ ຢ່າງໜ້ອຍທີ່ສຸດ “Geo-Political ຫຼື ພູມີສາດການເມືອງ” ຍ່ອມເກີດການປ່ຽນແປງຄັ້ງໃໝ່ໃນສະຕະວັດ 21.

- Visit Laos Visit SALANA BOUTIQUE HOTEL - ໄພໃກ້ຕົວທີ່ໜ້າຕິດຕາມ “ສົງຄາມແດນໄກໃນຕາເວັນອອກກາງ”

ພວກເຮົາຈະບໍ່ເວົ້າລົງເລິກເລື່ອງມູນເຫດຂອງສົງຄາມ ດັ່ງກ່າວ ເພາະຫຼາຍຄົນອາດຮູ້ເຫັນຈາກຂ່າວຄາວມາພໍສົມຄວນ ວ່າພື້ນທີ່ດັ່ງກ່າວ ມັກເກີດເຫດພິພາດກັນຢ່າງຍາວນານ ຕັ້ງແຕ່ສົງຄາມຍັງບໍ່ທັນມີອາວຸດທັນສະໄໝ ແຕ່ທີ່ໜ້າຕົກໃຈ ແລະ ສັ່ນສະເທືອນຂວັນໄປທົ່ວໂລກນັ້ນ ຍ້ອນວ່າປະເທດທີ່ກຳລັງທຳສົງຄາມກັນຢູ່ຂະນະນີ້ ໃຊ້ອາວຸດຍຸດໂທປະກອນທີ່ທັນສະໄໝຕໍ່ສູ້ກັນ ແລະ ອາດນຳໄປສູ່ການໃຊ້ນິວເຄລຍທຳລາຍລ້າງ ເຊິ່ກຳລັງເປັນທີ່ໜ້າຈັບຕາ ແລະ ໜ້າເປັນຫ່ວງ.

ເວົ້າເລື່ອງສົງຄາມທີ່ກຳລັງຕໍ່ສູ້ກັນຂອງປະເທດດັ່ງກ່າວນັ້ນ  ຄົນລາວເຮົາຈຳນວນບໍ່ໜ້ອຍ ອາດເບິ່ງ ແລະ ໃຫ້ທັດສະນະວ່າ ມັນເປັນເລື່ອງຂອງເຂົາ ເບິ່ງຄືວ່າຜົນກະທົບນັ້ນໄກເກີນຕົວ ບໍ່ຈຳເປັນຕ້ອງສົນໃຈໃຫ້ປວດຫົວມົວເກົ້າ ເອົາເວລາຫາເງິນໃຫ້ມົ້ມຄ່ານ້ຳຄ່າໄຟ ຄ່ານົມລູກຍັງດີກວ່າ ແຕ່ໃນຄວາມເປັນຈິງແລ້ວ ບັ້ນຮົບໃນຕາເວັນອອກກາງນັ້ນ ມີຜົນກະທົບຕໍ່ມວນມະນຸດຊາດໃນທຸກພາກພື້ນ ໂດຍສະເພາະດ້ານເສດຖະກິດ, ບັນຫາປາກທ້ອງ ເຊິ່ງມັນອາດຈະບໍ່ກະທົບເຮົາໂດຍກົງ ແຕ່ລາວເຮົາ ໄດ້ມີການຄ້າກັບປະເທດພັນທະມິດອ້ອມຂ້າງຢ່າງຫຼີກລ່ຽງບໍ່ໄດ້ ດັ່ງນັ້ນ ມັນກໍຄືທີ່ສຸພາສິດລາວເຮົາເວົ້່າວ່າໄວ້ “ຄວາຍຊົນຄວາຍແພ້ຫຍ້າແພດ” ຢ່າງປະຕິເສດບໍ່ໄດ້.

ໃນກໍລະນີສຶກສາຜົນກະທົບຈາກເລື່ອງສົງຄາມແດນໄກ ໂດຍສະເພາະ “ຄຳ” ເປັນວັດຖຸສະຖິດ ໝາຍຄວາມວ່າມີຄຸນຄ່າອັນໝັ້ນຄົງ ມີຄວາມສ່ຽງໜ້ອຍໃນການລົງທຶນ ປັດຈຸບັນເມື່ອພາວະສົງຄາມ ບັນດານາຍທຶນກະເປົ໋າໜັກ ຫັນມາລົງທຶນຕໍ່ “ຄຳ” ຢ່າງມະຫາສານ ສົ່ງຜົນໃຫ້ລາຄາຄຳຖີບຕົວສູງຂຶ້ນ ລາຄາເງິນໂດລາທີ່ເປັນເງິນຕາແກນກາງແລກປ່ຽນ ອ່ອນໂຕລົງຢ່າງຊັດເຈນ. ຕົວຢ່າງ ລາຄາຄຳຢູ່ລາວເຮົາ ໃນວັນທີ 13 ມິຖຸນາ ລາຄາຄຳ 1 ບາດຢູ່ທີ່ 35,950,000 ກີບ ແລະ ວັນທີ 15 ມິຖຸນາ ດີດຂຶ້ນໄປຢູ່ທີ່ 36,710,000 ກີບ ແລະ ວັນທີ 16 ມິຖຸນາ ປັບລົງມາຢູ່ທີ່ 36,320,000 ກີບ.

ເມື່ອຕົກໃນພາວະສົງຄາມ ສະຖຽນລະພາບຂອງຄູ່ກໍລະນີ ທັງຊາດອ້ອມຂ້າງກໍອັດຕະຄັດຂັດສົນ ການຜະລິດໄດ້ໜ້ອຍຈຳໜ່າຍອອກຍາກ ດ້ວຍເຫດນີ້ສິນຄ້າທີ່ມີໜ້ອຍຈິ່ງມີລາຄາແພງຕາມຫຼັກເສດຖະສາດ ຊ້ຳບໍ່ພໍບາງຊາດທີ່ໄດ້ປຽບຍັງຫຼິ້ນເກມ “ກັກຕຸນ” ເພື່ອປັ່ນລາຄາ ສວຍໂອກາດໃນພາວະວິກິດອີກດ້ວຍ.

ສົງຄາມໃໝ່ໃນພື້ນທີ່ “ຕາເວັນອອກກາງ” ຈິ່ງບໍ່ແມ່ນສິ່ງໄກຕົວຢ່າງທີ່ຄິດ ແຕ່ລ້ວນເປັນສິ່ງໃກ້ຕົວ ມີຜົນໃນຊີວິດປະຈຳວັນ ເຮົາອາດບໍ່ສົນໃຈຂ່າວສານສະພາບການຂອງໂລກ ແຕ່ໂລກເປັນສ່ວນໜຶ່ງຂອງເຮົາຢ່າງເລິກເຊິ່ງ ມີອ້າຍບ່າວຫຼາຍຄົນຕ້ອງຂໍໂຈະນຳວ່າທີ່ພໍ່ເຖົ້າ ຜູ້ສາວຫຼາຍຄົນຕ້ອງໝ້າຍຂັນໝາກເພາະ “ຄຳແພງ” ສາມປີບໍ່ໄດ້ແຕ່ງ ຫຼາຍຄົນຈົ່ມວ່າລາຄາ “ນ້ຳມັນແພງ” ຄາວດຽວແຫ້ງຖັງ ສິ່ງເຫຼົ່ານີ້ຄືໄພໃກ້ຕົວ ທີ່ຫວັງວ່າຈະສະຫງົບໂດຍໄວ.

- 5 - ໄພໃກ້ຕົວທີ່ໜ້າຕິດຕາມ “ສົງຄາມແດນໄກໃນຕາເວັນອອກກາງ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!