ສານຕັດສິນຈຳຄຸກ 12 ປີ ພ້ອມປັບໃໝ 180 ລ້ານກີບ ຂໍ້ຫາຄ້າຂາຍຢາເສບຕິດ


ອາທິດຜ່ານມາ, ນາງ ວ່າງມົ້ວ ອາຍຸ 34 ປີ ຢູ່ບ້ານປາກຊາບ ເມືອງໄຊທານີ ນະຄອນຫລວງວຽງຈັນ ຖືກຄະນະສານອາຍາ, ສານປະຊາຊົນຂັ້ນຕົ້ນ ນະຄອນຫລວງວຽງຈັນ ພິຈາລະນາຕັດສິນລົງໂທດຕັດອິດສະຫລະພາບ 12 ປີ ພ້ອມທັງປັບໃໝ 180 ລ້ານກີບ ໃນຂໍ້ຫາການຄ້າຂາຍຢາເສບຕິດປະເພດຢາບ້າ, ພ້ອມທັງຈ່າຍຄ່າທໍານຽມຄືນໃຫ້ສານຕາມປະມວນກົດຫມາຍອາຍາ ມາດຕາ 315 ວັກ 2.
ອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນາງ ວ່າງລົ້ວ ໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ໄລຍະເດືອນມັງກອນ 2020 ເປັນຕົ້ນມາ, ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊີ້ນໍາ ທ້າວ ເພັດ ອາຍຸ 48 ປີ (ບໍ່ຮູ້ທີ່ຢູ່) ຫລາຍຄັ້ງໆລະ 1 ມັດ ເທົ່າກັບ 2.000 ເມັດ, ເມື່ອໄດ້ຢາບ້າແລ້ວ ກໍໄດ້ນໍາໄປຂາຍຕໍ່ໃຫ້ກັບໄວລຸ້ນທົ່ວໄປ; ໃນວັນທີ 6 ມີນາ 2020, ເວລາ 13:00 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກໄປຊື້ຢາບ້ານໍາ ທ້າວ ເພັດ ຢູ່ແຖວສະຫນາມກິລາ ຫລັກ 16 ຈໍານວນ 2.000 ເມັດ. ພາຍຫລັງໄດ້ຢາບ້າແລ້ວ ກໍມີໄວລຸ້ນບໍ່ຮູ້ຊື້ຕິດຕໍ່ມາຊື້ຢາບ້ານໍາ ໂດຍນັດສົ່ງຢາບ້າຢູ່ເຂດບ້ານດົງໝາກຄາຍ ແລະ ເມື່ອຜູ້ກ່ຽວໄປຮອດສະຖານທີ່ນັດໝາຍ ກໍຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວ ພ້ອມກັບຂອງກາງ ຈໍານວນ 2.000 ເມັດ ແລະ ລົດຈັກ 1 ຄັນ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫລັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າມີຫລັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທໍາຂອງ ນາງ ວ່າງມົ້ວ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດເຊິ່ງແຕະຕ້ອງຕໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມປະມວນກົດຫມາຍອາຍາມາດຕາ 315; ການກະທໍາທັງໝົດທີ່ກ່າວມານີ້ຈໍາເລີຍ ກໍໄດ້ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ແທ້ຕາມຄໍາໃຫ້ການຮັບສາລະພາບຂອງຈໍາເລີຍ ສະບັບລົງວັນທີ 10 ມີນາ 2020, 1 ເມສາ 2020 ແລະ 6 ກໍລະກົດ 2020, ຂອງກາງຢາບ້າຈໍານວນ 2.000 ເມັດ ນ້ຳໜັກ 197.00 ກວ່າກຣາມ, ເຈົ້າໜ້າທີ່ຕໍາຫລວດໄດ້ນໍາໄປກວດພິສູດຢູ່ກົມນິຕິວິທະຍາ ຈໍານວນ 5 ເມັດ ນ້ຳໜັກ 0.4927 ກຣາມ ຜ່ານການກວດພິສູດ-ວິໄຈແລ້ວເຫັນວ່າ ບັນຈຸສານຕິດທີ່ອອກລິດຕໍ່ຈິດປະສາດ (ປະເພດຢາບ້າ) ຕາມໃບຢັ້ງຢືນຜົນການກວດພິສູດ-ວິໄຈ ສະບັບເລກທີ 116.ກນວ, ລົງວັນທີ 10 ມິຖຸນາ 2020. ເຫັນວ່າການກະທໍາຂອງຈໍາເລີຍ ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ຈົງໃຈ ຄ້າຂາຍຢາເສບຕິດ (ຢາບ້າ) ແລະ ທັງໆທີ່ຈໍາເລີຍ ກໍຮູ້ດີວ່າ ຢາເສບຕິດກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງໂດຍເດັດຂາດ.