- 490876861 1182700373868987 4832094044109812585 n -
- kitchen vibe -

ເຝົ້າລະວັງພາຍຸຝົນ ເລີ່ມສົ່ງຜົນເສຍຫາຍແຕ່ຕົ້ນລະດູ

ໂດຍ: ຄຳພຸດ

- Visit Laos Visit SALANA BOUTIQUE HOTEL -

ຕ້ອງຍອມຮັບວ່າ, ຟ້າຝົນປີນີ້ຕົກດີ ແລະ ຕົກຢ່າງທົ່ວເຖິງໃນທົ່ວປະເທດ, ຕ່າງແຕ່ວ່າມີບ່ອນຕົກຫລາຍຕົກໜ້ອຍ. ເທົ່າທີ່ໄດ້ຕິດຕາມແຫລ່ງຂ່າວ ຕັ້ງແຕ່ເດືອນມີນາ ເຖິງ ເມສາ ຈົນສະຫລອງປີໃໝ່ລາວແລ້ວ ຝົນໄດ້ຕົກໜັກຕົກຫລາຍຢູ່ທາງພາກກາງ ແລະ ພາກໃຕ້ ແຕ່ຖ້າມີແຕ່ຝົນກໍຍັງບໍ່ເປັນຕາໜ້າຢ້ານພໍເທົ່າໃດ ແຕ່ຖ້າມີລົມພັດແຮງ ໝາກເຫັບຕົກ ມັກສົ່ງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ໂດຍກົງ ແລະ ທາງອ້ອມ.

ພຽງແຕ່ທ້າຍໜາວ ກ້າວເຂົ້າສູ່ຝົນ ໃນວັນທີ 9 ເມສາ 2025  ລົມໄດ້ພັດແຮງກະໜໍ່າເຂົ້າ ເຂດເມືອງລະຄອນເພັງ ແຂວງສາລະວັນ ໄດ້ຮັບຜົນກະທົບ ທັງໝົດ 8 ບ້ານ, 100 ກວ່າຄອບຄົວ ປະເມີນມູນຄ່າເສຍຫາຍທັງໝົດ 800 ລ້ານກວ່າກີບ.

ວັນທີ 18 ເມສາ 2025 ເກີດເຫດລົມພັດເຂົ້າຢູ່ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮັຜົນເສຍຫາຍຫລາຍຫລັງຄາເຮືອນ ນອກນີ້ຍັງມີຢູ່ເຂດເມືອງນອງ ແຂວງສະຫວັນນະເຂດ ແລະ ເຂດບ້ານໂພນໄຜ່ ເມືອງສາລະວັນ ຕົ້ນໄມ້ຫັກ, ຫລັງຄາປິວ ແລະ ເົສໄຟຟ້າຫັກຫລາຍຕົ້ນ ຍັງບໍ່ມີການປະເມີນຄວາມເສຍຫາຍຢ່າງເປັນທາງການ.

ຫລ້າສຸດ ເຫດການສະຫລົດຢູ່ບ້ານດ່ານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ລົມພັດຕົ້ນໄມຫ້ໃຫຍ່ລົ້ມທັບເຮືອນ ລົດ ແລະ ມີຜູ້ເສຍຊີວິດ 1 ຄົນ.

ອັນນີ້ ເວົ້າສະເພາະເຫດການຕົ້ນເດືອນເມສາ ຫາ ຫລັງປີໃໝ່ລາວ ເປັນພຽງໄລຍະເລີ່ມຕົ້ນລະດູການໄພທຳມະຊາດກໍໄດ້ເລີ່ມສົ່ງຜົນເສຍຫາຍໃຫ້ກັບປະຊາຊົນ ນັບວ່າເປັນເລື່ອງທີ່ບໍ່ດີຕັ້ງແຕ່ຕົ້ນປີໃໝ່ລາວ ເພາະທຸກມື້ນີ້ສະພາບອາກາດຜັນຜວນໜັກ ບຶດຮ້ອນບຶດໜາວ ບຶດລົມບຶດແລ້ງ ສອງມື້ແດດດີ ສີ່ມື້ບົດ ຈົນນຳບໍ່ທັນ ບາງຄົນກໍປະໝາດຂາດຄວາມລະວັງກໍມີ.

ເຖິງແມ່ນວ່າເຮົາຫ້າມບໍ່ໃຫ້ເກີດຂຶ້ນໄດ້ ແຕ່ສິ່ງທີ່ພວກເຮົາເຮັດໄດ້ກໍຄືການ ໝັ່ນເບິ່ງການແຈ້ງເຕືອນໄພອາກາດຈາກຂ່າວສານຕ່າງໆທາງອອນລາຍຢ່າງເປັນປະຈຳ ຢ່າງໜ້ອຍກໍໃຫ້ໄດ້ລະມັດລະວັງ ມີສະຕິ ແລະ ຫາວິທີປ້ອງກັນ ເອົາຕົວລອດຈາກໄພອັນຕະລາຍຈາກທຳມະຊາດໄດ້. ນອກຈາກນັ້ນ ກໍຄວນຈັດຕັ້ງປ້ອງກັນເວນຍາມເພື່ອເຝົ້າລະວັງເຫດສຸກເສີນທີ່ເກີດຈາກພາຍຸຝົນຕົກໜັກ ເພື່ອຊ່ວຍບອກເຕືອນກັນໃນເວລາອັນເລັ່ງດ່ວນ.

- 3 -
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!