ລັດຖະມົນຕີກະຊວງການຕ່າງປະເທດລາວ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ຕໍ່ເຫດການເຮືອບິນອິນເດຍຕົກ

- 491406498 1243435664136554 5793460571018593250 n 1 - ລັດຖະມົນຕີກະຊວງການຕ່າງປະເທດລາວ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ຕໍ່ເຫດການເຮືອບິນອິນເດຍຕົກ
- kitchen vibe - ລັດຖະມົນຕີກະຊວງການຕ່າງປະເທດລາວ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ຕໍ່ເຫດການເຮືອບິນອິນເດຍຕົກ

ວັນທີ 13 ມິຖຸນາ 2025 ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ສຸບຣາມານຍໍາ ໃຈຊັງເກີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ຕໍ່ເຫດການອຸບັດເຫດເຮືອບິນຂອງສາຍການບິນອິນເດຍ ຖ້ຽວບິນ AI171 ຕົກຢູ່ເມືອງອາເມດາບັດ, ລັດກູຈະຮັດ ຂອງປະເທດອິນເດຍ.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈ ຕໍ່ເຫດການອຸບັດເຫດເຮືອບິນຂອງສາຍການບິນອິນເດຍ, ຖ້ຽວບິນ AI171 ຕົກຢູ່ເມືອງອາເມດາບັດ, ລັດກູຈະຮັດ ຂອງປະເທດອິນເດຍ ໃນວັນທີ 12 ມິຖຸນາ 2025 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ຜູ້ ໂດຍສານ ແລະ ນັກບິນເສຍຊີວິດ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງການຕ່າງປະເທດລາວ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ຕໍ່ເຫດການເຮືອບິນອິນເດຍຕົກ

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ໄວ້ອາໄລຢ່າງສຸດຊຶ້ງມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ​ ລັດຖະບານ ແລະ ປະຊາຊົນ ອິນເດຍ ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດເຫດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານອິນເດຍ ແລະ ປະຊາຊົນອິນເດຍ ໂດຍສະເພາະຄອບຄົວທີ່ໄດ້ຮັບເຄາະຮ້າຍ ຈະຜ່ານຜ່າຄວາມໂສກເສົ້າ ແລະ ສະພາບຄວາມຫຍຸ້ງຍາກໃນຄັ້ງນີ້ໂດຍໄວ.

- 4 - ລັດຖະມົນຕີກະຊວງການຕ່າງປະເທດລາວ ສົ່ງສານ​ສະ​ແດງ​ຄວາມ​ເຫັນ​ໃຈ ຕໍ່ເຫດການເຮືອບິນອິນເດຍຕົກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!