ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ
ໂດຍ : ຜາຕຸງ ຫົນທາງດີ ຫົນທາງງາມ ການໄປມາສະດວກສະບາຍ ເປັນພື້ນຖານໂຄງລ່າງ ຂອງການພັດທະນາປະເທດຊາດ, ເສດຖະກິດໃຫ້ຂະຫຍາຍຕົວ ນຳເອົາຄວາມສະດວກສະບາຍຄວາມຈະເລີນທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ປະຊາຊົນມີຊີວິດຄວາມເປັນຢູ່ດີຂຶ້ນ ແຕ່ໃນຂະນະດຽວກັນຄວາມຈະເລີນທາງດ້ານຈິດໃຈຂອງຄົນຈຳນວນບໍ່ໜ້ອຍ ພັດບໍ່ຈະເລີນຕາມໄປເໝືອນເງົາຕາມຕົວ ໃນທີ່ສຸດເລີຍຂາດຄວາມຮັບ ຜິດຊອບຕໍ່ສັງຄົມ ຕໍ່ສິ່ງແວດລ້ອມອ້ອມຂ້າງ ສ້າງຄວາເປື້ອນເປິ ຮົກເຮື້ອ…