ວິຖີຊີວິດຂອງເຜົ່າກຣີ ຢູ່ເມືອງພຽງ ເລີ່ມມີການພັດທະນາໃຫ້ມີຄວາມຍືນຍົງ

- 491767509 1012006981113097 4596801379936415769 n - ວິຖີຊີວິດຂອງເຜົ່າກຣີ ຢູ່ເມືອງພຽງ ເລີ່ມມີການພັດທະນາໃຫ້ມີຄວາມຍືນຍົງ
- kitchen vibe - ວິຖີຊີວິດຂອງເຜົ່າກຣີ ຢູ່ເມືອງພຽງ ເລີ່ມມີການພັດທະນາໃຫ້ມີຄວາມຍືນຍົງ

ໂດຍ: ຜາຕຸງ

ເຜົ່າກຣີ ຫລື ເປັນທີ່ຮູ້ຈັກຂອງຄົນທົ່ວໄປກໍຄືເຜົ່າຕອງເຫລືອງທີ່ດຳລົງຊີວິດຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ ແມ່ນ 1 ໃນ 50 ຊົນເຜົ່າໃນລາວ ມີພາສາປາກເວົ້າເປັນຂອງຕົນເອງ ເອີ້ນວ່າພາສາ ມາບຣີ ເຊິ່ງຈັດຢູ່ໃນໝວດພາສາມອນ ຂະແມ, ປັດຈຸບັນ ເຜົ່າກຣີ ມີທັງໝົດ 19 ຄົນ, ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.

- Visit Laos Visit SALANA BOUTIQUE HOTEL - ວິຖີຊີວິດຂອງເຜົ່າກຣີ ຢູ່ເມືອງພຽງ ເລີ່ມມີການພັດທະນາໃຫ້ມີຄວາມຍືນຍົງ

ເຜົ່າກຣີ ດໍາລົງຊີວິດ ຢູ່ໃນເມືອງພຽງ ມາເປັນເວລາຫລາຍປີ ໂດຍສະເພາະ ອາໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນສ່ວນໃຫຍ່, ຈະບໍ່ອາໄສຢູ່ບ່ອນໃດບ່ອນໜຶ່ງ ແບບຖາວອນ, ຈະເຄື່ອນຍ້າຍໄປຕາມປ່າຕາມດົງ ບ່ອນທີ່ອຸດົມສົມບູນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫລືອງ ເຂົາເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່. ເຜົ່າກຣີ ຫລື ເຜົ່າຕອງເຫລືອງ ຈະບໍ່ມີການທໍາການຜະລິດເປັນຕົນ ເປັນໂຕ ສ່ວນຫລາຍອາໄສຫາກິນຕາມທໍາມະຊາດ, ບໍ່ກິນເຂົ້າປາອາຫານເປັນຕົ້ນຕໍ, ການດໍາລົງຊີວິດແຕ່ລະວັນ ຈະອອກໄປຊອກຫາອາ ຫານເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນ, ບາງຄັ້ງໂຊກດີຫາມາໄດ້ຫລາຍ ກໍນໍາເອົາມາແລກເຄື່ອງມືຫາກິນເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ.

ປັດຈຸບັນ, ພວກເຂົາຮູ້ນໍາໃຊ້ວັດຖຸທໍາມະຊາດ ດັດແປງມາຮັບໃຊ້ຊີວິດປະຈໍາວັນຫລາຍຂຶ້ນ ເຊັ່ນ: ການເອົາຕີວໄມ້ມາສານເປັນສາດ, ຕັດບັ້ງໄມ້ມາຕົ້ມນໍ້າ, ນໍາບັ້ງໄມ້ມາປະດິດເປັນເຄື່ອງດົນຕີ ແລະ ອື່ນໆ ແຕ່ຍັງເປັນການປະດິດຂັ້ນຕໍ່າຢູ່, ຄຽງຄູ່ກັນນີ້ ເຂົາເຈົ້າກໍມີຄວາມເບີກບານທາງດ້ານອາລົມຈິດເໝືອນເຜົ່າອື່ນໆ ເຊັ່ນ: ການຮ້ອງລຳທໍາເພງ, ບາງຄັ້ງກໍອອກເປັນພາສາລາວ ແລະ ພາສາ ມາບຣີ ທັງຮູ້ຈັກນຸ່ງໂສ້ງ, ນຸ່ງເສື້ອ, ຮູ້ກິນອາຫານທີ່ເຮົາແຕ່ງໃຫ້ກິນ ຖ້າບໍ່ມີຜູ້ໃຫ້ກິນກໍຫາກິນຕາມທໍາມະຊາດ ໝາຍຄວາມວ່າຍັງບໍ່ຮູ້ທໍາການຜະລິດກະສິກໍາໃນການດັດແປງທໍາມະຊາດ ມາຮັບໃຊ້ຊີວິດການເປັນຢູ່.

ຫລ້າສຸດ ວັນທີ 20 ເມສາ 2025 ນີ້, ທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ໂດຍໄດ້ໄປຢ້ຽມຢາມຕິດຕາມເບິ່ງຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫລືອງ) ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ, ພ້ອມທັງໄດ້ມອບ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ເປັນຕົ້ນ ໝໍ້, ຖ້ວຍ, ບ່ວງ, ຈອກ ແລະ ເຄື່ອງໃຊ້ອື່ນໆ ອີກຈຳນວນໜຶ່ງໃຫ້ເຂົາເຈົ້າ.

ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະບູລີ, ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ, ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ, ຜ່ານມາ ອົງການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນເປັນຢ່າງດີ ແລະ ໄດ້ນຳສະເໜີໃຫ້ອົງການຈັດ ຕັ້ງຂັ້ນສູນກາງ, ຂັ້ນແຂວງ ມີແຜນງານໂຄງການພັດທະນາແບບມີຈຸດສຸມ ເພື່ອຄຸ້ມຄອງ ແລະ ຮັກສາ ວັດທະນະທໍາວິຖີຊີວິດແບບດັ້ງເດີມຂອງ ເຜົ່າກຣີ ລື ເຜົ່າຕອງເຫລືອງ ໃຫ້ມີຄວາມຍືນຍົງ ໂດຍປາສະ ຈາກບຸກຄົນເຂົ້າແຊກແຊງ ເພື່ອຫາຜົນປະໂຫຍດໃສ່ຕົນເອງ

ນາງ ນີ ແມ່ນເຜົ່າຕອງເຫລືອງທີ່ສາມາດສື່ສານພາສາລາວຢ່າງຄ່ອງແຄ້ວ ໄດ້ໃຫ້ຮູ້ວ່າ: ຕອນທີ່ຍັງບໍ່ທັນລົງມາຢູ່ເປັນບ້ານ ແມ່ນອາໄສຫາກິນຕາມທໍາມະຊາດເຊັ່ນ: ໄປຂຸດມັນ, ເຜືອກ, ຍອດຫວາຍຕ່າງໆຢູ່ປ່າ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຖ້າທຽບໃສ່ປັດຈຸບັນ ມີເຮືອນຢູ່ມີເຂົ້າກິນ, ມີອາຫານແຊບ, ມີເຄື່ອງນຸ່ງຫົ່ມ, ມີຢາປົວພະຍາດ ໂດຍເຫັນວ່າມີຄວາມສະດວກຫລາຍ ແລະ ທ່ານຍັງໄດ້ໃຫ້ຮູ້ວ່າ ບໍ່ຢາກກັບໄປຢູ່ແບບເກົ່າແລ້ວ.

ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງ ປຸກສ້າງເຮືອນ ຈໍານວນ 5 ຫລັງໃຫ້ແກ່ຊົນເຜົ່າກຣີ ໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກິນຕາມທໍາມະຊາດ ກິນເຜືອກ, ກິນມັນ  ຫັນມາກິນເຂົ້າເປັນຫລັກ.

- 4 - ວິຖີຊີວິດຂອງເຜົ່າກຣີ ຢູ່ເມືອງພຽງ ເລີ່ມມີການພັດທະນາໃຫ້ມີຄວາມຍືນຍົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!