ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້

ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້ - 358114200 601595948820871 179584082268393892 n - ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້
ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້ - kitchen vibe - ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້

ແອັບ Ebay98 ເລີ່ມມີບັນຫາປາກົດຂຶ້ນໃນສັງຄົມອອນລາຍ ວັນທີ 9 ກໍລະກົດ 2023 ຜ່ານມາ, ເຊິ່ງມີຄົນຈຳນວນຫລາຍອອກມາຈົ່ມວ່າ ແອັບດັ່ງກ່າວບໍ່ສາມາດເຄື່ອນໄຫວໄດ້ ແລະ ເຮັດໃຫ້ຫລາຍຄົນເສຍເງິນຈຳນວນຫລາຍທີ່ຄ້າງຢູ່ໃນແອັບ ແລະ ທີມຂ່າວໜັງສືພິມໄດ້ນຳສະເໜີຕໍ່ເຫດການດັ່ງກ່າວຮັບຮູ້ ແລະ ເປັນອຸທາຫອນ ເລື່ອງການສໍ້ໂກງທາງອອນລາຍ.

ພາຍຫລັງທີ່ທີມຂ່າວລາວພັດທະນາໄດ້ໂພສຂ່າວດັ່ງກ່າວອອກສູ່ສັງຄົມ ໄດ້ມີຄົນຈຳນວນຫລາຍເຂົ້າມາສະແດງຄວາມຄິດເຫັນ ຫລື ຄອມເມັ້ນ ແລະເລົ່າເຫດການ, ພ້ອມທັງແຈ້ງຍອດເງິນຂອງແຕ່ລະຄົນທີ່ຍັງຄ້າງຢູ່ແອັບດັ່ງກ່າວ ເຫັນໄດ້ວ່າ ມີຜູ້ເສຍຫາຍເລີ່ມແຕ່ 2.000 ບາດ ຫາ ຫລາຍໝື່ນບາດ ບາງຄົນເຖິງຫລັກແສນກໍມີ, ຕາມການສັ່ງເກດ ແລະລວບລວມໃນເບື້ອງຕົ້ນ ເຫັນວ່າຖ້າເອົາເງິນຈຳນວນຜູ້ເສຍຫາຍມາລວມກັນກໍຈະເປັນການເສຍຫາຍຫລາຍລ້ານບາດ ຫລື ຫລາຍຮ້ອຍລ້ານກີບ.

ຈາກການສອບຖາມຜູ້ເສຍຫາຍທ່ານໜຶ່ງເລົ່າວ່າ ທຳອິດມີຄົນແນະນຳໃຫ້ໂຫລດແອັບດັ່ງກ່າວມາເພື່ອໂຄສະນາຂາຍສິນຄ້າ ເບື້ອງຕົ້ນແມ່ນໄດ້ຕື່ມເງິນເຂົ້າໃນລະບົບ 2.000 ບາດ, ແອບດັ່ງກ່າວໄດ້ກຳນົດອັດຕະແລກປ່ຽນໃຫ້ 540.000 ກີບຕໍ່ໜຶ່ງພັນບາດ(ອັດຕາແລກປ່ຽນໃນຂະນະນັ້ນ), ຫລັງຈາກເຕີມເງິນເຂົ້າໃນລະບົບແອັບດັ່ງກ່າວຈະຂຶ້ນສິນຄ້າຕ່າງໆໃຫ້ເຮົາກົດຂາຍ ມື້ລະ 5-10 ລາຍການຕໍ່ມື້ ແລ້ວຫລັງຈາກນັ້ນກໍຈະເລີ່ມມີຍອດເງິນທີ່ເປັນລາຍຮັບເຂົ້າມາສະແດງຢູ່ໃນລະບົບແຕ່ລະມື້, ຕອນທຳອິດທີ່ເຂົ້າໄປຈະສາມາດຖອນເງິນອອກມາໄດ້ ຕົນເຄີຍຖອນອອກເທື່ອໜຶ່ງ 2 ພັັນບາດ, ຫລັງຈາກນັ້ນກໍຍັງມີຍອດເງິນເຂົ້າປົກກະຕິ, ມີການຊວນໃຫ້ເພີ່ມທຶນເພື່ອໃຫ້ມີຜົນຕອບແທນຫລາຍຂຶ້ນເພີ່ມຕື່ມ ຕົນເຫັນວ່າມັນສາມາດສ້າງລາຍໄດ້ໄດ້ແທ້ໃນຕອນນັ້ນ ຈຶ່ງຕັດສິນໃຈເຕີມເງິນເຂົ້າໄປອີກ 3 ຄັ້ງ, ຄືຄັ້ງທີ1: 30.000 ບາດ, ຄັ້ງທີ2: 3.000 ແລະ ຄັ້ງທີ 3: 4.000 ບາດ. ຍອດເງິນຂອງຕົນທີ່ຍັງຄ້າງຢູ່ໃນລະບົບມື້ເລີ່ມມີບັນຫາບໍ່ສາມາດຖອນໄດ້ ລວມທັງຕົ້ນທຶນ ແລະ ລາຍໄດ້ຄ່າຕອບແທນ ທັງໝົດ 68.912 ບາດ.

ຫລັງຈາກແອັບ Ebay98 ມີບັນຫາຖອນເງິນອອກບໍ່ໄດ້ ຕົນໄດ້ແຊັດຖາມ ໄດ້ຄຳຕອບຈາກແອັບວ່າ: ຕ້ອງໄດ້ເຕີ່ມເງິນເຂົ້າຈຳນວນ 30% ຂອງມູນຄ່າເງິນຂອງຕົນທີ່ຍັງຄ້າງຢູ່ແອັບນັ້ນ ຫລັງຈາກນັ້ນ 7 ວັນ ຈະສາມາດຖອນເງິນໄດ້ຄືນທັງໝົດ ແຕ່ຕົ້ນບໍ່ເຊື້ອຢ້ານຖືກຕົວະຊ້ຳສອງ ຈຶ່ງບໍ່ຍອມເງິນໂອນຕາມຄຳແນະນຳຂອງແອັບດັ່ງກ່າວ ແລະ ປັດຈຸບັນນີ້້ ຕົນໄດ້ສຳເນົາເອກະສານທີ່ກ່ຽວຂ້ອງໄວ້ແລ້ວ ເພື່ອນນຳໄປແຈ້ງຄວາມກັບເຈົ້າໜ້າທີ່.

ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້ - 4 - ມີຄົນຈຳນວນຫລາຍ ເສຍເງິນຍ້ອນການຮ່ວມລົງທຶນ ແອັບ Ebay98 ແຕ່ບໍ່ສາມາດຖອນເງິນຕົ້ນທຶນ ແລະ ຜົນຕອບແທນໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!