ທ່ານ ທຣໍາ ປະກາດ ບໍ່ຊອກຫາຂໍ້ຕົກລົງກັບ EU ແລ້ວ ພ້ອມຂູ່ຂຶ້ນພາສີ 50%

- 111 9 - ທ່ານ ທຣໍາ ປະກາດ ບໍ່ຊອກຫາຂໍ້ຕົກລົງກັບ EU ແລ້ວ ພ້ອມຂູ່ຂຶ້ນພາສີ 50%
- kitchen vibe - ທ່ານ ທຣໍາ ປະກາດ ບໍ່ຊອກຫາຂໍ້ຕົກລົງກັບ EU ແລ້ວ ພ້ອມຂູ່ຂຶ້ນພາສີ 50%

         ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດໃນວັນທີ 23 ພຶດສະພາວ່າ: ອາເມລິກາຈະເກັບພາສີສິນຄ້ານໍາເຂົ້າຈາກສະຫະພາບເອີຣົບ (EU) ໃນອັດຕາ 50% ໂດຍໃຫ້ເຫດຜົນວ່າ: ການເຈລະຈາການຄ້າລະຫວ່າງສອງຝ່າຍບໍ່ມີຄວາມຄືບໜ້າ.

          ໂດຍທ່ານ ທຣໍາ ໂພສຜ່ານ Truth Social ວ່າ: ກໍາແພງພາສີ, ການເກັບພາສີມູນຄ່າເພີ່ມ, ການລົງໂທດບໍລິສັດອາເມລິກາແບບບໍ່ມີເຫດຜົນ, ອຸປະສັກທາງການຄ້າທີ່ບໍ່ແມ່ນພາສີ, ການບິດເບືອນຄ່າເງິນ ແລະ ຄະດີຟ້ອງຮ້ອງທີ່ບໍ່ເປັນທໍາ ລ້ວນເຮັດໃຫ້ພວກເຮົາມີຕົວເລກຂາດດູນການຄ້າກັບ EU ຫລາຍກວ່າ 250,000 ລ້ານໂດລາຕໍ່ປີ ເຊິ່ງເປັນຕົວເລກທີ່ຍອມຮັບບໍ່ໄດ້ ການເຈລະຈາກັບພວກເຂົາບໍ່ມີຄວາມຄືບໜ້າ. ພ້ອມປະກາດວ່າ: ຂ້າພະເຈົ້າຂໍສະເໜີໃຫ້ເກັບພາສີ 50% ຕໍ່ສິນຄ້າທຸກຊະນິດຈາກສະຫະພາບເອີຣົບ ເລີ່ມວັນທີ 1 ມິຖຸນາ 2025.

         ຕໍ່ມາໃນວັນດຽວກັນ ລະຫວ່າງການລົງນາມຄໍາສັ່ງຝ່າຍບໍລິຫານຢູ່ທໍານຽບຂາວ, ທ່ານ ທຣໍາ ຢືນຢັນຢ່າງໜັກແໜ້ນວ່າ: ຂ້າພະເຈົ້າບໍ່ໄດ້ຊອກຫາຂໍ້ຕົກລົງຫຍັງ ພວກເຮົາກໍານົດຂໍ້ຕົກລົງແລ້ວ ຄືພາສີ 50%. ເຖິງຢ່າງໃດກໍຕາມ, ທ່ານເປີດຊ່ອງເຈລະຈາໂດຍກ່າວວ່າ: ຖ້າໃຜຕ້ອງການເຂົ້າມາລົງທຶນຕັ້ງໂຮງງານຢູ່ອາເມລິກາ ພວກເຮົາອາດເຈລະຈາເລື່ອງການເລື່ອນເວລາເລັກໜ້ອຍໄດ້.

ອ້າງອີງ:

https://edition.cnn.com/2025/05/23/economy/trump-eu-tariffs

- 4 - ທ່ານ ທຣໍາ ປະກາດ ບໍ່ຊອກຫາຂໍ້ຕົກລົງກັບ EU ແລ້ວ ພ້ອມຂູ່ຂຶ້ນພາສີ 50%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!