ເດັກນ້ອຍເປັນເພັດເມັດງາມ ເປັນຊັບອັນປະເສີດທີ່ບໍ່ສາມາດປະເມີນມູນຄ່າໄດ້


ໂດຍ: ຜາຕຸງ
ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນຊັບອັນປະເສີດລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້. ເດັກນ້ອຍຂອງຊາດໃດເຂົາເຈົ້າກໍເປັນຜູ້ສືບທອດພາລະກິດຂອງຊາດນັ້ນຍັງ ເປັນຜູ້ສືບສານຮີດຄອງ, ວັດທະນະທຳ, ເຕັກນິກວິທະຍາສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ແລະ ຂະຫຍາຍຕົວກໍເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງໆຂຶ້ນ. ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ກໍຄືຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດທີ່ດີໃນວັນໜ້າ.
ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຄົນຕັດສິນຊາຕາກຳຕໍ່ປະເທດຊາດກໍຄືຄວາມຢູ່ດີກິນດີ ແລະ ຮັ່ງມີຜາສຸກຂອງປະຊາຊົນກໍຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ. ຜ່ານມາກໍຄືປະຈຸບັນ ພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ອະນາຄົດຂອງຊາດໃນທຸກດ້ານ ເພື່ອການປົກປ້ອງຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ,ເອົາໃຈ ໃສ່ຮັກສາຄວາມປອດໄພຂອງເດັກ, ຊຸກຍູ້ ແລະ ສົ່ງເສີມການພັດທະນາເດັກຢ່າງຮອບດ້ານ, ປົກປ້ອງເດັກຈາກໄພອັນຕະລາຍຕ່າງໆ, ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາ, ສາທາລະນະສຸກ ໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບ,ໄດ້ເຂົ້າຮຽນໃຫ້ເປັນຄົນດີຂອງຄອບຄົວ, ສັງຄົມ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດ “ສ້າງອະນາຄົດທີ່ດີກວ່າເພື່ອເດັກທຸກຄົນ”
ເຖິງແມ່ນວ່າ ໃນໄລຍະຜ່ານມາ, ວຽກງານສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກຈະມີຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ພວກເຮົາ ກໍບໍ່ຄວນລົດລະຄວາມພະຍາຍາມຂອງຕົນ ເພື່ອປະຕິບັດພາລະກິດອັນມີກຽດດັ່ງກ່າວໃຫ້ໄດ້ ຮັບການພັດທະນາ ແລະ ຍືນຍົງ ເພາະປະເທດຊາດເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຜົນກະທົບຈາກການແພ່ລະບາດຂອງພະຍາດ, ເສດຖະກິດຝືດເຄືອງ, ບັນຫາຄວາມທຸກຍາກຂາດເຂີນຂອງເດັກໃນພື້ນທີ່ຫ່າງໄກສອກຫລີກ, ບັນຫາຂາດໂພຊະນາການ ແລະ ຂາດສານອາຫານ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາອັດຕາການອອກໂຮງ ຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ ລວມທັງບັນຫາຢາເສບຕິດ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ ນອກຈາກນີ້, ຄວາມເຂັ້ມແຂງຂອງກົງຈັກເສນາທິການ ຄະນະກຳມາທິການແມ່ແລະເດັກໃນແຕ່ລະຂັ້ນ ລວມທັງງົບປະມານ ໃນການເຄື່ອນໄຫວຍັງມີຂີດຈຳກັດ.
ອົງການຈັດຕັ້ງພັກ-ລັດ ແລະ ເອກະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການ ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆນັ້ນ ໂດຍສະເພາະການເອົາໃຈໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ ໃນສະພາບການແພ່ລະບາດຂອງພະຍາດ, ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.