ກະຊວງແຜນການ ແລະ ການລົງທຶນ (MPI) ແລະ ອົງການ ສະຫະປະຊາຊາດດ້ານເຄຫາສະຖານ (UN-Habitat) ຮ່ວມກັນທົບທວນຄວາມຄືບຫນ້າຂອງໂຄງການທີ່ຕິດພັນກັບການພັດທະນາແບບຍືນຍົງ


ກອງປະຊຸມ ທົບທວນ ຜົນການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ປະຈໍາປີ 2024 ແລະ ບຸລິມະ ສິດ ປີ 2025 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການ ສະຫະປະຊາຊາດດ້ານເຄຫາສະຖານ ຫຼື UN-Habitat ໄດ້ດຳເນີນໄປໃນວັນທີ 23 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (MPI) ແລະ ທ່ານ ອາວີ ຊາກາ ທີ່ປຶກສາປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຫົວ ຫນ້າອົງການ UN-Habitat ປະຈໍາ ສປປ ລາວ, ມີ ກະຊວງການຕ່າງປະເທດ ( MoFA), ກະຊວງໂຍທາທິການ ແລະ ຂົນສົ່ງ (MPWT), ກະຊວງ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອື່ນໆທີ່ມີສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄວາມຄືບຫນ້າຂອງການທີ່ຈັດຕັ້ງປະຕິບັດວຽກງານ ຂອງອົງການ UN-Habitat ປະຈໍາ ສປປ ລາວ ພາຍໃຕ້ ແຜນການຮ່ວມມື ລະຫວ່າງປີ 2022-2026 (HCPD), ເຊິ່ງຈະມີການປະເມີນບົດຮຽນທີ່ສໍາຄັນ ແລະ ຮ່ວມກັນກໍານົດບູລິມະສິດຂອງແຜນງານໃນປີ 2025. ແຜນການຮ່ວມມືດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບຂອບວຽກການຮ່ວມມື ດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF) ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (NSEDP) ຂອງ ສປປ ລາວ.


ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ເຖິງ ຄວາມສອດຄ່ອງກັນທາງດ້ານວຽກງານ ລະຫວ່າງ ວຽກງານຂອງອົງການ UN – Habitat ແລະ ບັນດາບຸລິມະສິດລະດັບຊາດ, ໂດຍສະເພາະແມ່ນ ພື້ນຖານໂຄງລ່າງທີ່ຕ້ອງມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການເພີ່ມທະວີການປົກຄອງຂັ້ນທ້ອງຖິ່ນ, ຄວາມຫມັ້ນຄົງທາງດ້ານນໍ້າ, ການວາງແຜນຜັງເມືອງ, ການປັບຕົວຢູ່ຂັ້ນທ້ອງຖິ່ນ, ການເພີ່ມທະວີຄວາມທົນທານ ໃນການວາງແຜນຜັງຕົວເມືອງ, ແລະ ການ ເສີມຂະຫຍາຍຄວາມສາມາດ ຂອງອົງການປົກຄອງແຂວງ ແລະ ເມືອງ ຂອງພວກເຮົາ ເຊິ່ງສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຊຸດທີ IX.
ກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ສໍາຄັນຫຼາຍຢ່າງ ຂອງອົງການ UN-Habitat, ໃນປີ ຜ່ານມາ, ມີການຈັດຕັ້ງລະບົບນໍ້າປະປາຂະຫນາດນ້ອຍໃນຊຸມຊົນທີ່ມີຄວາມບອບບາງ,ການແນະນໍຳເຄື່ອງມື ການວາງແຜນຂັ້ນທ້ອງຖິ່ນ ເພື່ອສະຫນັບສະຫນູນການເຊື່ອມສານ ວຽກງານການປ່ຽນແປງດິນຟ້າອາກາດ, ການເສີມຂະຫຍາຍການສະຫນັບສະຫນູນ ລັດຖະບານຂັ້ນທ້ອງຖິ່ນ ຜ່ານການຝຶກອົບຮົມ ແລະ ການສ້າງຄວາມເຂັ້ມແຂງ ໂດຍຜ່ານການມີສ່ວນຮ່ວມ ຂອງພາກສ່ວນກ່ຽວຂ້ອງເປັນຕົ້ນ ການຈັດກອງປະຊຸມປະຈໍາປີ ເວທີຕົວເມືອງແຫ່ງຊາດລາວດັ້່ງນີ້ເປັນຕົ້ນ.


ທ່ານ ອາວີ ຊາກາ, ທີ່ປຶກສາ ປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຫົວຫນ້າອົງການ UN-Habitat ປະຈໍາ ສປປ ລາວ, ກ່າວວ່າ: “ເມື່ອເບິ່ງກັບຄືນແລ້ວ, ສອງສາມປີຜ່ານມາ ແມ່ນເປັນເຫດການທີ່ສໍາຄັນ ແລະ ປຽບເຫມືອນລາງວັນທີ່ມີຄຸນຄ່າ ສໍາລັບພວກເຮົາ. ວຽກງານຂອງພວກເຮົາ ໄດ້ຂະຫຍາຍອອກໄປກວມເອົາຫຼາຍຂົງເຂດ ລວມທັງການຫັນເປັນຕົວເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ການປັບຕົວຂອງດິນຟ້າອາກາດ ແລະ ການ ບໍລິການຂັ້ນພື້ນຖານ.”