ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້

ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້ - 489797155 971400571805521 5258183826898882579 n - ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້
ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້ - kitchen vibe - ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້

ໂດຍ: ທິດກໍ່າ

ໜຶ່ງໃນຜົນງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ກໍຄືໝາກຜົນການຮຽນການສອນຂອງຄູ-ອາຈານ ແລະ ນັກຮຽນໃນສົກສຶກສາ 2024-2025 ກໍແມ່ນຜົນສໍາເລັດບັ້ນສອບເສັງນັກຮຽນເກັ່ງລະດັບຊາດ ເຊິ່ງໄດ້ດໍາເນີນມາແຕ່ວັນທີ 8 ຈົນມາຮອດວັນທີ 10 ເມສາ 2025 ຈຶ່ງສາມາດສະຫລຸບຜົນການສອບເສັງຢ່າງເປັນທາງການ.

ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້ - Visit Laos Visit SALANA BOUTIQUE HOTEL - ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້

ໃນການເປີດບັ້ນແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດຄັ້ງນີ້ ມີນັກສອບເສັງເຂົ້າຮ່ວມທັງໝົດ 288 ຄົນ ຍິງ 162 ຄົນ ໃນຈໍານວນດັ່ງກ່າວມີນັກຮຽນມັດທະຍົມປີທີ 4 ຈໍານວນ 144 ຄົນ ຍິງ 92 ຄົນ, ມັດທະຍົມປີທີ 7 ຈໍານວນ 144 ຄົນ ຍິງ 52 ຄົນ. ມີ 4 ກຸ່ມພາສາສອບເສັງຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ.

ສ່ວນຜົນການສອບເສັງຊັ້ນ ມ.4 ອັນດັບໜຶ່ງວິຊາພາສາລາວ-ວັນນະຄະດີໄດ້ແກ່ນາງ ສຸວັນຄໍາ ພິມມະສອນ ຈາກໂຮງຮຽນ ມສ ຊະນະພົນ ນະຄອນຫລວງວຽງຈັນ, ວິຊາຄະນິດສາດໄດ້ແກ່ທ້າວ ເອກກະສັນ ໝື່ນດວງ ຈາກ ມສ ພອນສະຫວັນແຫ່ງຊາດ ນະຄອນຫລວງວຽງຈັນ, ວິຊາຟີຊິກສາດໄດ້ແກ່ນາງ ລິນດາ ພົງສະຫວັນ ຈາກ ມສ ພອນສະຫວັນແຫ່ງຊາດ ນະຄອນຫລວງວຽງຈັນ, ວິຊາເຄມີສາດໄດ້ແກ່ນາງ ອອນນະພາ ຄໍາມະນີຈັນ ຈາກ ມສ ພອນສະຫວັນແຂວງຊຽງຂວາງ.

ສ່ວນຊັ້ນມັດທະຍົມປີທີ 7 ທີໜຶ່ງວິຊາພາສາລາວ-ວັນນະຄະດີໄດ້ແກ່ທ້າວ ດອນລ້າ ພົມມະວົງສາ ຈາກ ມສ ຫ້ອມສະຫວັນ ນະຄອນຫລວງວຽງຈັນ, ວິຊາຄະນິດສາດໄດ້ແກ່ນາງ ສຸກພັນສາ ພົມມະລັງສີ ຈາກ ມສ ວຽງຈັນ ນະຄອນຫລວງວຽງຈັນ, ວິຊາຟີຊິກສາດໄດ້ແກ່ນາງ ນິວັນນາວາ ພົມມະວົງ ຈາກ ມສ ປາດຖະໜາ ນະຄອນຫລວງວຽງຈັນ, ວິຊາເຄມີສາດໄດ້ກ່ທ້າວ ພິລະພົນ ພົນເສນາ ຈາກ ມສ ປາດຖະໜາ ນະຄອນຫລວງວຽງຈັນ.

ນອກຈາກນັ້ນ ຍັງມີ 8 ນ້ອງໄດ້ອັນດັບທີ 2 ແລະ ອັນດັບທີ 3. ສ່ວນລາງວັນທີ່ໄດ້ຮັບອັນດັບທີໜຶ່ງໄດ້ຫລຽນຄໍາ, ໃບຍ້ອງຍໍ ແລະ ເງິນສົດ 23,000,000 ກີບ. ອັນດັບທີສອງໄດ້ຮັບຫລຽນເງິນ, ໃບຍ້ອງຍໍ ແລະ ເງິນສົດ 18,900,000 ກີບ. ອັນດັບທີສາມໄດ້ຮັບຫລຽນທອງ, ໃບຍ້ອງຍໍ ແລະ ເງິນສົດ 15,600,000 ກີບ.

ນອກຈາກການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດຄັ້ງນີ້ແລ້ວ ຍັງມີການແຂ່ງຂັນຖາມ-ຕອບວິທະຍາສາດ ເຊິ່ງອັນດັບທີ 1 ແມ່ນທີມມາຈາກນະຄອນຫລວງວຽງຈັນ ໄດ້ຮັບຂັນຊະນະເລີດ ແລະ ເງິນລາງວັນ ຈໍານວນ 11,100,000 ກີບ, ອັນດັບທີ 2 ແມ່ນທີມຈາກແຂວງອຸດົມໄຊໄດ້ຮັບເງິນລາງວັນ 7,800,000 ກີບ, ອັນດັບ 3 ແມ່ນທີມຈາກແຂວງຈໍາປາສັກ ໄດ້ຮັບເງິນລາງວັນ 4,600,000 ກີບ.

ຕໍ່ຜົນສໍາເລັດໃນພາລະກິດການແຂ່ງຂັນນັກຮຽນເກັ່ງລະດັບຊາດຄັ້ງນີ້ ມັນສະແດງໃຫ້ເຫັນວ່າ ຍາມໃດພັກ ແລະ ລັດຖະບານເຮົາກໍພະຍາຍາມຊຸກຍູ້ສົ່ງເສີມການສຶກສາໃຫ້ໄປກ່ອນບາດກ້າວໜຶ່ງ ເພາະການສ້າງຄົນໃຫ້ມີປັນຍາຄວາມຮູ້, ຄວາມສາມາດ ເພື່ອມາສ້າງປະເທດຊາດນັ້ນເປັນກຸນແຈດອກສໍາຄັນໃນການໄຂປະຕູສູ່ການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າທ່ວງທັນກັບຍຸກສະໄໝ.

ນອກຈາກນັ້ນ ຍັງສະແດງໃຫ້ເຫັນເຖິງການພັດທະນາວຽກງານສິດສອນ ແລະ ຮໍ່າຮຽນຂອງຄູ-ອາຈານ ແລະ ນັກຮຽນໃນແຕ່ລະປີ ທັງເປັນການສ້າງຜົນງານຕ້ອນຮັບ 3 ວັນປະຫວັດສາດຂອງຊາດ ແລະ ຂອງພັກໃນປີ 2025 ໃຫ້ມີຄວາມໝາຍ.

ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້ - 5 - ເພີ່ມເງິນລາງວັນນັກຮຽນເກັ່ງລະດັບຊາດໃຫ້ສູງ ເພື່ອສ້າງແຮງຈູງໃຈ ແລະ ສົ່ງເສີມການຮຽນຮູ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!