ປີໃໝ່ສ້າງຜົນງານໃໝ່ໃຫ້ໄດ້ຫລາຍກວ່າເກົ່າ

- IMG 9038 copy 3 Large - ປີໃໝ່ສ້າງຜົນງານໃໝ່ໃຫ້ໄດ້ຫລາຍກວ່າເກົ່າ
- kitchen vibe - ປີໃໝ່ສ້າງຜົນງານໃໝ່ໃຫ້ໄດ້ຫລາຍກວ່າເກົ່າ

ໂດຍ: ທິດກໍ່າ

ປີເກົ່າ ພສ 2567 ໄດ້ຜ່ານພົ້ນໄປ ປີໃໝ່ ພສ 2568 ໄດ້ກ້າວເຂົ້າມາແທນທີ່. ສະເພາະປີ ພສ 2568 ຕາມໂຫຣາສາດໄດ້ກ່າວໄວ້ໃນປະຕິທິນວ່າ: ເປັນປີທີ່ອຸດົມສົມບູນໄປດ້ວຍໂພຊະນາອາຫານ, ຜູ້ຜະລິດເຂົ້າໄຮ່ເຂົ້ານາ ທັງນາລຸບນາໂນນກໍຈະປະສົບຜົນສໍາເລັດດ້ວຍກັນທຸກທົ່ວໜ້າ, ຜົນຜະຫລາໝາກໄມ້ນາໆຊະນິດກໍຈະອຸດົມສົມບູນ. ສ່ວນໃນເລື່ອງຟ້າຝົນນັ້ນກໍຈະຕົກສະໝໍ່າສະເໝີພຽງພໍ ທັງບ່ອນຕໍ່າ ແລະ ບ່ອນສູງ. ສໍາລັບຕໍາລາໂຫຣາສາດນີ້ແມ່ນເວົ້າສະເພາະແຕ່ປະເທດລາວ ບໍ່ໄດ້ເວົ້າກວມລວມໄປໃນທົ່ວໂລກ ແລະ ເວົ້າສະເພາະໃນຄວາມເຊື່ອໃນການທໍານາຍທາຍທັກຂອງແຕ່ລະຄົນ, ແຕ່ກໍຕ້ອງເຂົ້າໃຈວ່າ ກົດເກນຂອງທໍາມະຊາດ ແລະ ສັງຄົມນັ້ນ ຍ່ອມມີການປ່ຽນແປງ, ບໍ່ມີອັນໃດຈະແນ່ນອນ, ມີອັນເກີດຂຶ້ນແລ້ວກໍມີອັນດັບໄປຕາມວັດຕະຈັກຂອງໂລກ.

ແຕ່ຢ່າງໃດກໍດີ, ຄາດວ່າທຸກສິ່ງຢ່າງໃນປີ ພສ 2568 ຕ້ອງດີກວ່າປີເກົ່າຢ່າງແນ່ນອນ ເພາະວ່າສິ່ງທີ່ສະແດງໃຫ້ເຫັນຢ່າງເປັນຮູບປະທໍາໃນໄລຍະກ້າວສູ່ປີໃໝ່ໄດ້ມີຫລາຍປັດໄຈມີທ່າອ່ຽງດີຂຶ້ນ ເປັນຕົ້ນການສົ່ງອອກຂອງ ສປປ ລາວເຮົາ ໃນເດືອນກຸມພາເກີນດູນເຖິງ 310 ລ້ານໂດລາ, ການຂົນສົ່ງສິນຄ້າໄປຂາຍໃຫ້ໄທກໍມີການເພີ່ມຂຶ້ນ. ໃນຂະນະທີ່ການນໍາເຂົ້າສິນຄ້າຈາກໄທກໍຄ່ອຍໆຫລຸດລົງເປັນໄລຍະ, ການສົ່ງອອກສິນຄ້າຈາກລາວໄປຕ່າງປະເທດກໍນັບມື້ເພີ່ມຂຶ້ນ, ບັນດາສິນຄ້າທີ່ເຮົາສົ່ງອອກກໍໄດ້ແກ່ ໄຟຟ້າ, ແຮ່ຄໍາ, ທອງແດງ, ໝາກກ້ວຍ, ເຫຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກ, ເຄື່ອງດື່ມ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ນໍ້າຕານ ແລະ ຊີ້ງົວ-ຄວາຍ. ສ່ວນການທ່ອງທ່ຽວກໍນັບມື້ສົດໃສຂຶ້ນເລື້ອຍໆ ຈໍານວນນັກທ່ອງທ່ຽວທີ່ເດີນທາງເຂົ້າມາລາວກໍນັບມື້ເພີ່ມຂຶ້ນໃນແຕ່ລະໄລຍະ ຄາດວ່າໃນປີ 2025 ຫລື ພສ 2568 ອາດເພີ່ມຂຶ້ນຫລາຍກວ່າປີ 2024 ຢ່າງແນ່ນອນ. ສ່ວນໃນເລື່ອງສະພາບເງິນເຟີ້ ເຖິງວ່າອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຍັງຂ້ອນຂ້າງສູງ, ແຕ່ກໍເຫັນວ່າຫລຸດລົງເລັກໜ້ອຍ ແລະ ຢູ່ໃນສະພາບຄົງທີ່ມາແຕ່ປີ 2024. ຄາດວ່າໃນອະນາຄົດການຜະລິດສິນຄ້າເພື່ອສົ່ງອອກຂອງລາວເຮົາຈະນັບມື້ຫລາຍຂຶ້ນ ສົມທົບກັບການຄຸມເຂັ້ມທາງດ້ານກົດໝາຍ ນັບທັງເງິນກີບລາວຈະຄ່ອຍໆແຂງຄ່າຂຶ້ນຕາມການຂະຫຍາຍຕົວທາງດ້ານເສດຖະກິດ.

ແຕ່ເຖິງຢ່າງໃດກໍດີ, ເພື່ອບັນລຸເປົ້າໝາຍໃນປີ ພສ 2568 ກ້າວໄປຮອດປີ 2569 ພວກເຮົາຕ້ອງໄດ້ພ້ອມກັນບຸກທະລຸໃນຫລາຍດ້ານເຊັ່ນ: ເພື່ອສ້າງປັດໄຈໃໝ່ໆໃຫ້ປະເທດຊາດກ້າວໄປຢ່າງບໍ່ຢຸດຢັ້ງ ເປັນຕົ້ນສຸມໃສ່ການຜະລິດສິນຄ້າເພື່ອສົ່ງອອກໃຫ້ນັບມື້ຫລາກຫລາຍ, ເລັ່ງສົ່ງເສີມການທ່ອງທ່ຽວ, ສົ່ງເສີມການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ຍືນຍົງ. ໄປຄຽງຄູ່ກັນນັ້ນ ຕ້ອງພ້ອມກັນຕ້ານສິ່ງຫຍໍ້ທໍ້ຕ່າງໆທີ່ກົດໜ່ວງບາດກ້າວເດີນຂອງຊາດເຊັ່ນ: ການສໍ້ລາດບັງຫລວງ, ຢາເສບຕິດ, ການໃຊ້ຈ່າຍຫລິ້ນກິນຟຸມເຟືອຍ ອັນຈະເປັນຕົ້ນເຫດບັນທອນຊັບສິນເງິນຄໍາ ແລະ ທຶນຮອນຂອງຊາດບ້ານເມືອງ.

- 5 - ປີໃໝ່ສ້າງຜົນງານໃໝ່ໃຫ້ໄດ້ຫລາຍກວ່າເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!