Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້

Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້ -              2 - Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້
Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້ - kitchen vibe - Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້

ວັນທີ 27 ຕຸລາ 2021: ບໍລິສັດດ້ານການຢາຍັກໃຫຍ່ສັນຊາດອາເມລິກາ Merck & Co. ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ສາມາດຜະລິດຢາຕ້ານໂຄວິດຊະນິດເມັດ “ໂມລນູພິຣາເວຍ” (Molnupiravir) ໄດ້ ເພື່ອຊ່ວຍເປີດໂອກາດໃຫ້ພົນລະເມືອງໂລກ ໂດຍສະເພາະໃນກຸ່ມປະເທດກຳລັງພັດທະນາ ສາມາດເຂົ້າເຖິງຢາດັ່ງກ່າວໄດ້ຫລາຍຂຶ້ນ.

ໂດຍອົງການສິດທິບັດຢາ (Medicines Patent Pool: MPP) ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ ເປີດເຜີຍວ່າ: ໄດ້ມີການບັນລຸຂໍ້ຕົກລົງລະຫວ່າງ Merck ແລະ Ridgeback Biotherapeutics ໂດຍທັງສອງຈະອະນຸຍາດໃຫ້ບໍລິສັດຢາທີ່ມີມາດຕະຖານສາມາດຜະລິດຢາໂມລນູພິຣາເວຍໄດ້ ເຊິ່ງຈະເປັນປະໂຫຍດຫລາຍໃນ 105 ກວ່າປະເທດ ທີ່ມີລາຍໄດ້ໜ້ອຍເຖິງປານກາງ ເພື່ອຊ່ວຍຮັບມືສະຖານະການການແຜ່ລະບາດໃນແຕ່ລະປະເທດ.

ເບື້ອງຕົ້ນ ໂມລນູພິຣາເວຍຍັງຢູ່ໃນຊ່ວງຂະບວນການລໍຖ້າພິຈາລະນາເພື່ອຂໍອະນຸຍາດໃຊ້ຢາຈາກຄະນະກຳມະການອາຫານ ແລະ ຢາອາເມລິກາ ຖ້າໄດ້ຮັບການຮັບຮອງ ນີ້ຈະເປັນຢາທີ່ໃຊ້ປິ່ນປົວອາການທີ່ກ່ຽວຂ້ອງກັບໂຄວິດຊະນິດທຳອິດທີ່ເປັນຊະນິດເມັດ ເພາະຜ່ານມາຢາທີ່ໃຊ້ປິ່ນປົວໂຄວິດທີ່ ອຢ ອາເມລິກາ ຮັບຮອງມາໃນຮູບແບບຂອງການສັກທັງໝົດ.

ອ້າງອີງ:

Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້ - 5 - Merck ໄຟຂຽວ ກຽມອະນຸຍາດໃຫ້ບໍລິສັດຢາທົ່ວໂລກ ຜະລິດ “ໂມລນູພິຣາເວຍ” ຢາຕ້ານໂຄວິດຊະນິດເມັດໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!