11 ຟີເຈີໃຫມ່ທີ່ອິນສຕາແກຣມກໍາລັງທົດສອບ
December 7, 2017 - 3:12 PM


ອິນສຕາແກຣມກໍາລັງທົດສອບຟີເຈີໃຫມ່ ທັງໝົດ 11 ຟີເຈີ ກຽມປ່ອຍໃຫ້ໃຊ້ໃນອະນາຄົດ. ເມື່ອທ້າຍເດືອນກັນຜ່ານມານີ້, ເວັບໄຊ The Next Web ລາຍງານວ່າ: ອິນສຕາແກຣມກໍາລັງທົດສອບຟີເຈີໃຫມ່ ທັງໝົດ 11 ຟີເຈີ ເຊິ່ງຄາດວ່າອາດຈະທະຍ່ອຍປ່ອຍອອກມາໃຫ້ໄດ້ໃຊ້ກັນໃນອະນາຄົດ ໂດຍຟີເຈີທີ່ອິນສຕາແກຣມກໍາລັງທົດສອບມີດັ່ງນີ້:
- ປຸ່ມ Regram ສໍາລັບນໍາຮູບພາບເກົ່າໆ ທີ່ເຄີຍໂພສໄວ້ກັບມາໂພສໃຫມ່ອີກຄັ້ງ


- ຄົ້ນຫາ GIF ສໍາລັບນໍາມາຕົບແຕ່ງຮູບພາບກ່ອນໂພສໃນ Stories


- ແອັບເວີຊັ່ນ Beta ສໍາລັບ Ios


- Archive Stories ສໍາລັບເຊຟ Stories ເກັບໄວ້ໄດ້


- Closest Friends List ສ້າງລາຍຊື່ເພື່ອນສະໜິດ ເພື່ອໃຫ້ສາມາດແຊຮູບພາບສະເພາະໃນກຸ່ມເພື່ອນຊະໜິດໄດ້


- ແຊໂພສຈາກອິນສຕາແກຣມໃຫ້ໝູ່ເພື່ອນໃນ WhatsApp ໂດຍກົງ


7. ຄົ້ນຫາອີໂມຈິ ແລະ ແຮຊແທັກທີ່ກໍາລັງຮິດນິຍົມໃນຂະນະນີ້


8. ເລືອກຕິດຕາມ (Follow) ແຮຊແທັກໄດ້


9. ປັກໝຸດແຊໄດ້


10. ພິມຂໍ້ຄວາມລັດ ເພື່ອໃຊ້ອີມຈິໄດ້


11. ເພີ່ມປຸ່ມ Add Coffee ແຕ່ຍັງບໍ່ເປີດເຜີຍວ່າໃຊ້ເຮັດຫຍັງ

