ຍີ່ປຸ່ນຈະຂະຫຍາຍໄລຍະເວລາສະຖານະການສຸກເສີນອອກໄປອີກ 1 ເດືອນ
ວັນທີ 2 ກຸມພາ 2021, ລັດຖະບານຍີ່ປຸ່ນມີກຳນົດພິຈາລະນາຂະຫຍາຍໄລຍະເວລາການປະກາດສະຖານະການສຸກເສີນທີ່ຈະສິ້ນສຸດໃນວັນທີ 7 ກຸມພາ ອອກໄປອີກ 1 ເດືອນ ຈົນຮອດວັນທີ 7 ມີນານີ້ແທນ ເພື່ອຮັບມືສະຖານະການການແຜ່ລະບາດຂອງໂຄວິດ-19 ໃນປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ໂດຍນາຍົກລັດຖະມົນຕີ ໂຢຊິຮິເດະ ຊູງະ ປະກາດສະຖານະການສຸກເສີນເມື່ອວັນທີ 7 ມັງກອນຜ່ານມາໃນ 4 ແຂວງ ບໍ່ວ່າຈະເປັນໂຕກຽວ, ຄານາກາວະ, ໄຊຕາມະ ແລະ ຊິບະ ກ່ອນປະມານ 1 ອາທິດຕໍ່ມາຈະຂະຫຍາຍຄວບຄຸມເຖິງໂອຊາກ້າ, ຮຽວໂງະ, ກຽວໂຕ, ໄອຈິ, ກິຟູ, ຟຸກຸໂອກະ ແລະ ໂທຊິກິ ກ່ອນໂທຊິກິຈະເປັນແຂວງດຽວທີ່ອາດຍົກເລີກສະຖານະການສຸກເສີນໄດ້ກ່ອນ.
ສ່ວນລັດຖະບານຍີ່ປຸ່ນຈະພິຈາລະນາປັດໄຈສຳຄັນຕ່າງໆ ໂດຍສະເພາະຈຳນວນຜູ້ຕິດເຊື້ອຕໍ່ຈຳນວນປະຊາກອນທີ່ອາໄສຢູ່ແຂວງນັ້ນໆ 1 ແສນຄົນໃນທ້າຍອາທິດຜ່ານມາ ລວມທັງການປະເມີນຂອງທີມຜູ້ຊ່ຽວຊານ ເຊິ່ງໜຶ່ງໃນປັດໄຈສຳຄັນທີ່ອາດຈະຊ່ວຍເຮັດໃຫ້ເກີດການພິຈາລະນາຍົກເລີກປະກາດສະຖານະການດັ່ງກ່າວ ຜູ້ຕິດເຊື້ອໃໝ່ຢູ່ແຂວງນັ້ນໆ ຈະຕ້ອງຕໍ່າກວ່າ 500 ຄົນ.
ຜົນການສຳຫລວດຄວາມຄິດເຫັນຫລ້າສຸດຂອງ Nikkei ພົບວ່າ: 45% ຂອງຜູ້ຕອບແບບສຳຫລວດສະໜັບສະໜູນໃຫ້ມີການຂະຫຍາຍໄລຍະເວລາຂອງສະຖານະການສຸກເສີນອອກໄປທົ່ວປະເທດ. ຂະນະທີ່ອີກ 45% ເຫັນວ່າການປະກາດສະຖານະການສຸກເສີນແບບນີ້ຄວນໃຊ້ໃນພື້ນທີ່ທີ່ຍັງພົບຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃໝ່ຢ່າງຕໍ່ເນື່ອງເທົ່ານັ້ນ. ສະຫລຸບຄື 90% ສະໜັບສະໜູນການປະກາດໃຊ້ສະຖານະການສຸກເສີນພາຍໃຕ້ເງື່ອນໄຂບາງປະການ. ຂະນະທີ່ອີກ 6% ບໍ່ເຫັນພ້ອມຕໍ່ການປະກາດດັ່ງກ່າວ.
ປັດຈຸບັນ ທາງການໂຕກຽວຍັງພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ສູງກວ່າ 500 ຄົນຕໍ່ວັນ, ມີຜູ້ຕິດເຊື້ອສະສົມແລ້ວທົ່ວປະເທດ 3,92 ແສນກວ່າຄົນ, ເສຍຊີວິດແລ້ວ 5.800 ຄົນ ໂດຍລັດຖະບານຍີ່ປຸ່ນສັ່ງຈອງວັກຊີນຕ້ານໂຄວິດ-19 ກັບ AstraZeneca-Oxford ຈຳນວນ 120 ລ້ານໂດສ ໂດຍຄາດວ່າຊຸດທຳອິດ 30 ລ້ານໂດສ ຈະໄດ້ຮັບພາຍໃນເດືອນມີນານີ້ ກ່ອນອີກ 90 ລ້ານໂດສທີ່ເຫລືອ ຈະຜະລິດຂຶ້ນເອງໃນຍີ່ປຸ່ນຜ່ານການຖ່າຍທອດເຕັກໂນໂລຊີ.