10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos

10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos - 5dbb121ee0ee7e00793c19f7 - 10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos
10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos - kitchen vibe - 10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos
  1. ແມ່ຂອງ Jeff Bezos ແມ່ນ Jacklyn Bezos, ໃຫ້ກຳເນີດ Jeff Bezos ແຕ່ເວລາຍັງຮຽນຢູ່ໂຮງຮຽນສາມັນສຶກສາ, Jeff Bezos ເກີດເມື່ອປີ 1964, ເວລານັ້ນແມ່ຂອງລາວມີອາຍຸ 17 ປີ, ຈຶ່ງຈຳເປັນຕ້ອງໄດ້ອອກຈາກໂຮງຮຽນ ກາງຄັນ.
  2. ພໍ່ຂອງ Jeff Bezos ເປັນນັກສະແດງກາຍຍະສິນ, ຊື່ Ted Jorgensen, ເຂົາບໍ່ໄດ້ພົບກັບລູກເປັນເວລາທົດສະວັດ ແລະ ກໍບໍ່ຮູ້ວ່າຕົນເອງເປັນພໍ່ບັງເກີດຂອງ Bezos. ຫຼັງຈາກນັ້ນເຂົາຈຶ່ງສາມາດຕິດຕໍ່ພົວພັນກັບລູກຊາຍໄດ້ ແລະ ຈຶ່ງຮູ້ວ່າເປັນພໍ່-ລູກກັນ. ເຂົາເສຍຊີວິດໃນປີ 2015 ໃນໄວອາຍຸ 71 ປີ.
  3. Jeff Bezos ເປັນເດັກມັກຊອກຮູ້ຮໍ່າຮຽນ ແລະ ສົນໃຈກັບການປະດິດສ້າງ.
  4. Bezos ແຕ່ເວລາຍັງນ້ອຍ ໄດ້ເລີ່ມເຮັດທຸລະກິດເປັນຂອງຕົນເອງ. ເຂົາໄດ້ເປີດແຄ້ມການສຶກສາລະດູແລ້ງຂອງນັກຮຽນຫ້ອງ ປ4, ປ5 ແລະ ປ6 ໃສ່ຊື່ວ່າ Dream Institute. Bezos  ແລະ ເພື່ອນຍິງຂອງເຂົາ ໄດ້ພ້ອມກັນເຮັດວຽກຢູ່ໃນສູນພັກແລ້ງດັ່ງກ່າວ ແລະ ຄິດໄລ່ເງິນເດືອນໃຫ້ແຕ່ລະຄົນທີ່ເຮັດວຽກຮ່ວມກັນທັງໝົດ 6 ຄົນ ຜູ້ລະ 600 ໂດລາ. ກ່ອນທີ່ຈະເປີດແຄ້ມພັກແລ້ງ, Bezos ເຄີຍເຮັດວຽກໃຫ້ກັບ McDonald’s.
  5. Jeff Bezos  ເຄີຍເຮັດວຽກຢູ່ໃນ Wall Street ໃນຕົ້ນທົດສະວັດ 90. ພາຍຫຼັງເຂົາຮຽນຈົບມະຫາວິທະຍາໄລ Princeton ຂະແໜງຄອມພິວເຕີ ແລະ ເຕັກນິກໄຟຟ້າແລ້ວ, ຫຼັງຈາກນັ້ນກໍໄປເຮັດວຽກໃຫ້ກັບບໍລິສັດ ການເງິນ Fitel hay D.E. Shaw ຂອງນະຄອນ New York. ຫຼັງຈາກນັ້ນກໍອອກໄປຂາຍປຶ້ມທາງອອນລາຍສ່ວນຕົວ.
  6. Jeff Bezos ສ້າງຕັ້ງ Amazon ໃນ garage ລົດ. ພາຍຫຼັງອອກແບບ ເວບຊາຍຂອງ Amazon ແລ້ວ, ລອງໃຫ້ພວກເພື່ອນ 300 ຄົນລອງໃຊ້ລອງເບິ່ງ, ຫຼັງຈາກນັ້ນ ເຂົາພ້ອມກັບເພື່ອນໆ ອອກແບບ ຊອບແວໃຫ້ກັບເວຊາຍ ດັ່ງກ່າວ.
  7. Jeff Bezos ເຄີຍໃສ່ຊື່ບໍລິສັດຂອງຕົນວ່າ Cadabra ປ່ຽນແທນໃຫ້ຊື່ ເບື້ອງຕົ້ນເຂົາຢາກໃສ່ຊື່ທີ່ເປັນໜ້າສົນໃຈ, ແຕ່ທະນາຍຄວາມຄົນທຳອິດຂອງ Amazon ຫ້າມບໍ່ໃຫ້ໃສ່ຊື່ດັ່ງກ່າວ ເພາະຊື່ Cadabra ມັນອອກສຽງຍາກ ແລະ ຢາກຄ້າຍກັບຄຳສັບທີ່ວ່າ Cadabra ແປວ່າ ຊາກສົບຄົນຕາຍ. ໃນທີ່ສຸດ ຈຶ່ງໃສ່ຊື່ Amazon.
  8. Jeff Bezos ເຄີຍເກີດອຸປະຕິເຫດຕົກເຮືອບິນ ເຮຣີຄອບ. ປີ 2003, Bezos ເກີດອຸບັດຕິເຫດຕົກຍົນຢູ່ທີ່ລັດ ເທັກຊັດ ໄດ້ຮັບບາດເຈັບເລັກນ້ອຍ.
  9. Bezos ເປັນເຈົ້າຂອງໜັງສືພິມ Washington Post. ປີ 2013, Bezos ໄດ້ຊື້ເອົາບໍລິສັດໜັງສືພິມດັ່ງກ່າວໃນລາຄາ 250 ລ້ານໂດລາ, ຫຸ້ນຂອງເຂົາເພີ່ມຂຶ້ນ 5,5% ແລະ ໄດ້ມີກຳໄລຄືນມາໃນປີ 2016,2017 ແລະ 2018.
  10. ເຂົາມີບໍລິສັດອະວະກາດເປັນຂອງຕົນເອງ. ບໍລິສັດຂອງເຂົາສ້າງຕັ້ງຂຶ້ນໃນປີ 2000 ຢູ່ທີ່ Kent (Washington, ສະຫະລັດ).
10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos - 4 - 10 ຢ່າງທີ່ຍັງບໍ່ທັນຮູ້ກ່ຽວກັບ ຜູ້ທີ່ຮັ່ງມີທີ່ສຸດໃນໂລກ Jeff Bezos
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!