ນະຄອນຫລວງວຽງຈັນກຽມຄວາມພ້ອມຕ້ານຖ້ວມໃນລະດູຝົນ

- yotha1 - ນະຄອນຫລວງວຽງຈັນກຽມຄວາມພ້ອມຕ້ານຖ້ວມໃນລະດູຝົນ
- kitchen vibe - ນະຄອນຫລວງວຽງຈັນກຽມຄວາມພ້ອມຕ້ານຖ້ວມໃນລະດູຝົນ

ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານພະແນກກະ ສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ທັງເປັນຫົວໜ້າໂຄງການພັດທະ ນາຊົນນະປະທານເຂດວຽງຈັນໃຕ້ ໃຫ້ຮູ້ວ່າ: ວຽກງານກະກຽມຕ້ານແລ້ງ-ຕ້ານຖ້ວມເປັນວຽກງານໜຶ່ງທີ່ຂະແໜງກ່ຽວຂ້ອງໄດ້ມີການກະກຽມຄວາມພ້ອມທຸກດ້ານບໍ່ວ່າຈະເປັນການລວງຄອງລະບາຍນ້ຳ ແລະ ກວດກາສ້ອມແປງປະຕູນ້ຳຈຸດຕ່າງໆໃນຕົວເມືອງ ເພື່ອຮັບມືກັບໄພພິບັດທີ່ຈະອາດເກີດຂຶ້ນ ແລະ ທັງຮັບປະກັນບໍ່ໃຫ້ເກີດມີສະພາບນ້ຳຖ້ວມຕົວເມືອງໃນອະນາຄົດ.

ນ້ຳຖ້ວມເມືອງແມ່ນບັນຫາບໍ່ໄກຕົວ

ຫົວໜ້າຂະແໜງດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນໄດ້ເຊີນຜູ້ປະກອບການທີ່ມີຄວາມພ້ອມດ້ານກົນຈັກພາຫະນະ ແລະ ງົບປະມານທີ່ຈະລວງຄອງລະບາຍນ້ຳບຶງທາດຫລວງເຂດເມືອງໄຊເສດຖາ, ຫາດຊາຍຟອງ ແລະ ເມືອງສີສັດຕະນາກ ເພື່ອຮັບະກັນໃຫ້ນ້ຳໄຫລສະດວກດີ, ພ້ອມນີ້ຍັງໄດ້ລົງກວດກາບັນດາປະຕູນ້ຳຕ່າງໆທີ່ຢູ່ເຂດເມືອງໄຊຊານີ, ປາກງື່ມ ແລະ ຫາດຊາຍຟອງ ເພື່ອກວດກາສ້ອມແປງກະກຽມປ້ອງກັນນ້ຳຖ້ວມທີ່ຈະມາເຖິງ, ປັດຈຸບັນມີຈັກສູບນ້ຳເຄື່ອນທີ່ຈຳນວນ 65 ແຫ່ງ ແລະ ຈັບສູບນ້ຳເຄື່ອນທີ່ຕິດກັບລົດແມ່ນມີຄວາມພ້ອມເປັນຢ່າງດີ, ຖ້າຫາກບ່ອນໃດມີນ້ຳຖ້ວມກໍສາມາດດູດນ້ຳອອກໄດ້ທັນເວລາ.

- 5 - ນະຄອນຫລວງວຽງຈັນກຽມຄວາມພ້ອມຕ້ານຖ້ວມໃນລະດູຝົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!