ກັກຕົວຜູ້ເຄື່ອນໄຫວລັກສາຍໄຟໄດ້ 2 ຄົນ


ເຈົ້າໜ້າທີ່ຕຳຫລວດ ປກສ ນະຄອນຫລວງວຽງງຈັນໃຫ້ຮູ້ວ່າ: ວັນທີ 11 ກຸມພາ 2021 ໄດ້ຈັບເປົ້າໝາຍລັກຊັບ 2ຄົນຄື: ທ້າວ ດົງ ອາຍຸ 33ປີ, ກຳມະກອນ ແລະ ທ້າວ ແຫຼ້ ອາຍຸ 27ປີ, ກຳມະກອນ ພ້ອມຂອງກາງປະເພດສາຍໄຟທອງທີ່ປອກແລ້ວຈຳນວນ 40 ກິໂລກຼາມ, ຈຶ່ງໄດ້ນຳຕົວພວກກ່ຽວທັງສອງສົ່ງໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ດຳເນີນການສືບສວນ-ສອບສວນ ເພື່ອດຳເນີນຄະດີຕາມກົດໝາຍທີ່ກຳນົດໄວ້.
ດັ່ງນັ້ນ, ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ພໍ່-ແມ່ປະຊາຊົນ, ຊາວຄ້າຂາຍທັງຊາວລາວ ແລະ ຊາວຕ່າງປະເທດ ຈົ່ງພ້ອມກັນປົກປັກຮັກສາຊັບສົມບັດຂອງຕົນເອງໄວ້ໃຫ້ດີບໍ່ໃຫ້ເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີອອກເຄື່ອນໄຫວລັກຊັບໄດ້ ແລະ ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບເຫັນເຫດການທີ່ເຄື່ອນໄຫວບໍ່ຖືກຕ້ອງ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ຢູ່ເຂດໃກ້ຄຽງ ຫຼື ສົ່ງມາທາງເບີແອັບວອດແອັບ 020 28899774.
ສ່ວນຄະດີດັ່ງກ່າວ ພາຍຫຼັງທີ່ເຈົ້າໜ້າທີ່ດຳເນີນການສືບສວນ-ສອບສວນ ສຳເລັດແລ້ວລາຍລະອຽດຜົນການສືບສວນ-ສອບສວນ ຈະລາຍງານໃຫ້ຊາບຕື່ມອີກຕາມພາຍຫຼັງ.