ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ

ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ - f6f3a80faa74 - ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ
ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ - kitchen vibe - ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ

ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ວັນ​ທີ 12 ກຸມ​ພາ​ນີ້, ທ່ານ​ ເ​ຕໂດຣ​ສ ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການອະ​ນາ​ໄມ​​ໂລກ​ກ່າວ​ຢືນ​ຢັນ​ວ່າ: ເນື່ອງ​ຈາກ​ບັນ​ດາ​ປະ​ເທດ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ເຂັ້ມ​ງວດກວ່າ​ເກົ່າ ຈິ່ງ​ເຮັດ​ໃຫ້​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​  ໃໝ່​ໃນ​ທົ່ວ​ໂລກ​ໄດ້ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ແຕ່​ປັດ​ຈຸ​ບັນ​ຍັງ​ຕ້ອງ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ຕໍ່​ໄປ.

ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ - covid19 300x145 - ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ

​    ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ໄດ້ຫລຸດ​ລົງ​ 4 ອາທິດ​ຕິດ​ຕໍ່​ກັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່​ກໍ​ຫລຸດ​ລົງ​ 2 ອາ​ທິດ​ລຽນ​ຕິດ​ເຊັ່ນ​ກັນ. ຕົວ​ເລກ​ເຫລົ່າ​ນີ້ຫລຸດ​ລົງ​ເບິ່ງ​ຄື​ວ່າ​ແມ່ນ​ເປັນ​ຍ້ອນ​ບັນ​ດາ​ປະ​ເທ​ດ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ເຂັ້ມ​ງວດກວ່າ​ເກົ່າ.

ທ່ານ​ ​ອຳ​ນວຍ​ການ​ໃຫຍ່​ອົງ​ການອະ​ນາ​ໄມ​​ໂລກ​ ​ເນັ້ນອີກ​ວ່າ: ນອກ​ຈາກ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​ຄື​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ​ຢ່າງ​ເຂັ້ມ​ງວດ​ແລ້ວ, ປະ​ລິ​ມານ​ການ​ຜ​ະ​ລິດ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ພ້ອມ​ດ້ວຍ​ຄວາມ​ໄວ​ໃນ​ການ​ສະ​ໜອງວິກ​ຊິນ​ໃຫ້​ທຸກໆ​ປະ​ເທດ​ນັ້ນ​ຈະ​ຕັດ​ສິ​ນ​ຊີ້​ຂາດ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ໃນ​ເວ​ລາ​ໃດ. ກ່ອນ​ໜ້າ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ສະ​ເໜີ​ແຜນ​ການ​ສະ​ບັບ​ໜຶ່ງ​ໂດຍ​ຕັ້ງ​ເປົ້າ​ໝາຍ​ວ່າ ພາຍ​ໃນ​ເວ​ລາ 100 ວັນ​ທຳ​ອິດ​ຂອງ​ປີ​ນີ້, ຈະ​ສັກ​ວັກ​ຊິນ​ໃຫ້​ກັບ​ພະ​ນັກ​ງານ​ແພດ​ໝໍ​ແລະ​ຜູ້​ອາ​ຍຸ​ສູງ​ຂອງ​ທຸກ​ປະ​ເທດ. ວັນ​ສຸກ​ໜ້າ​ກໍ​ຈະ​ເປັນ​ມື້​ທີ 50 ແລ້ວ ແລະ ຮຽກ​ຮ້ອງ​ໃຫ້​ເລັ່ງ​ລັດ​ໃນ​ການ​ຜະ​ລິດ​ວັກ​ຊິນ​ແລະ​ແບ່ງ​ປັນ​ເຕັກ​ນິກ​ການ​ຜະ​ລິດ​ວັກ​ຊິນ ເພື່ອ​ສະ​ໜອງວັກ​ຊິນ​ຢ່າງ​ພຽງ​ພໍ​ແລະ ​ແຈກ​ຢາຍ​ຢ່າງ​ຍຸ​ຕິ​ທຳ.

ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ - 5 - ອົງ​ການ​ອະ​ນາ​ໄມ​ໂລກ​ເນັ້ນ​ສືບຕໍ່ປ້ອງ​ກັນ ໂຄວິດ-19 ແລະ ຜະລິດວັກຊີນແຍກຢາຍ​ຢ່າງ​ຍຸ​ຕິ​ທຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!