ເມືອງສັງທອງ ຈະພັດທະນາ 6 ສະຖານທີ່ເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຂອງເມືອງ


ເມືອງສັງທອງ ນະຄອນຫລວງວຽງຈັນ ມີແຜນຈະພັດທະນາ 6 ສະຖານທີ່ສຳຄັນເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຂອງເມືອງ ເພື່ອປະກອບສ່ວນສຳຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ກໍຄືເມືອງສັງທອງໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.
ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ໃຫ້ຮູ້ວ່າ: 6 ສະຖານທີ່ນີ້ ລວມມີ: ຈຸດພັກສະເດັດສຸພານຸວົງ ທີ່ຜູ້ນໍາລາວຈຳນວນ 16 ທ່ານໂຕນອອກຈາກຄຸກໂພນເຄັງແລ້ວໄປພັກຢູ່ສາຍພູພະນັກເຂດບ້ານທ່ານາຂາມໃນເມື່ອກ່ອນ, ຈຸດທີ່ຕັ້ງຂອງກອງຮ້ອຍຟ້າງຸ່ມ (ບ້ານຫີນສີ່ວ), ອະນຸສອນສະຖານວິລະຊົນສີທອງ (ບ້ານນາຫອຍປັງ), ເຂດດົງປ່າແຕ້-ປ່າແຄນ ຕິດພັນກັບການທ່ອງທ່ຽວຕາມສາຍນໍ້າສັງ, ເຂດດອນເຈົ້າ ແລະ ຄ້ອຍແລນມານ (ພັດທະນາເປັນຈຸດຊົມວິວ, ຈຸດພັກລົດ ແລະ ບໍລິການອາຫານ).
ເຈົ້າເມືອງສັງທອງ ກ່າວຕື່ມວ່າ: ປັດຈຸບັນ ທັງ 6 ສະຖານທີ່ດັ່ງກ່າວ ຍັງບໍ່ທັນໄດ້ຮັບການພັດທະນາເທື່ອ ແລະ ຢູ່ລະຫວ່າງການຮຽກການລົງທຶນນັກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ດັ່ງນັ້ນ ຖ້າຫາກນັກລົງທຶນມີຄວາມສົນໃຈສາມາດພົວພັນໄດ້ ເຊິ່ງອົງການປົກຄອງເມືອງພ້ອມແລ້ວທີ່ຈະອຳນວຍຄວາມສະດວກຕາມພາລະບົດບາດຂອງຕົນ.