ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ - 156224521 3606407242818254 7465966786372695850 o - ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ
ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ - kitchen vibe - ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ

ທ້າຍ​ອາທິ​ດຜ່ານ​ມາ ທີ່​ນະຄອນຫລວງ​ວຽງ​ຈັນ, ລັດຖະບານ​ຍີ່ປຸ່ນ​ໄດ້​ເຊັນ​ສັນຍາ​​ຊ່ວຍ​ເຫລືອມູນ​ຄ່າ 1,8 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ໃຫ້​ອົງການຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ (NGOs) ​ເພື່ອ​ຈັດຕັ້ງປະຕິບັດ 5 ​ໂຄງການ​ຄື: ​ໂຄງການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຢູ່​ແຂວງ​ຊຽງ​ຂວາງ, 2 ​ໂຄງການ​ສຶກສາ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ ວຽກ​ງານ, ​ໂຄງການ​ທັນ​ຕະ​ແພດ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ ​ແລະ ​ໂຄງການ​ຝຶກ​ອົບຮົມ​ວິຊາ​ຊີບ​ ຢູ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງ ທ່ານ ​ເຄອິຈິ ອິວາ​ໂມ​ໂຕະ ອັດ​ຄະຣາຊະ​ທູດ​ຍີ່ປຸ່ນ​ປະຈຳ​ລາວ ​ແລະ ບັນດາ​ຕົວ​ແທນ​ຈາກ​ອົງການ​​ເກັບ​ກູ້​ລະ​ເບີດ JMAS, ອົງການ​ສຸພາ​ນິມິດ​ສາກົນ​ຍີ່ປຸ່ນ (World Vision Japan), ສະມາຄົມ​ເດັກນ້ອຍ​ລາວ (ALC), ອົງການ​ຊ່ວຍ​ເຫລືອ​ສາກົນ​ດ້ານ​ການ​ສຶກສາ​ທັນ​ຕະກຳ (OISDE) ​ແລະ ອົງການ IV-JAPAN.

​ໃນ​ພິທີ, ທ່ານອັກຄະຣາຊະ​ທູດ ​ໄດ້​ກ່າວ​ຊື່ນ​ຊົມ​ຄວາມ​ພະຍາຍາມ​ຂອງ​ບັນດາ​ອົງການ​ເຫລົ່າ​ນີ້​ທີ່​ໄດ້​ຕັ້ງ​ໃຈ​ເຮັດ​ວຽກ​ຍົກ​ລະດັບຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ຂັ້ນຮາກ​ຖານ​ຂອງ​ລາວ, ​ເຖິງ​ວ່າ​ຈະ​ຢູ່​ໃນ​ວິ​ກິດ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ກໍ​ຕາມ, ລັດຖະບານ​ຍີ່ປຸ່ນ​ກໍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ສະໜັບສະໜູນ ​ແລະ ສົ່ງ​ເສີມ​ວຽກ​ງານ​ຂອງ​ບັນດາ NIGO ​ໃຫ້​ດີ​ທີ່​ສຸດ.

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ
ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ - 5 - ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!