ລາວຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ

- SME - ລາວຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ
- kitchen vibe - ລາວຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 11 ກໍລະກົດນີ້, ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານສົ່ງເສີມທຸລະກິດຂະໜາດນ້ອຍ ແລະກາງ (SME) ແລະ ການພັດທະນາເຂດເສດຖະກິດພິເສດ (SEZ) ຂຶ້ນ ຢູ່ໂຮງແຮມຄຣາວພາຊາ, ໂດຍການເປັນປະທານຂອງທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ມີ ຕາງໜ້າຈາກກະຊວງຕ່າງໆ ແລະ ຊ່ຽວຊານຈາກອົງການ GIZ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ແນໃສ່ເພື່ອໃຫ້ພາກສ່ວນທີ່ເປັນເສນາທິການໃນວຽກງານດັ່ງກ່າວໄດ້ເຂົ້າໃຈກ່ຽວກັບບັນຫາລວມໃນການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ການພັດທະນເຂດເສດຖະກິດພິເສດ ເພື່ອນໍາເອົາບົດຮຽນທີ່ໄດ້ຮັບຮູ້ໄປສຶກສາຄົ້ນຄວ້າ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບການພັດທະນາ ແລະ ສົ່ງເສີມທຸລະກິດປະເພດດັ່ງກ່າວໃຫ້ມີຄວາມເຂັ້ມແຂງ, ກາຍເປັນປັດໄຈຕັດສິນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ກໍຄືນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາໃນປີ 2020.

- Visit Laos Visit SALANA BOUTIQUE HOTEL - ລາວຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ
- 4 - ລາວຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!