ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ

ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ - detail businesswoman s hands receiving bribe money file reviewing contracts selective focus money coruption 123974394 - ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ
ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ - kitchen vibe - ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ

ໂດຍ: ທິດ​ກໍ່າ

​ເນື່ອງ​ໃນ​ໂອກາດກອງ​ປະຊຸມ​ສະຫລຸບ​ການຈັດຕັ້ງປະຕິບັດ​ວຽກ​ງານ​ກວດ​ສອບ​ປະຈຳ​ພາກ​ເໜືອ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກຸມພາ 2021 ຜ່ານ​ມາ, ທ່ານ ຊົມ​ຊື່ນ ​ໄຊ​ເກີ​ຢາ​ຈົງ​ຕົວ ປະທານ​ອົງການ​ກວດ​ສອບ​ປະຈຳ​ພາກ​ເໜືອ ​ໄດ້​ສະຫລຸບລາຍ​ງານ​ເຖິງ​ຜົນສຳ​ເລັດ​ໃນ​ການຈັດຕັ້ງປະຕິບັດ​ຜົນ​ການກວດ​ສອບ​ຕົວ​ຈິງ​ໄດ້​ທັງ​ໝົດ 21 ​ເປົ້າໝາຍ, ສຳ​ເລັດ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ 8 ​ເປົ້າໝາຍ ລວມມີ 147 ຫົວໜ່ວຍ, ກວດ​ສອບ​ເອກະສານ​ລາຍ​ງານ​ການ​ເງິນ​ຂອງ​ລັດ​ວິ​ສາ​ຫະກິດ​ນ້ຳປະ​ປາ​ໄດ້ 7 ​ເປົ້າໝາຍ, ລົງ​ເກັບ​ກຳ​ຂໍ້​ມູນ​ໂຄງການ​ລົງທຶນ​ຂອງ​ລັດ 1 ​ໂຄງການ, ສາມາດ​ກວດ​ສອບ​ເຫັນ​ລາຍ​ຮັບ​ເພີ່ມ​ທີ່​ບໍ່​ໄດ້​ມອບ​ເຂົ້າງົບປະມານ​ແຫ່ງ​ລັດ​ຈຳນວນ 71,28 ຕື້ກີບ, ກວດ​ສອບ​ເຫັນ​ໜີ້​ທີ່​ຕ້ອງ​ຮັບ​ບໍ່​ສາມາດ​ເລັ່ງທວງ​ໄດ້ 287,28 ຕື້ກີບ ​ແລະ ຈາກ​ການ​ຈ່າຍ​ລ່ວງ​ໜ້າ​ໃນ​ລະບົບ​ຄັງ​ເງິນ​ແຫ່ງ​ຊາດ​ໃນ 6 ​ແຂວງ​ມີ 95,09 ຕື້ກີບ, ຍອດ​ເຫລືອ​ໃນ​ບັນຊີ​ເງິນ​ຝາກ​ກົມ​ກອງ​ບໍລິການ​ວິຊາ​ການ​ສະ​ສົມ​ຮອດ​ທ້າຍ​ປີ 2019 ຈຳນວນ 5,14 ຕື້ກີບ ​ແລະ ນອກຈາກ​ນັ້ນ ກໍ​ໄດ້​ສຳ​ເລັດ​ໃນ​ຫລາຍ​ໜ້າ​ວຽກ​ທີ່​ພົວພັນ​ເຖິງ​ພາລະກິດ​ຂອງ​ອົງການ​ກວດ​ສອບ​ໃນ​ຫລາຍໆ​ດ້ານ. ນີ້​ຄື​ໝາກຜົນ​ຕົວ​ຈິງ​ທີ່​ອົງການ​ກວດ​ສອບ​ປະຈຳ​ພາກ​ເໜືອ​ສາມາດ​ຊອກ​ຄົ້ນ​ແກະ​ໄງ້​ເຖິງ​ຄວາມ​ບໍ່​ໂປ່​ງ​ໃສ​ທີ່​ມີ​ໃນ​ບາງ​ຂົງ​ເຂດ​ວຽກ​ງານ ​ເຊິ່ງຍັງ​ເປັນ​ປາກົດການ​ຍັກ​ຢອກ​ເອົາ​ຊັບ​ສິນ​ຂອງ​ລັດ​ເສຍ​ຫາຍ​ໄປ​ເປັນ​ຈຳນວນ​ເງິນ​ຫລາຍ​ພັນຕື້.

ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ - Visit Laos Visit SALANA BOUTIQUE HOTEL - ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ

​ແຕ່​ແນວ​ໃດ​ກໍ​ຕາມ, ອົງການ​ກວດ​ສອບ​ກໍ​ເປັນ​ພຽງ​ຜູ້​ໄປ​ຊອກ​ກວດ​ຕາມ​ໜ້າ​ທີ່​ພາລະ​ບົດບາດ​ທີ່​ການຈັດຕັ້ງຂັ້ນ​ເທິງ ກໍ​ຄື​ພັກ ​ແລະ ລັດຖະບານ​ໄດ້​ມອບ​ໝາຍ​ໃຫ້, ​ແຕ່​ການ​ທີ່​ຈະ​ແກ້​ໄຂ​ນຳ​ເອົາ​ວັດຖຸ​ຊັບ​ສິນ​ເງິນ​ຄຳ​ມາ​ໂດຍ​ກົງ​ນັ້ນ ມັນ​ພັດ​ຍັງ​ຂຶ້ນກັບ​ຫລາຍ​ຂະ​ແໜງ​ການ ​ແລະ ພາກສ່ວນ ​ເປັນຕົ້ນອຳນາດ​ບໍລິຫານ, ອົງການ​ຕຸລາການ ​ແລະ ​ເປັນຄວາມ​ຮັບຜິດຊອບ​ຂອງ​ເຈົ້າຖິ່ນ, ​ເຈົ້າກະຊວງ, ​ເຈົ້າ​ແຂວງ, ​ເຈົ້າ​ເມືອງ ​ແລະ ສິ່ງ​ທີ່​ຂາດ​ບໍ່​ໄດ້​ນັ້ນ ກໍ​ຄື​ອົງຄະ​ນະ​ພັກ​ຢູ່​ບ່ອນ​ນັ້ນໆ​ຕ້ອງ​ເປັນ​ຜູ້​ດຳ​ເນີນ​ການ​ຢ່າງ​ເດັດຂາດ​ຈິງ​ຈັງ ​ເພາະ​ຜູ້​ທີ່​ພາ​ເຮັດ​ພາ​ໄປ​ສ່ວນ​ຫລາຍ​ແລ້ວ​ມັນ​ກໍ​ແມ່ນ​ເຈົ້າພະນັກງານ​ຂັ້ນນຳ, ຂັ້ນຫົວໜ້າ ຫລື​ວ່າ ອົງຄະ​ນະ​ພັກ​ຢູ່​ບ່ອນ​ນັ້ນ​ເປັນ​ຕົວ​ການ​ນຳພາ​ສໍ້​ລາດ​ບັງ​ຫລວງ ຫລື​ວ່າ ຕັ້ງ​ແກ້ງ​ພາກັນ​ເຮັດ​ພາກັນ​ທຳ ​ເຊິ່ງມັນ​ບໍ່​ຕ່າງ​ຫຍັງ​ກັບ​ຄຳ​ທີ່​ວ່າ​ຮູ້​ແລ້ວ​ຕ່າວ​ພາ​ໂລ​ນັ້ນ​ເອງ. ກົງກັນຂ້າມ ຖ້າ​ຫາກ​ພາກສ່ວນ​ຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງຫາກ​ບໍ່​ພ້ອມ​ກັນ​ເອົາ​ໃຈ​ໃສ່​ປ່ອຍປະ​ລະ​ເລີຍ​ແກ່ຍາວ ​ເຮັດ​ຄື​ໂສ້​ບໍ່​ເຄັ່ງ ຫລື ອືດ​ອາດ​ປານ​ດຶງ​ຂາ​ເຕົ່າ ມັນ​ກໍ​ຈະ​ຕົກ​ຢູ່​ໃນ​ກໍລະນີ​ເສຍ​ຫຍ້າ​ປົກ​ຂີ້ໝາ, ​ເສຍ​ແລ້ວ​ເສຍ​ໄປ, ຍາມ​ມີ​ໂອກາດ​ກໍ​ຈະ​ເຮັດ​ໄປ​ຕິກໆ​ຕາມ​ສູດ​ອັນ​ເກົ່າ​ຈົນ​ກາຍ​ເປັນ​ຊຳ​ເຮື້ອ​ແບ​ບບໍ່​ມີ​ມື້ສິ້ນສຸດ ດັ່ງ​ພວກ​ເຮົາ​ເຄີຍ​ເຫັນ, ​ເຄີຍ​ຟັງ ​ແລະ ​ເຄີຍ​ໄດ້​ຍິນ​ມາ​ໃນ​ກອງ​ປະຊຸມ​ນ້ອຍ​ໃຫຍ່​ແຕ່ລະຄັ້ງ​ໃນ​ຫລາຍ​ປີຜ່ານມາ.

​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ, ​ເພື່ອ​ເຮັດ​ໃຫ້​ພວກ​ສໍ້​ລາດ​ບັງ​ຫລວງ​ເຂັດ​ຫລາບ ​ແລະ ໝົດ​ໄປ​ຈາກ​ສັງຄົມ​ລາວ​ເຮົາ​ຈະ​ຕ້ອງ​ເຮັດ​ແນວ​ໃດ ? ສຳລັບ​ສູດ​ຢູ່​ບ້ານ​ເຮົາ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ລັດຖະບານ​ຊຸດ​ທີ VIII ​ໄດ້​ເວົ້າວ່າ: “ຕ້ອງ​ແກ້​ຜູ້​ບໍ່​ຢາກ​ແກ້” ຫລື ສູດ​ອີກ​ແບບ​ໜຶ່ງ​ກໍ​ແມ່ນ “ຂ້າ​ງູ​ຕ້ອງ​ຕັດ​ຫົວ” ໝາຍວ່າ​ຕ້ອງ​ປາບ​ໃຫ້​ເດັດຂາດ​ຈົນ​ເຖິງ​ຂັ້ນຫລົກ​ຮາກ​ຖອນ​ໂຄນ ປຽບ​ເໝືອນ​ສະໜາມຮົບ​ຕິດ​ລຽນ. ການ​ປາບ​ປາມ​ກໍ​ຕ້ອງ​ເຮັດ​ຢ່າງ​ລຽນຕິດ​ຕໍ່​ເນື່ອງ​ບໍ່​ປະປ່ອຍ​ໃຫ້​ພວກ​ສວຍ​ໂອກາດ​ໄດ້​ຕັ້ງຕົວ ຫລື ຫາ​ວິທີ​ຫລົບ​ຫລີກ, ຖ້າ​ບໍ່​ດັ່ງນັ້ນມັນ​ຈະ​ເປັນ​ຄື​ປວກ​ເຈາະ​ໄມ້ ຄື​ມອດ​ເຈາະ​ເຮືອນ ປະປ່ອຍ​ໄປ​ດົນ​ເທົ່າ​ໃດ ຕົ້ນ​ໄມ້​ກໍ​ຈະລົ້ມ ​ເຮືອນ​ກໍ​ຈະ​ພັງ ມັນ​ກໍ​ເໝືອນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫລົ້ມຈົມ​ດ້ອຍ​ພັດທະນາ ມີ​ໂຄງການ ຫລື ວຽກ​ອັນ​ໃດ​ມາ​ມັນ​ກໍ​ມີ​ແຕ່​ສວຍ​ໂອກາດ​ຫາ​ວິທີ​ແຫບ​ກິນ​ເງິນ​ກິນ​ຄຳ​ດັ່ງ​ເຮົາ​ເຫັນ​ຢູ່​ໃນ​ສະພາບ​ທຸ​ກວັນ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ, ນັບ​ແຕ່​ລັດຖະບານ​ຊຸດ​ທີ VIII ​ເປັນຕົ້ນມາ ​ເຫັນ​ວ່າການ​ປາບ​ປາມ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຖັນ​ແຖວ​ພະນັກງານ​ລັດ​ເຫັນ​ວ່າ​ເລີ່​ມ​ເປັນ​ຮູບ​ປະ​ທຳ​ຂຶ້ນຫລາຍ ​ເຊິ່ງມາ​ຮອດ​ປັດຈຸບັນ​ເຫັນ​ວ່າ​ບັນຫາ​ດັ່ງກ່າວ​ຄ່ອຍໆ​ຫລຸດຜ່ອນ​ລົງ​ເທື່ອ​ລະ​ກ້າວ ຈຶ່ງ​ຂໍ​ຝາ​ກຝັງ​ນຳ​ລັດຖະບານ​ຊຸດ​ທີ IX ຈົ່ງ​ພິສິດ​ປາບ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ດີກ​ວ່າ​ເກົ່າ ຖ້າ​ຢາກ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ, ຮຸ່ງ​ເຮືອງ​ສີວິ​ໄລ​​ໂດຍ​ໄວຄື​ປະ​ເທດ​ທີ່​ເຂົາ​ຈະ​ເລີ​ນ​ແລ້ວ.

ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ - 5 - ປາບ​ການ​ສໍ້​ລາດ​ບັງ​ຫລວງປຽບ​ເໝືອນ​ບັ້ນຮົບ​ຕິດ​ລຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!