Unitel ຈັດສຳມະນາທາງດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ແລະ ດີຈິຕອນໃນຫົວຂໍ້ການນຳສະເໜີຜະລິດຕະພັນ


ວັນທີ 10 ມີນາ 2021, ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel) ໄດ້ຈັດກອງປະຊຸມສຳມະນາທາງດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ແລະ ດີຈິຕອນໃນຫົວຂໍ້ການນຳສະເໜີຜະລິດຕະພັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈຳປາສັກ, ທ່ານ ລິວແມງຮາ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕຣາໂທລະຄົມ ຈຳກັດ ແລະ ທ່ານ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ຫົວໜ້າພະແນກ ປທສ ແຂວງ ມີຄະນະປະຈຳພັກແຂວງບັນດາຫົວໜ້າ ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ມະຫາວິທະຍາໄລ, ສະຖານບັນການສືກສາ ແລະ ບັນດາບໍລິສັດໂທລະຄົມມະນາຄົມ ພາຍໃນແຂວງ ເຂົ້າຮ່ວມ 100 ກວ່າຄົນ.




ລະບົບການເງິນເທິງມືຖື U-Money, ລະບົບຈັດການເອກະສານຫ້ອງການ U-Office, ລະບົບກອງປະຊຸມທາງໄກ Video Conference ເຊິ່ງລະບົບດັ່ງກ່າວ ຈະອໍານວຍຄວາມສະດວກໃນວຽກງານການບໍລິຫານຂອງຫ້ອງການຫຼາຍເຊັ່ນ:
– ລະບົບກອງປະຊຸມທາງໄກ Video Conference ສາມາດຈັດກອງປະຊຸມໄດ້ຢ່າງວ່ອງໄວ, ປະຢັດຄ່າໃຊ້ຈ່າຍ, ຫຼຸດຜ່ອນຄວາມສ່ຽງໃນການເດີນທາງໄປຮ່ວມປະຊຸມ, ສາມາດຈັດຕາຕະລາງປະຊຸມ ແລະ ແຈ້ງເຕືອນບັນດາຈຸດທີ່ຈະເຂົ້າຮ່ວມກອງປະຊຸມຜ່ານອີເມວ, ສາມາດຄວບຄຸມ ແລະ ຈັດການຫ້ອງປະຊຸມທາງໄກໂດຍຜ່ານໜ້າເວັບໄຊ້, ສາມາດເຂົ້າຮ່ວມປະຊຸມໄດ້ທຸກທີ່ທຸກເວລາ,ໂດຍຜ່ານທຸກໆອຸປະກອນທີ່ສາມາດເຊື່ອມຕໍ່ອິນເຕີເນັດເຊັ່ນ: Laptop, PC, Mobile,Tablet, …)
– ລະບົບຄຸ້ມຄອງເອກະສານ (U-Office) ແມ່ນລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ ແລະ ບໍລິຫານບັນດາວຽກງານ. ຊ່ວຍໃຫ້ບັນດາອົງການຈັດຕັ້ງລັດ, ສາມາດບໍລິຫານ ແລະ ຄຸ້ມຄ້ອງໄດ້ທຸກທີ່, ທຸກເວລາ, ສາມາດຄົ້ນຫາເອກະສານເທິງຄອມພີວເຕີ, ມືຖື ແລະ Tablet…ງ່າຍໃນການຄຸ້ມຄອງ, ຄົ້ນຫາເອກະສານ ທີ່ກ່ຽວຂ້ອງກັບວຽກງານທີ່ກຳລັງແກ້ໄຂ.
ຕອນທ້າຍຂອງພິທີໄດ້ຜ່ານໃບມອບສິດຂອງເຈົ້າແຂວງຈຳປາສັກ ເລກທີ03/ຈຂ.ຈສ ລົງວັນທີ 09/ມີນາ, 2021 ໄດ້ມອບໃຫ້ທ່ານ ທ່ານ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ຫົວໜ້າພະແນກ ປທສ ແຂວງ ຕ່າງໜ້າເຊັນສັນຍາ ລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາ ແລະ ສະໜອງບໍລິການ ເຕັກໂນໂລຊີ ຂໍ້ມູນຂ່າວສານຮອບດ້ານກ່ຽວກັບການບໍລິຫານລັດດ້ວຍເອເລັກໂຕຣນິກ, ຫັນເປັນດິຈິຕອນ ແລະ ສ້າງຕົວເມືອງທັນສະໄໝ (Smart City) ແລະ ລົງນາມໂດຍ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ລໍລິສັດສະຕາໂທລະຄົມ.