ຍ້າຍເຮືອກີດຂວາງຄອງສຸເອຊໄດ້ແລ້ວ
March 29, 2021 - 12:33 PM
ສື່ຫລາຍສຳນັກຢືນຢັນ ເຮືອກີດຂວາງຄອງສຸເອຊເຄື່ອນຍ້າຍ ເປີດທາງຄອງສຸເອຊສັນຈອນໄດ້ແລ້ວ ຫລັງປິດກີດຂວາງຄອງເກືອບ 1 ອາທິດ ຈົນສ້າງຄວາມເສຍຫາຍມະຫາສານ.
ວັນທີ 29 ມີນາ 2021, ເວັບໄຊ BBC ແລະ ສຳນັກຂ່າວ AFP ຢືນຢັນຂ່າວຕົງກັນວ່າ: ເຮືອ Ever Given ທີ່ເກີດອຸປະຕິເຫດກີດຂວາງຄອງສຸເອຊ ຈົນເຮືອຂົນສົ່ງສິນຄ້າທົ່ວໂລກບໍ່ສາມາດສັນຈອນຜ່ານຄອງສຸເອຊ ຖືກຍ້າຍອອກຈາກຈຸດທີ່ຂວາງຄອງແລ້ວ.
ລາຍງານຂອງ BBC ອ້າງຮູບທີ່ປາກົດໃນສື່ອອນລາຍວ່າ: ທ້າຍເຮືອ Ever Given ເລື່ອນໄປຈອດທຽບຝັ່ງຄອງສຸເອຊແລ້ວ ຖືເປັນການເປີດທາງໃຫ້ຄອງກັບມາສັນຈອນໄດ້ອີກ.
ສຳລັບເຫດເຮືອຂວາງຄອງສຸເອຊເກີດຂຶ້ນມາແຕ່ວັນທີ 23 ມີນາ ແລະ ສ້າງຄວາມເສຍຫາຍຈຳນວນຫລາຍຕໍ່ການຂົນສົ່ງທົ່ວໂລກ.
No comments yet! You be the first to comment.