ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ສົນທະນາທາງໂທລະສັບ ເສີມຂະຫຍາຍສາຍພົວພັນມິດຕະພາບ

ໃນວັນທີ 12 ເມສານີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບແບບທາງໄກ ກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ.
ໃນການສົນທະນາ ລະຫວ່າງ ທ່ານ ພັນຄໍາ ວິພາວັນ ກັບ ສົມເດັດ ເຕໂຈ ຮຸນ ແຊນ ເປັນຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງທ່ານໄດ້ສະແດງຄວາມຂອບໃຈທີ່ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ແລະ ຄວາມເຫັນໃຈ ມາຍັງການນໍາຂອງລາວ ແລະ ຄອບ ຄົວຂອງອະດີດເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ຕໍ່ການສູນເສຍອັນຍິ່ງໃຫຍ່ ຍ້ອນອຸປະຕິເຫດທາງເຮືອ ໃນວັນທີ 4 ເມສາ 2021 ທີ່ຜ່ານມາ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ ໂດຍຜ່ານບັນດາກົນໄກຮ່ວມມືສອງຝ່າຍ ຂອງສອງປະເທດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະ ສອງຝ່າຍໄດ້ພະຍາຍາມຮ່ວມກັນເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໃຫ້ມີການຂະຫຍາຍຕົວເປັນປົກກະຕິ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງ ສອງປະເທດ ໃນບົດບັນທຶກສອງກົມການເມືອງ (ຄັ້ງທີ 12 ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຕົ້ນເດືອນກຸມພາ 2020), ບົດບັນທຶກຂອງກອງປະຊຸມ ຄະນະກໍາມະການຮ່ວມມື (JC) ລາວ-ກໍາປູເຈຍ ຄັ້ງທີ 13 ກໍຄື ເອກະສານອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ແລະ ຂັ້ນຕ່າງໆ, ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິ ພາຍຫລັງສິ້ນສຸດການລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.