ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

- 1500003561088 960x0 - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ
- kitchen vibe - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

- p24 14 4 54 1 - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

ນັກວິທະຍາສາດ​ເຕືອນ​ວ່າ: ອາຊີ-ປາຊີ​ຟິກຈະ​ຜະ​ເຊີນ​ຫາ​ຍະ​ນະ​​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ຖ້າ​ບໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຫລຸດ​ໂລກ​ຮ້ອນ​ປາຣີຢ່າງ​ຈິງ​ຈັງ ​ເພື່ອ​ຄວບ​ຄຸມ​ການ​ປ່ຽນ​ແປງ​ສະພາບ​ອາກາດ.

- Visit Laos Visit SALANA BOUTIQUE HOTEL - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

- shutterstock 13050388 - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

ທະນາຄານ​ພັດທະນາ​ອາຊີ (ADB) ​ແລະ ສະ​ຖາ​ບັນ​ພອດສະ​ດຳ​ເພື່ອ​ການ​ວິ​ໄຈ​ຜົນ​ກະທົບ​ສະພາບ​ອາກາດ​ເຜີຍ​ແຜ່​ລາຍ​ງານ​ໃນ​ວັນ​ທີ 14 ກໍລະກົດ​ນີ້​ວ່າ: ການ​ເຕີບ​ໃຫຍ່ ​ແລະ ຄວາມ​ໝັ້ນຄົງ​ໃນ​ອະນາຄົດ​ຂອງ​ພາກພື້ນນີ້ ລວມທັງ​ສະຫວັດດີ​ພາບ​ຂອງ​ຄົນ​ຫລາ​ຍລ້ານ​ຄົນ​ສ່ຽງ​ຜະ​ເຊີນ​ໄພພິບັດ, ຖ້າ​ບໍ່​ເລັ່ງບັນ​ເທົາ ​ແລະ ປັບ​ຮັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ທຸກ​ປະ​ເທດ​ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ທາງ​ບຸກ​ແຕ່​ຫົວ​ທີ່ ​ເພື່ອ​ບັນລຸ​ເປົ້າໝາຍ​ຄວບ​ຄຸມ​ອຸນຫະພູມ​ສະ​ເລ່ຍ​ໂລກ​ບໍ່​ໃຫ້​ສູງ​ຂຶ້ນ 2 ອົງສາ​ຈາກ​ໄລຍະ​ກ່ອນ​ປະຕິວັດ​ອຸດສາຫະກຳ ​ເພາະ​ຖ້າ​ທຸກ​ປະ​ເທດ​ຍັງ​ປ່ອຍ​ແກັສ​ເຮືອນ​ແກ້ວ​ໃນ​ອັດຕາ​ປັດຈຸບັນ ອຸນຫະພູມ​ໂລກ​ຈະ​ສູງ​ຂຶ້ນ 4 ອົງສາ ພາຍ​ໃນ​ຄຣິສສະຕະວັດ​ນີ້, ບາງ​ພື້ນທີ່​ຂອງ​ອາຊີ-ປາຊີ​ຟິກອາດ​ສູງ​ຂຶ້ນ 6 ອົງສາ. ສະ​ເພາະ​ທາ​ຈິກິ​ດສະຖານ, ອັບ​ກາ​ນິດ​ສະຖານ, ປາ​ກິດ​ສະຖານ ​ແລະ ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ອາດ​ສູງ​ຂຶ້ນ​ເຖິງ 8 ອົງສາ.

- CNtrees - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ

ອຸນຫະພູມ​ທີ່​ສູງ​ຂຶ້ນຈະ​ເຮັດ​ໃຫ້​ເກີດ​ຄວາມ​ປັ່ນ​ປ່ວນ​ດ້ານ​ສະພາບ​ອາກາດ, ຄວາມ​ຫລາກ​ຫລາຍ​ທາງ​ຊີວະ​ພາບ, ກະສິກຳ ​ແລະ ການ​ປະມົງ. ອາຊີ-ປາຊີ​ຟິກ​ເປັນ​ບ່ອນ​ອາ​ໄສ​ຂອງ​ຄົນ 2 ​ໃນ 3 ຂອງ​ໂລກ, ​ເປັນ​ທີ່​ຕັ້ງ 9 ​ໃນ 15 ປະ​ເທດ​ທີ່​ຖືກ​ລະບຸ​ວ່າ​ສ່ຽງ​ທີ່​ສຸດ​ຕໍ່​ໄພ​ທຳ​ມະ​ຊາດ​ໂລກ ​ແລະ ມີ​ຄົນ 1 ​ໃນ 10 ທີ່​ຍັງ​ທຸກ​ຍາກ. ADB ຊີ້​ວ່າ: ພາກພື້ນນີ້​ຍັງ​ໃຊ້​ເຊື້ອ​ໄຟ​ຟອສຊິດ​ເປັນ​ພະລັງງານ​ຕົ້ນຕໍ ຈຳ​ເປັນ​ຕ້ອງ​ລົງທຶນ 4.000 ລ້ານ​ໂດ​ລາ​ສະຫະລັດ ພາຍ​ໃນ​ປີ 2020 ​ເພື່ອ​ສົ່ງ​ເສີມ​ການ​ໃຊ້​ພະລັງງານ​ໝູນວຽນ ​ແລະ ການ​ເຕີບ​ໃຫຍ່​​ແບບ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.

- 5 - ເຕືອນອາຊີຈະຜະເຊີນຫາຍະນະ ຖ້າບໍ່ຄວບຄຸມການປ່ຽນສະພາບອາກາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!